ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ແລະຜູ້ຕາງໜ້າບາງອົງການ, ກົມກອງ; ທ່ານພັນເອກ Michael Willem Jansen, ທີ່ປຶກສາທູດປ້ອງກັນຊາດອົດສະຕາລີ, ພ້ອມດ້ວຍເພື່ອນຮ່ວມງານ, ຍາດຕິພີ່ນ້ອງຂອງພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄປຕ້ອນຮັບຢູ່ສະໜາມບິນສາກົນໂນ້ຍບ່າຍ.

leftcenterrightdel
ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ ກ່າວຄຳເຫັນທີ່ພິທີ. ພາບ: ແມັ້ງຮູ່ງ

ກ່າວຄຳເຫັນທີ່ພິທີຕ້ອນຮັບ, ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ ຊົມເຊີຍ ແລະຍ້ອງຍໍບັນດາໝາກຜົນເຊິ່ງພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 6 ບັນລຸໄດ້ໃນໄລຍະປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຊູດັງໃຕ້. ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ ສະແດງຄວາມປິຕິຊົມຊື່ນເມື່ອພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄດ້ຍົກສູງຈິດໃຈຄວາມຮັບຜິດຊອບ, ຄວາມສາມັກຄີ, ແກ້ໄຂທຸກຄວາມຫຍຸ້ງຍາກເພື່ອຮັກສາ ແລະຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດ; ປະຕິບັດສຳເລັດໜ້າທີ່ວິຊາການດ້ານການແພດ ແລະວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ໄດ້ສ້າງຂີດໝາຍອັນດີງາມໃນໃຈເພື່ອນມິດສາກົນ.

leftcenterrightdel
ບັນຍາກາດທີ່ພິທີ. ພາບ: ແມັ້ງຮູ່ງ

ດ້ວຍການປະກອບສ່ວນອັນພົ້ນເດັ່ນໃນວຽກງານວິຊາການ, ການທູດ ແລະຂົນຂວາຍປະຊາຊົນຢູ່ຄະນະປະຕິບັດງານຊູດັງໃຕ້, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄດ້ຮັບການຮັບຮູ້ ແລະຍ້ອງຍໍຊົມເຊີຍຫຼາຍຄັ້ງຈາກຜູ້ບັນຊາການຄະນະປະຕິບັດງານ, ຜ່ານນັ້ນປະກອບສ່ວນຢັ້ງຢືນອິດທິພົນຊື່ສຽງ, ຖານະບົດບາດ ແລະພາບພົດຂອງກອງທັບປະຊາຊົນຫວຽດນາມ.

* ກ່ອນໜ້ານັ້ນ, ຕອນທ່ຽງວັນທີ 26 ກັນຍາ, ກອງຊ່າງແສງເລກ 4 ໄດ້ອອກຈາກຮ່າໂນ້ຍ ໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ຄະນະປະຕິບັດງານປ້ອງກັນຄວາມສະຫງົບຊົ່ວຄາວຂອງ ສປຊ ຢູ່ເຂດ Abyei (UNISFA).

ໂດຍ: ເຈິ່ນຮວ່ຽນ