leftcenterrightdel
ທ່ານພົນໂທ ຟ້າມຮວ່າຍນາມ ຕ້ອນຮັບທ່ານ Cosmin Dobran. ພາບ: ຮ່າເຟືອງ

ທີ່ການຕ້ອນຮັບ, ທ່ານພົນໂທ ຟ້າມຮວ່າຍນາມ ຢືນຢັນວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍໄດ້ຮັບການຜັນຂະຫຍາຍທີ່ເໝາະສົມກັບຂອບເຂດສັນຍາແມ່ຄູ່ຮ່ວມມື ແລະການຮ່ວມມືຮອບດ້ານ (PCA) ຫວຽດນາມ-ສະຫະພາບເອີລົບ (ອີຢູ) ແລະສັນຍາລະຫວ່າງລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ອີຢູ ກ່ຽວກັບການສ້າງຕັ້ງຂອບເຂດການເຂົ້າຮ່ວມຂອງຫວຽດນາມ ໃນບັນດາການເຄື່ອນໄຫວຄວບຄຸມວິກິດການຂອງ ອີຢູ (FPA), ທີ່ພົ້ນເດັ່ນແມ່ນບັນດາຂົງເຂດ, ຄື: ການຮັກສາສັນຕິພາບຂອງສະຫະປະຊາຊາດ; ບໍາລຸງສ້າງ; ການເຄື່ອນໄຫວຮ່ວມມືລະຫວ່າງ ອີຢູ ແລະກະຊວງປ້ອງກັນປະເທດຫວຽດນາມ ດ້ວຍການໜູນຊ່ວຍຂອງໂຄງການເພີ່ມທະວີຄວາມສະໜິດຕິດພັນຄວາມໝັ້ນຄົງກັບ ອາຊີ ແລະຢູ່ອາຊີ (ESIWA).

leftcenterrightdel
ທ່ານພົນໂທ ຟ້າມຮວ່າຍນາມ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານ Cosmin Dobran. ພາບ: ຮ່າເຟືອງ

ທ່ານພົນໂທ ຟ້າມຮວ່າຍນາມ ໄດ້ຕີລາຄາສູງໝາກຜົນຂອງກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຫວຽດນາມ-ອີຢູ ຄັ້ງທີ 4 ລະຫວ່າງກົມການພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດ ແລະ EEAS, ປະກອບສ່ວນຫັນກຳນົດທິດພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະອີຢູ ໃນໄລຍະຈະມາເຖິງ ໃຫ້ປະກົດຜົນເປັນຈິງ. ທ່ານພົນໂທ ຟ້າມຮວ່າຍນາມ ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະຊີ້ນໍາອົງການທີ່ກ່ຽວຂ້ອງຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອີຢູ ນັບມື້ນັບມີປະສິດທິຜົນ, ແທດຈິງ, ເໝາະສົມ ແລະສົມກັບຄວາມສາມາດບົ່ມຊ້ອນການພົວພັນ ຫວຽດນາມ-ອີຢູ.

ສ່ວນທ່ານ Cosmin Dobran ຢືນຢັນວ່າ ການປຶກສາຫາລືແມ່ນໂອກາດເພື່ອສອງຝ່າຍປຶກສາຫາລືທິດທາງຮ່ວມມືລະອຽດ ແລະຊອກຫາບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອີຢູ ໃນອະນາຄົດກວ່າອີກ; ສະເໜີສອງຝ່າຍເພີ່ມທະວີການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງໃໝ່ຢ່າງມີປະສິດທິຜົນ, ໃນນັ້ນມີຄວາມໝັ້ນຄົງໃນການເດີນທະເລ,  ຄວາມໝັ້ນຄົງທາງໄຊເບີ.

ໂດຍ: ເຈິ່ນຮວ່ຽນ