ກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຫວຽດນາມ - ອີຢູ ຄັ້ງທີ 4
ກປ.ອອນໄລ - ຕອນເຊົ້າວັນທີ 24 ກັນຍາ, ກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຫວຽດນາມ - ອີຢູ ຄັ້ງທີ 4 ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ. ທ່ານພົນຈັດຕະວາ ຫວູແທ່ງວັນ, ຫົວໜ້າກົມການພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Cosmin Dobran ຮອງຫົວໜ້າກົມໃຫຍ່ຮັບຜິດຊອບສັນຕິພາບ, ປ້ອງກັນຄວາມສະຫງົບ ແລະປ້ອງກັນຊາດ/ອົງການກະທໍາການທູດສະຫະພາບເອີຣົບ (EEAS).
ທີ່ກອງປະຊຸມປຶກສາຫາລື, ສອງຝ່າຍຕີລາຄາວ່າ: ໃນໄລຍະທີ່ຜ່ານມາ, ການຮ່ວມມືໃນຂົງເຂດປ້ອງກັນຊາດລະຫວ່າງຫວຽດນາມ ກັບສະຫະພາບເອີຣົບ (ອີຢູ) ແລະບັນດາປະເທດສະມາຊິກສືບຕໍ່ດຳເນີນໄປຖືກກັບທິດທາງ, ສອດຄ່ອງກັບຂອບເຂດສັນຍາແມ່ຄູ່ຮ່ວມມື ແລະການຮ່ວມມືຮອບດ້ານຫວຽດນາມ - ອີຢູ (PCA) ແລະສັນຍາລະຫວ່າງລັດຖະບານຫວຽດນາມ ກັບອີຢູ ກ່ຽວກັບການສ້າງຂອບເຂດການເຂົ້າຮ່ວມຂອງຫວຽດນາມ ເຂົ້າໃນການເຄື່ອນໄຫວຄຸ້ມຄອງວິກິດການຂອງ ອີຢູ (FPA). ການຮ່ວມມືລະຫວ່າງສອງປະເທດບັນລຸໄດ້ໝາກຜົນຕັ້ງໜ້າໃນບັນດາຂົງເຂດ, ຄື: ການເຈລະຈາດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການບໍາລຸງສ້າງ, ຮັກສາສັນຕິພາບ ສະຫະປະຊາຊາດ, ແກ້ໄຂຜົນຮ້້າຍຢ້ອນຫຼັງຈາກສົງຄາມ...
    |
 |
ທ່ານພົນຈັດຕະວາ ຫວູແທ່ງວັນ ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຫວຽດນາມ - ອີຢູ. ພາບ: qdnd.vn |
    |
 |
ທ່ານ Cosmin Dobran ຮອງຫົວໜ້າກົມໃຫຍ່ຮັບຜິດຊອບສັນຕິພາບ, ປ້ອງກັນຄວາມສະຫງົບ ແລະປ້ອງກັນຊາດ/ອົງການກະທໍາການທູດສະຫະພາບເອີຣົບ. ພາບ: qdnd.vn |
ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນຈັດຕະວາ ຫວູແທ່ງວັນ ປາດຖະໜາທ່ານ Cosmin Dobran ແລະ EEAS ສືບຕໍ່ສະໜັບສະໜູນ ແລະເສີມຂະຫຍາຍກົນໄກຮ່ວມມືເຈລະຈາດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ-ອີຢູ ເວົ້າລວມ ແລະກັບບັນດາປະເທດສະມາຊິກອີຢູ ເວົ້າສະເພາະຢ່າງມີປະສິດທິຜົນ; ປາດຖະໜາຢາກບັດນາປະເທດສະມາຊິກອີຢູ ສືບຕໍ່ສະຫງວນທຶນການສຶກສາ ໃຫ້ແກ່ກະຊວງປ້ອງກັນປະເທດຫວຽດນາມ ຄືໃນປະຈຸບັນ.
    |
 |
ຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມປຶກສາຫາລື. ພາບ: qdnd.vn |
    |
 |
ຜູ້ແທນອີຢູ ເຂົ້າຮ່ວມກອງປະຊຸມປຶກສາຫາລື. ພາບ: qdnd.vn |
ກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະຮັບນາຍທະຫານບັນດາປະເທດສະມາຊິກອີຢູ ໄປຮຽນພາສາຫວຽດ ທີ່ວິທະຍາຄານວິທະຍາສາດການທະຫານ ແລະຊຸດບໍາລຸງເຈົ້າໜ້າທີ່ປ້ອງກັນຊາດສາກົນຢູ່ວິທະຍາຄານປ້ອງກັນຊາດ.
    |
 |
ບັນຍາກາດທີ່ກອງປະຊຸມປຶກສາຫາລື. ພາບ: qdnd.vn |
ພາຍຫຼັງການແລກປ່ຽນທີ່ເປີດເຜີຍ ແລະກົງໄປກົງມາ, ກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຫວຽດນາມ-ອີຢູ ຄັ້ງທີ 4 ໄດ້ສິ້ນສຸດລົງຢ່າງຈົບງາມ. ບັນດາເນື້ອໃນທີ່ສອງຝ່າຍເຫັນດີເປັນເອກະພາບຢູ່ກອງປະຊຸມປຶກສາຫາລື ໄດ້ລາຍງານຕໍ່ຂັ້ນເທິງທີ່ມີສິດອໍານາດ ເພື່ອອະນຸມັດຜ່ານ, ເປັນພື້ນຖານເພື່ອຜັນຂະຫຍາຍການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດ ລະຫວ່າງສອງຝ່າຍໃຫ້ນັບມື້ນັບມີເນື້ອແທ້ ແລະມີປະສິດທິຜົນ.
ໂດຍ: ໄຊນີດາ