ມອບ-ຮັບໂຮງໝໍກາງສະໜາມ ຂັ້ນ 2 ເລກ 7 ໃຫ້ກົມຮັກສາສັນຕິພາບຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 21 ກັນຍາ, ທີ່ນະຄອນໂຮ່ຈີມິນ, ທ່ານພົນໂທ ຝຸ່ງຊີ໊ເຕິ໋ນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ເປັນປະທານກອງປະຊຸມມອບ-ຮັບໂຮງໝໍກາງສະໜາມ ຂັ້ນ 2 ເລກ 7 (ໂຮງໝໍກາງສະໜາມ 2.7) ຈາກໂຮງໝໍກອງທັບ 175 ໃຫ້ກົມຮັກສາສັນຕິພາບຫວຽດນາມ.
    |
 |
ທ່ານພົນໂທ ຝຸ່ງຊີ໊ເຕິ໋ນ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: qdnd.vn |
ໃນໄລຍະຜ່ານມາ, ວຽກງານຈັດຕັ້ງການຝຶກແອບໃຫ້ໂຮງໝໍກາງສະໜາມ ຂັ້ນ 2 ເລກ 7 ເພື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ ໄດ້ປະຕິບັດສໍາເລັດເນື້ອໃນ, ຮັບປະກັນຖືກກັບຂັ້ນຕອນມາດຕະຖານຕາມຄວາມຮຽກຮ້ອງຕ້ອງການຂອງສະຫະປະຊາຊາດ, ເປັນຕົ້ນແມ່ນກ່ຽວກັບວິຊາສະເພາະດ້ານການແພດ, ຄວາມຮູ້ລົງເລິກກ່ຽວກັບການຮັກສາສັນຕິພາບ, ຝຶກແອບກ່ອນການຜັນຂະຫຍາຍ, ຝຶກຊ້ອມປະຕິບັດສັງລວມ, ທັກສະການຢູ່ລອດ... ຮັບປະກັນໃຫ້ພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 7 ເຄື່ອນໄຫວເປັນຢ່າງດີ ໃນສະພາບແວດລ້ອມຕົວຈິງ ທີ່ຄະນະປະຕິບັດງານ.
    |
 |
ພະນັກງານ, ພາລະກອນຂອງໂຮງໝໍກາງສະໜາມ 2.7 ທີ່ກອງປະຊຸມ. ພາບ: qdnd.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຝຸ່ງຊີ໊ເຕິ໋ນ ຕີລາຄາສູງບັນດາກົມກອງທີ່ໄດ້ສົມທົບກັນຈັດຕັ້ງການຝຶກແອບທຸກດ້ານໃຫ້ໂຮງໝໍກາງສະໜາມ 2.7 ຢ່າງເຂັ້ມງວດ, ຮອບຄອບຖີ່ຖ້ວນ, ພ້ອມກັນນັ້ນຮຽກຮ້ອງໃຫ້ພະນັກງານ, ພາລະກອນໂຮງໝໍກາງສະໜາມ 2.7 ສືບຕໍ່ຊາບຊຶມ, ປະຕິບັດຕາມທັດສະນະ, ແນວທາງການພົວພັນຕ່າງປະເທດຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ກົດໝາຍສາກົນຢ່າງເຂັ້ມງວດ, ຍາມໃດກໍ່ສາມັກຄີພາຍໃນ, ສາມັກຄີສາກົນ, ສ້າງກໍາລັງແຮງສັງລວມເພື່ອປະຕິບັດສໍາເລັດໜ້າທີ່. ໂຮງໝໍກາງສະໜາມ 2.7 ຕ້ອງເສີມຂະຫຍາຍມູນເຊື້ອຂອງໂຮງໝໍຄັ້ງກ່ອນ, ກຳແໜ້ນສະພາບການຢ່າງເປັນປະຈຳ ແລະລຽນຕິດ, ທັງເປັນເສນາທິການໃຫ້ຂັ້ນທີ່ມີສິດອໍານາດ, ທັງມານະພະຍາຍາມຕັດສິນໃຈປະຕິບັດໜ້າທີ່ວິຊາສະເພາະໃຫ້ເປັນຢ່າງດີ. ໂຮງໝໍກາງສະໜາມ 2.7 ຄວນຕັ້ງໜ້າແຜ່ຂະຫຍາຍຄຸນຄ່າວັດທະນະທຳຂອງທະຫານລຸງໂຮ່ ເຖິງເພື່ອນມິດສາກົນ, ປະຕິບັດການເຄື່ອນໄຫວຂົນຂວາຍປະຊາຊົນ, ວັດທະນະທໍາ, ໜູນຊ່ວຍປະຊາຊົນທ້ອງຖິ່ນຢ່າງຕັ້ງໜ້າ.
    |
 |
ທ່ານພົນໂທ ຝຸ່ງຊີ໊ເຕິ໋ນ ເປັນສັກຂີພິຍານການລົງນາມມອບ-ຮັບ ລະຫວ່າງສອງກົມກອງ. ພາບ: qdnd.vn |
ທ່ານພົນໂທ ຝຸ່ງຊີ໊ເຕິ໋ນ ຍັງຮຽກຮ້ອງໃຫ້ກົມຮັກສາສັນຕິພາບຫວຽດນາມ, ໂຮງໝໍກອງທັບ 175 ຕິດຕາມກວດກາ, ເອົາໃຈໃສ່ເຖິງການແນະນໍາການເຄື່ອນໄຫວຂອງໂຮງໝໍກາງສະໜາມ 2.7 ທີ່ຄະນະປະຕິບັດງານ. ບັນດາອົງການ, ກົມກອງທີ່ກ່ຽວຂ້ອງຕ້ອງສົມທົບກັນຢ່າງແໜ້ນແຟ້ນໃນການຮັບປະກັນສິດຜົນປະໂຫຍດດ້ານການເມືອງ ແລະເບິ່ງແຍງດູແລເຖິງແນວຫຼັງກອງທັບໃຫ້ເປັນຢ່າງດີ ເພື່ອໃຫ້ພະນັກງານ, ພາລະກອນຂອງໂຮງໝໍກາງສະໜາມ 2.7 ແຕ່ລະຄົນມີຄວາມອຸ່ນອ່ຽນໃຈ, ເບີກບານມ່ວນຊື່ນ ເມື່ອປະຕິບັດໜ້າທີ່ສາກົນ.
ໂດຍ: ທູຈາງ