ຈັດພິທີສົ່ງໂຮງໝໍສະໜາມຂັ້ນ 2 ເລກ 7 ແລະກອງຊ່າງແສງ ເລກ 4 ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບຂອງ ສປຊ
ກປ.ອອນໄລ - ວັນທີ 22 ກັນຍາ, ຢູ່ນະຄອນໂຮ່ຈີມິນ, ກະຊວງປ້ອງກັນປະເທດ ໄດ້ຈັດພິທີສົ່ງໂຮງໝໍສະໜາມຂັ້ນ 2 ເລກ 7 ແລະກອງຊ່າງແສງ ເລກ 4 ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ ຢູ່ຊູດັງໃຕ້ ແລະເຂດ Abyei.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn |
    |
 |
ບັນດາສະຫາຍການນໍາ ແລະຜູ້ແທນເຂົ້າຮ່ວມພິທີ. ພາບ: qdnd.vn |
ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານພິທີ.
    |
 |
ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂໍ້ຕົກລົງໃຫ້ບັນດາກົມກອງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ແລະມອບທຸງຊາດໃຫ້ບັນດາກົມກອງ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມຂອບອົກຂອບໃຈມາຍັງ ສປຊ, ຄູ່ຮ່ວມມືສາກົນ ແລະປະຊາຊົນຜູ້ຮັກຫອມສັນຕິພາບໃນທົ່ວໂລກທີ່ໄດ້ຕັ້ງໜ້າໜູນຊ່ວຍ, ສະໜັບສະໜູນອັນໃຫຍ່ຫຼວງໃຫ້ແກ່ຫວຽດນາມ ໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ ແລະສ້າງເງື່ອນໄຂໃຫ້ແກ່ຫວຽດນາມ ເສີມຂະຫຍາຍບົດບາດຂອງປະເທດຊາດຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນປະຊາຄົມສາກົນນັບມື້ນັບເປັນຢ່າງດີ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ບັນດາກົມກອງຕ້ອງຊາບຊຶມ, ກໍາແໜ້ນແນວທາງຂອງພັກ; ຍົກສູງຄຸນນະພາບວຽກງານກະກຽມກໍາລັງ, ຝຶກແອບໃນທຸກດ້ານ; ເອົາໃຈໃສ່ເຖິງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ກຳລັງ; ພ້ອມກັນນັ້ນເສີມຂະຫຍາຍຈິດໃຈເປັນເຈົ້າຕົນເອງ, ໝັ້ນໃຈຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມເອກອ້າງທະນົງໃຈຂອງຊາດ, ຮ່ວມມືຢ່າງແໜ້ນແຟ້ນກັບກຳລັງເພື່ອນ ເພື່ອຍົກສູງກຳລັງຄວາມສາມາດ ແລະປະສິດທິຜົນວຽກງານ. ຕ້ອງຍູ້ແຮງການໂຄສະນາເຜີຍແຜ່ ແລະສື່ສານຢ່າງເລິກເຊິ່ງກວ້າງຂວາງເຖິງເພື່ອນມິດສາກົນກ່ຽວກັບພາບພົດຂອງປະເທດ ແລະປະຊາຊົນຫວຽດນາມ, ໂດຍສະເພາະແມ່ນການປະກອບສ່ວນຂອງຫວຽດນາມ ເຂົ້າໃນສັນຕິພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ ແລະໃນໂລກ.
    |
 |
ພະນັກງານ, ພາລະກອນໂຮງໝໍສະໜາມ ຂັ້ນ 2 ເລກ 7 ແລະກອງຊ່າງແສງ ເລກ 4 ຂຶ້ນເຮືອບິນ ເດີນທາງໄປປະຕິບັດໜ້າທີ່. ພາບ: qdnd.vn |
ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໜັກວ່າ: “ທະຫານແຕ່ລະຄົນບໍ່ພຽງແຕ່ປະຕິບັດໜ້າທີ່ວິຊາການຂອງຕົນໃຫ້ເປັນຢ່າງດີເທົ່ານັ້ນ, ຫາກຍັງແມ່ນ “ທູດສັນຕິພາບ” ຢູ່ບັນດາຄະນະປະຕິບັດງານຂອງ ສປຊ ແລະປະເທດປະຈໍາຖິ່ນອີກດ້ວຍ; ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງທະຫານລຸງໂຮ່, “ເມື່ອໄປປະຊາຊົນຄິດຮອດ, ເມື່ອຢູ່ປະຊາຊົນຮັກແພງ”, “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ປະຕິບັດສໍາເລັດໜ້າທີ່ຢ່າງດີເລີດ, ສົມກັບຄວາມເຊື່ອໝັ້ນຮັກແພງຂອງພັກ, ລັດ ແລະປະຊາຊົນ, ກໍ່ສ້າງຮູບພາບອັນດີງາມກ່ຽວກັບປະເທດຊາດ, ຊາວຫວຽດນາມ ທີ່ຮັກຫອມສັນຕິພາບໃນສາຍຕາປະຊາຊົນ ແລະເພື່ອນມິດສາກົນ”.
ໂດຍ: ໄຊຊະນະ