ກຳປັ່ນທະຫານເຮືອລາຊະອານາຈັກ ອັງກິດ ຢ້ຽມຢາມໄມຕີຈິດມິດຕະພາບນະຄອນໂຮ່ຈີມິນ
ກປ.ອອນໄລ - ຕອນບ່າຍວັນທີ 22 ກັນຍາ, ກໍາປັ່ນ HMS Richmond ຂອງທະຫານເຮືອລາຊະອານາຈັກ ອັງກິດ ນໍາໂດຍທ່ານພັນໂທ Richard Kemp ເປັນຜູ້ບັນຊາ ພ້ອມດ້ວຍນາຍທະຫານ, ລູກເຮືອ 185 ຄົນ ໄດ້ເຂົ້າທຽບທ່າກໍາປັ່ນສາກົນຍ່າຣົ່ງ-ແຄ໊ງໂຮ້ຍ (ນະຄອນໂຮ່ຈີມິນ), ເລີ່ມຕົ້າການຢ້ຽມຢາມໄມຕີຈິດມິດຕະພາບນະຄອນໂຮ່ຈີມິນ ໃນເວລາ 4 ມື້.