ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ  ຫງວຽນບາລຶກ ໄດ້ສະແດງຄວາມຂອບໃຈມາຍັງພັກປະຊາຊົນກໍາປູເຈຍ, ລັດ, ກະຊວງປ້ອງກັນປະເທດກໍາປູເຈຍ ໄດ້ຈັດສົ່ງຄະນະຜູ້ແທນຂັ້ນສູງມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ປະສົບຜົນສໍາເລັດ ແລະວັນຊາດ ແຫ່ງ ສສ ຫວຽດນາມ ແລະສົ່ງກ້ອນກໍາລັງມາເຂົ້າຮ່ວມສວນສະໜາມ, ເດີນຂະບວນທີ່ພິທີສະເຫຼີມສະຫຼອງ.

ທ່ານພົນຈັດຕະວາ ຫງວຽນບາລຶກ ຕີລາຄາສູງຜົນການຮ່ວມມືລະຫວ່າງສອງກົມສູ້ຮົບ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນໃນບັນດາຂົງເຂດ ຄື: ແລກປ່ຽນປະສົບການດ້ານວິຊາການ; ສົມທົບກັນຄົ້ນຄວ້າ, ກໍາແໜ້ນ, ຕີລາຄາ ແລະຄາດຄະເນສະພາບການ; ເປັນເສນາທິການ, ສະເໜີໃຫ້ກະຊວງປ້ອງກັນປະເທດຂອງແຕ່ລະປະເທດກ່ຽວກັບແຜນນະໂຍບາຍ, ມາດຕະການຍຸດທະສາດຢ່າງທັນການ. ທ່ານພົນຈັດຕະວາ ຫງວຽນບາລຶກ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງອົງການ ສືບຕໍ່ສົມທົບກັນແບ່ງປັນຂໍ້ມູນຂ່າວສານ, ກໍາແໜ້ນສະພາບການ, ເປັນເສນາທິການໃຫ້ການນໍາທຸກຂັ້ນຢ່າງມີປະສິດທິຜົນ; ເປັນເສນາທິການຜັນຂະຫຍາຍບັນດາເນື້ອໃນໃນແຜນການຮ່ວມມືປີ 2025 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດຢ່າງມີປະສິດທິຜົນ; ຢືນຢັນວ່າ, ການນໍາກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ສອງກົມສູຮົບ ເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ເລິກເຊິ່ງຂຶ້ນຕື່ມ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນບາລຶກ ຕ້ອນຮັບທ່ານພົນຕີ Nim Balene. ພາບ: ຮ່າເຝືອງ

ກ່ອນໜ້ານັ້ນ, ຄະນະຜູ້ແທນກົມສູ້ຮົບ/ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ມີການພົບປະສອງຝ່າຍກັບຄະນະຜູ້ແທນກົມສູ້ຮົບ/ກົມໃຫຍ່ເສນາທິການ ກອງທັບແຫ່ງລາຊະອານາຈັກ ກຳປູເຈຍ.

ທີ່ການພົບປະ, ສອງຝ່າຍໄດ້ຕີລາຄາຜົນການຮ່ວມມືລະຫວ່າງສອງກົມສູ້ຮົບໃນປີ 2024 ແລະ 8 ເດືອນຕົ້ນປີ 2025. ຕາມນັ້ນແລ້ວ, ສອງອົງການສູ້ຮົບຂອງກອງທັບສອງປະເທດ ໄດ້ຊາບຊຶມບັນດາເນື້ອໃນທີ່ໄດ້ລົງນາມລະຫວ່າງສອງກະຊວງປ້ອງກັນປະເທດທີ່ອະນຸສັນຍາ ໄລຍະ 2020-2024, 2025-2029; ແຜນການຮ່ວມມືປີ 2024 ແລະ 2025 ເປັນຢ່າງດີ. ສອງຝ່າຍ ໄດ້ຊີ້ນໍາ, ແນະນໍາບັນດາກົມກອງ, ທ້ອງຖິ່ນຕາມພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍ ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນຊ່ວຍໃຫ້ສອງອົງການປະຕິບັດສໍາເລັດໜ້າທີ່ທີ່ໄດ້ກໍານົດໄວ້; ພ້ອມທັງແລກປ່ຽນບັນດາເນື້ອໃນຄາດຄະເນການຮ່ວມມືໃນຊຸມເດືອນທີ່ຍັງເຫຼືອຂອງປີ 2025 ແລະປີ 2026.

ໂດຍ: ໄຊນີດາ