ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານພົນຕີ Tri Budi Utomo ເລຂາທິການໃຫຍ່ ກະຊວງປ້ອງກັນປະເທດອິນໂດເນເຊຍ ເປັນປະທານຮ່ວມການເຈລະຈາ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອິນໂດເນເຊຍ ຄັ້ງທີ 4. ພາບ: ກ່ຽວຈິງ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ປີ 2025 ແມ່ນປີທີ່ມີຄວາມໝາຍພິເສດໃນການພົວພັນລະຫວ່າງສອງປະເທດ. ຫວຽດນາມ ແລະອິນໂດເນເຊຍ ພວມມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (30-12-1955 / 30-12-2025). ພິເສດ, ໃນເດືອນ ມີນາ 2025, ຫວຽດນາມ ແລະອິນໂດເນເຊຍ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດອິນໂດເນເຊຍ ຂອງທ່ານເລຂາທິການໃຫຍ່ ໂຕເລິມ.

leftcenterrightdel
ທ່ານພົນຕີ Tri Budi Utomo ທີ່ການເຈລະຈາ. ພາບ: ກ່ຽວຈິງ.

ທ່ານພົນຕີ Tri Budi Utomo ເນັ້ນໜັກເຖິງການພົວພັນຮ່ວມມືຮອບດ້ານລະຫວ່າງ ອິນໂດເນເຊຍ ແລະຫວຽດນາມ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄ້ຳ; ຢືນຢັນວ່າ ອິນໂດເນເຊຍ ຖືເປັນສຳຄັນການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ອິນໂດເນເຊຍ ຄັ້ງທີ 4, ກອງປະຊຸມກຸ່ມເຮັດວຽກລວມກ່ຽວກັບການຮ່ວມມືດ້ານການທະຫານ ແລະການປ້ອງກັນຊາດ ຄັ້ງທີ 6  ແລະກອງປະຊຸມກຸ່ມເຮັດວຽກລວມກ່ຽວກັບການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ຄັ້ງທີ 4 ລະຫວ່າງສອງຝ່າຍ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ກ່ຽວຈິງ.

ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຮອບດ້ານ ແລະແທດຈິງ, ສຸມໃສ່ເຂົ້າໃນບັນດາຂົງເຂດ ຄື: ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົບປະຂັ້ນສູງ ແລະທຸກຂັ້ນເພື່ອປຶກສາຫາລື, ແບ່ງປັນບັນຫາຍຸດທະສາດ ແລະທິດທາງຮ່ວມມືດ້ານປ້ອງກັນຊາດທີ່ໄວ້ເນື້ອເຊື່ອໃຈ, ເລິກເຊິ່ງກວ້າງຂວາງ, ແທດຈິງ; ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ເຊັ່ນ: ການເຈລະຈານະໂຍບາຍປ້ອງກັນຊາດ, ການປຶກສາຫາລືລະຫວ່າງບັນດາເຫຼົ່າທັບ; ສືບຕໍ່ຖືເປັນສໍາຄັນການຮ່ວມມືບໍາລຸງສ້າງ; ຮັກສາການຮ່ວມມືທີ່ແທດຈິງ ແລະມີປະສິດທິຜົນລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ໂດຍສະເພາະແມ່ນລະຫວ່າງກຳລັງປະຕິບັດກົດໝາຍທາງທະເລ ໂດຍຜ່ານການແລກປ່ຽນຂໍ້ມູນຂ່າວສານ, ສະພາບການ, ແລກປ່ຽນປະສົບການດ້ານວິຊາສະເພາະ, ພົບປະແລກປ່ຽນນາຍທະຫານໜຸ່ມ, ສົ່ງກຳປັ່ນໄປຢ້ຽມຢາມເຊິ່ງກັນແລະກັນ, ຮ່ວມມືຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່; ອຸດສາຫະກໍາປ້ອງກັນຊາດ; ຕັ້ງໜ້າຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ຄື: ພະລາທິການ, ເສນາຮັກ, ການຊອກຫາກູ້ໄພ, ການຮັກສາສັນຕິພາບຂອງສະຫະປະຊາຊາດ...

leftcenterrightdel
ສອງຄະນະ ຖ່າຍຮູບເປັນທີ່ລະນຶກ. ພາບ: ກ່ຽວຈິງ.

ທີ່ການເຈລະຈາ, ສອງຝ່າຍໄດ້ແບ່ງປັນຄວາມສຳຄັນຂອງການຮັບປະກັນຄວາມເສລີ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ; ເນັ້ນໜັກເຖິງຄວາມຈຳເປັນຕ້ອງຊຸກຍູ້ຄຳໝັ້ນສັນຍາ ແລະປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ຊຸກຍູ້ສິ້ນສຸດການເຈລະຈາ, ລົງນາມກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນໂດຍໄວ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມບົດບັນທຶກການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອິນໂດເນເຊຍ ຄັ້ງທີ 4.

* ໃນວັນດຽວກັນ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດອິນໂດເນເຊຍ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ພົບປະກັບທ່ານພົນຕີ Donny Ermawan ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ພົບປະກັບທ່ານພົນຕີ Donny Ermawan, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ. ພາບ: ກ່ຽວຈິງ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ແຈ້ງໃຫ້ທ່ານພົນຕີ Donny Ermawan ຮັບຊາບກ່ຽວກັບຜົນການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອິນໂດເນເຊຍ ຄັ້ງທີ 4, ໃນນັ້ນສອງຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບຫຼາຍເນື້ອໃນສໍາຄັນໃນການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ ທ່ານຮອງລັດຖະມົນຕີ Donny Ermawan ຈະເອົາໃຈໃສ່, ສະໜັບສະໜູນ, ຊຸກຍູ້ການຜັນຂະຫຍາຍປະຕິບັດການພົວພັນຮ່ວມມືລະຫວ່າງສອງປະເທດ.

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ ເຫັນດີນຳການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອິນໂດເນເຊຍ ເຂົ້າສູ່ແທດຈິງ; ໃນນັ້ນເນັ້ນໜັກເຖິງການຮ່ວມມືລະຫວ່າງເຫຼົ່າທັບເຮືອ, ເຫຼົ່າທັບທະຫານອາກາດ, ຕໍາຫຼວດທະເລ; ການຮ່ວມມືບໍາລຸງສ້າງ... ພິເສດ, ການຮ່ວມມືດ້ານຄວາມໝັ້ນຄົງທາງທະເລ, ການໜູນຊ່ວຍຊາວປະມົງ, ຊອກຫາກູ້ໄພຢູ່ທະເລລະຫວ່າງສອງຝ່າຍ... ຕ້ອງໄດ້ຮັບການເອົາໃຈໃສ່ຊຸກຍູ້ໃນໄລຍະຈະມາເຖິງ.

ໂດຍ: ໄຊຊະນະ