ພົນເອກ ຟານວັນຢາງ ພົບປະສອງຝ່າຍຢູ່ນອກເວທີປາໄສຊຽງຊານ ປັກກິ່ງ ຄັ້ງທີ 12
ກປ.ອອນໄລ - ເນື່ອງໃນໂອກາດເຂ້ົາຮ່ວມເວທີປາໄສຊຽງຊານ ປັກກິ່ງ ຄັ້ງທີ 12 ແລະເຮັດວຽກ ຢູ່ຈີນ, ຕອນບ່າຍວັນທີ 18 ກັນຍາ, ຢູ່ປັກປິ່ງ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍຢູ່ນອກກອງປະຊຸມກັບຄູ່ຮ່ວມມືຕ່າງໆ.
    |
 |
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດຈີນ. ພາບ: qdnd.vn |
ທີ່ການພົບປະສອງຝ່າຍກັບທ່ານພົນໂທ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດຈີນ, ສອງຝ່າຍເນັ້ນໜັກເຖິງໝາກຜົນຂອງການຢ້ຽມຢາມ ແລະການພົບປະຂັ້ນສູງໃນໄລຍະຜ່ານມາ ໄດ້ສ້າງພື້ນຖານເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍຢ່າງແທດຈິງ ແລະມີປະສິດທິຜົນກວ່າ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ. ສອງຝ່າຍກໍ່ຢັ້ງຢືນຈະພ້ອມກັນຫັນຄວາມຮັບຮູ້ອັນສຳຄັນເຊິ່ງການນຳສອງພັກ, ສອງລັດ ໄດ້ເຫັນດີເປັນເອກະພາບກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນ.
ທີ່ການພົບປະສອງຝ່າຍກັບທ່ານພົນໂທ ຄໍາລຽງ ອຸທະໄກສອນ, ສອງຝ່າຍເຫັນດີໃນໄລຍະຈະມາເຖິງຈະຊຸກຍູ້ການຜັນຂະຫຍາຍບາງເຄື່ອນໄຫວຮ່ວມມືຈຸດສຸມ, ໃນນັ້ນມີການພົບປະປະຈຳປີລະຫວ່າງສາມລັດຖະມົນຕີກະຊວງປ້ອງກັນປະເທດ ແລະການຝຶກຊ້ອມຮ່ວມກ່ຽວກັບການກອບກູ້ໄພພິບັດລະຫວ່າງກອງທັບສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ຢູ່ລາວ.
    |
 |
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະສອງຝ່າຍກັບທ່ານພົນເອກ Tea Seiha ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ. ພາບ: qdnd.vn |
ເຮັດວຽກກັບທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ, ສອງຝ່າຍເຫັນດີເປັນເອກະພາບເປັນເຈົ້າການສົມທົບກັນຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນການບໍາລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ກອງທັບ; ຊຸກຍູ້ການພົບປະປະຈຳປີລະຫວ່າງສາມລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ ແລະງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ- ກຳປູເຈຍ ຄັ້ງທີ 2.
ໃນການແລກປ່ຽນກັບທ່ານ Batlut Damba ລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ, ສອງລັດຖະມົນຕີ ໄດ້ເຫັນດີຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ເພີ່ມທະວີການຮ່ວມມືດ້ານການບໍາລຸງສ້າງ; ເຊື່ອມຕໍ່, ຊອກຫາກາລະໂອກາດຮ່ວມມືໃນຂົງເຂດອຸດສາຫະກໍາປ້ອງກັນຊາດ.
ຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງປັກກິ່ງ, ທ່ານພົນເອກ ຟານວັນຢາງ ໄດ້ມີການພົບປະກັບທ່ານພົນໂທ Álvaro Lopez Miera ລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ; ທ່ານ Chan Chun Sing ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ; ທ່ານພົນເອກ Julio Cesar Aviles ຜູ້ບັນຊາການສູງສຸດບັນດາກຳລັງປະກອບອາວຸດ ນີກາຣາກົວ ເພື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ.
ໂດຍ: ທູຈາງ