ກອງຊ່າງແສງຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສັນຕິພາບສາກົນ
ກປ.ອອນໄລ - ຕອນເຊົ້າວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ເນື່ອງໃນໂອກາດວັນສັນຕິພາບສາກົນ (ວັນທີ 21 ກັນຍາ), ກອງຊ່າງແສງຫວຽດນາມ ເລກ 3 ຂອງຫວຽດນາມ ພ້ອມດ້ວຍບັນດາກົມກອງຈັດສົ່ງພົນທະຫານ ຂຶ້ນກັບຄະນະປະຕິບັດງານຄວາມໝັ້ນຄົງຊົ່ວຄາວຂອງ ສປຊ ຢູ່ເຂດ Abyei (UNISFA) ຈັດຕັ້ງການຍ່າງ, ເພື່ອແຜ່ຂະຫຍາຍສານຢ່າງແຮງກ່ຽວກັບຄວາມສໍາຄັນຂອງສັນຕິພາບໂລກ.
    |
 |
ບັນຍາກາດທີ່ເຫດການ. ພາບ: qdnd.vn |
ທີ່ເຫດການ, ທ່ານພົນຕີ Robert Yaw Affram, ຜູ້ບັນຊາການຄະນະປະຕິບັດງານ UNISFA ໄດ້ເນັ້ນໜັກເຖິງຄວາມໝາຍຂອງວັນສັນຕິພາບສາກົນ, ແມ່ນວັນບຸນທີ່ ສປຊ ໄດ້ຮັບຮອງ ແລະຈັດຕັ້ງປະຈຳປີ. ທ່ານພົນຕີ Robert Yaw Affram ຢືນຢັນວ່າ, “ວັນທີ 21 ກັນຍາ ບໍ່ພຽງແຕ່ແມ່ນວັນສະເຫຼີມສະຫຼອງເທົ່ານັ້ນ, ຫາກຍັງແມ່ນວັນເພື່ອຢືນຢັນຄຳໝັ້ນສັນຍາຄືນໃໝ່ຂອງພວກເຮົາໃນການຮັກສາສັນຕິພາບອີກດ້ວຍ. ການຍ່າງໃນວັນນີ້ຂອງກົມກອງຢູ່ UNISFA ແມ່ນການສະແດງໃຫ້ເຫັນເຖິງນ້ຳໃຈສາມັກຄີ ແລະຄວາມຕັດສິນໃຈສ້າງໂລກແຫ່ງສັນຕິພາບ”.
    |
 |
ຄະນະບັນຊາຄະນະປະຕິບັດງານ UNISFA, ການນຳອໍາກາດປົກຄອງທ້ອງຖິ່ນ ແລະຜູ້ຕາງໜ້າບັນດາອົງການຂອງຄະນະປະຕິບັດງານ ພ້ອມກັນເຂົ້າຮ່ວມການຍ່າງໃນວັນສັນຕິພາບສາກົນ. ພາບ: qdnd.vn |
    |
 |
ຄະນະບັນຊາຄະນະປະຕິບັດງານ UNISFA, ການນໍາອໍານາດການປົກຄອງທ້ອງຖິ່ນ ແລະຜູ້ຕາງໜ້າບັນດາອົງການຂອງຄະນະປະຕິບັດງານ ຕັດເຄັກສະເຫຼີມສະຫຼອງວັນສັນຕິພາບສາກົນ. ພາບ: qdnd.vn |
ຕາງໜ້າອໍານາດການປົກຄອງທ້ອງຖິ່ນ, ທ່ານ Charles Abyei Jok ຫົວໜ້າເຂດປົກຄອງພິເສດ Abyei ຍັງສະແດງຄວາມຂອບໃຈອັນເລິກເຊິ່ງຕໍ່ການມີໜ້າ ແລະຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງບັນດາກໍາລັງຮັກສາສັນຕິພາບ ສປຊ ໃນການກໍ່ສ້າງພື້ນຖານໂຄງລ່າງ, ປະກອບສ່ວນນໍາມາເຊິ່ງຊີວິດການເປັນຢູ່ເປັນປົກກະຕິແກ່ປະຊາຊົນ. ທ່ານ Charles Abyei ແບ່ງປັນວ່າ, “ເຫດການດັ່ງກ່າວຊ່ວຍໃຫ້ພວກຂ້າພະເຈົ້າ ຍົກສູງຄວາມຮັບຮູ້ກ່ຽວກັບສັນຕິພາບ ແລະໃຫ້ພວກຂ້າພະເຈົ້າ ມີຄວາມຫວັງກ່ຽວກັບອະນາຄົດອັນສົດໃສກວ່າ, ບ່ອນທີ່ລູກນ້ອງຂອງພວກຂ້າພະເຈົ້າ ໄດ້ເຕີບໃຫຍ່ໃນຄວາມສະຫງົບສຸກ”,
    |
 |
ຕາງໜ້າຄະນະບັນຊາຄະນະປະຕິບັດງານ UNISFA, ອໍານາດການປົກຄອງທ້ອງຖິ່ນ ແລະກໍາລັງບັນດາປະເທດຈັດສົ່ງພົນທະຫານ ເຂົ້າຮ່ວມການຍ່າງ. ພາບ: qdnd.vn |
ສຳລັບນາຍທະຫານຂອງກອງຊ່າງແສງຫວຽດນາມ ເລກ 3, ການເຂົ້າຮ່ວມຍ່າງ ແລະຕອບສະໜອງວັນສັນຕິພາບສາກົນ ຢູ່ບ່ອນເຮັດໜ້າທີ່ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ ແລະປະສົບການອັນເລິກເຊິ່ງ.
ພັນຕີ ລືວກວາງແທກ ສະມາຊິກໜ່ອຍປ້ອງກັນ ແບ່ງປັນວ່າ: “ໄດ້ນຸ່ງຊຸດເສື້ອທະຫານໝວກເບເລສີຟ້າ ແລະພ້ອມກັບເພື່ອນຮ່ວມງານສາກົນຍ່າງໃນວັນສໍາຄັນຍິ່ງນີ້ເຮັດໃຫ້ພວກຂ້າພະເຈົ້າ ຮູ້ສຶກເອກອ້າງທະນົງໃຈ. ພວກຂ້າພະເຈົ້າ ເຂົ້າໃຈວ່າວຽກງານແຕ່ລະມື້ຂອງຕົນ,... ປະກອບສ່ວນເຂົ້າໃນການ “ບໍ່ມີສົງຄາມ ແລະຄວາມຮຸນແຮງ” ເຊິ່ງ ສປຊ ມຸ່ງໄປເຖິງ”.
    |
 |
ກໍາລັງເຂົ້າຮ່ວມການຍ່າງ ຂອງກອງຊ່າງແສງເລກ 3 ຫວຽດນາມ. ພາບ: qdnd.vn |
    |
 |
ບັນດາສະມາຊິກກອງຊ່າງແສງ ຫວຽດນາມ ເລກ 3 ທີ່ເຫດການ. ພາບ: qdnd.vn |
ສ່ວນພັນຕີ ກາວວັນເດືອກ ຜູ້ຊ່ວຍດ້ານເຕັກນິກຂອງກອງຊ່າງແສງ ເລກ 3 ເນັ້ນໜັກວ່າ: “ພວກຂ້າພະເຈົ້າຮູ້ສຶກໄດ້ຄວາມໝາຍອັນສັກສິດເມື່ອປະກອບສ່ວນເຂົ້າໃນໜ້າທີ່ຮັກສາສັນຕິພາບ, ຊ່ວຍເຫຼືອປະຊາຊົນ. ນີ້ບໍ່ພຽງແຕ່ແມ່ນໜ້າທີ່ເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບຂອງປະເທດຮັກຫອມສັນຕິພາບ ຄືຫວຽດນາມ ອີກດ້ວຍ”.
ໂດຍ: ໄຊນີດາ