ຂີດໝາຍນາຍທະຫານຍິງຮັກສາສັນຕິພາບຫວຽດນາມ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະປະຊາຊາດ ຄົບຮອບ 80 ປີ, ຮູບພາບການເຄື່ອນໄຫວຂອງຮ້ອຍເອກພິເສດ ນາງ ຫວູຫງວຽດແອັງ ນັກສັງເກດການທະຫານຍິງຫວຽດນາມ ຢູ່ UNMISS (ຊູດັງໃຕ້) ໄດ້ຮັບກຽດເຂົ້າໃນທອັບ 80 ຮູບຖ່າຍດີເດັ່ນທີ່ສຸດທີ່ການປະກວດຮູບຖ່າຍສາກົນ “UN Staff at Work” ໂດຍ ສະມາຄົມນັກຖ່າຍຮູບສະພາບັນເທີງລັດຖະກອນສະຫະປະຊາຊາດ (UNSRC Photographic Society) ປຸກລະດົມ.
ໃນຈຳນວນເກືອບ 800 ຮູບຖ່າຍຈາກພະນັກງານ, ລັດຖະກອນ ສປຊ 300 ກວ່າຄົນຢູ່ 80 ກວ່າປະເທດ, ຮູບຖ່າຍນີ້ ໄດ້ຮັບສາຍໃນວັນສະຫະປະຊາຊາດ - Expo 2025 Osaka, ຍີ່ປຸ່ນ, ແມ່ນຂີດໝາຍສຳຄັນທີ່ຢັ້ງຢືນຄວາມກ້າວໜ້າໃໝ່ຂອງຫວຽດນາມ ນັບແຕ່ປີ 2014 - ແມ່ນຈຸດເວລາ ເປັນຄັ້ງທໍາອິດທີ່ຫວຽດນາມ ສົ່ງກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ.
    |
 |
ຮູບພາບຮ້ອຍເອກພິເສດ ນາງ ຫວູຫງວຽດແອັງ ພ້ອມກັບເດັກນ້ອຍຊູດັງໃຕ້ ທີ່ Expo 2025 Osaka, ຍີ່ປຸ່ນ. ຫງວຽດກາດ. |
ຮູບພາບດັ່ງກ່າວໄດ້ຖ່າຍໃນເດືອນກໍລະກົດ 2025, ເຊິ່ງໄດ້ພັນລະນາຈຸດເວລາທີ່ເຕັມໄປດ້ວຍມະນຸດສະທຳຂອງຮ້ອຍເອກພິເສດ ນາງ ຫວູຫງວຽດແອັງ ໃນການເຄື່ອນໄຫວພົບປະປະຊາຄົມຢູ່ Juba. ນັກຮົບໝວກເບເລສີຟ້າຫວຽດນາມ ບໍ່ພຽງແຕ່ປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບ ເທົ່ານັ້ນ, ຫາກຍັງຮ່ວມເດີນທາງພ້ອມກັບແມ່ຍິງ ແລະເດັກນ້ອຍຂອງຊູດັງໃຕ້ ຄື: ແນະນຳການລ້າງມື, ແບ່ງປັນເຂົ້າໜົມອົມ, ກໍາມືເພື່ອປອບໃຈເຂົາເຈົ້າ - ບັນດາກິລິຍາທີ່ລຽບງ່າຍແຕ່ເຕັມໄປດ້ວຍກໍາລັງແຜ່ຂະຫຍາຍ, ປະກອບສ່ວນສະໜິດຕິດພັນກັບປະຊາຄົມ ແລະປຸກລຸກຄວາມເຊື່ອໝັ້ນ.
    |
 |
ຮ້ອຍເອກພິເສດ ນາງ ຫວູຫງວຽດແອັງ ເບິ່ງແລດູແລເດັກນ້ອຍ ຊູດັງໃຕ້. ພາບ: ຫງວຽດກາດ. |
ຮ້ອຍເອກພິເສດ ນາງ ຫວູຫງວຽດແອັງ ແບ່ງປັນວ່າ: “ໂດຍໄດ້ເຮັດວຽກຢູ່ UNMISS ແມ່ນຄວາມເປັນກຽດອັນໃຫຍ່ຫຼວງສຳລັບຂ້າພະເຈົ້າ, ພ້ອມກັນນັ້ນ ເລື່ອງຮູບພາບຂອງຂ້າພະເຈົ້າ ໄດ້ຮັບການຄັດເລືອກເຂົ້າທອັບ 80 ແລະໄດ້ສາຍຢູ່ໃນສາກົນແມ່ນຄວາມພາກພູມໃຈພິເສດ. ນີ້ບໍ່ພຽງແຕ່ເປັນການຮັບຮູ້ສໍາລັບຂ້າພະເຈົ້າ ເທົ່ານັ້ນ, ຫາກຍັງແມ່ນຄວາມຮັບຜິດຊອບເພື່ອໃຫ້ຂ້າພະເຈົ້າ ສືບຕໍ່ມານະພະຍາຍາມກວ່າອີກ, ປະກອບສ່ວນແຜ່ຂະຫຍາຍຮູບພາບປະເທດຊາດ, ປະຊາຊົນ ແລະກຳລັງຮັກສາສັນຕິພາບຂອງຫວຽດນາມ ເຖິງເພື່ອນມິດສາກົນ”.
ຜົນສຳເລັດຂອງຮ້ອຍເອກພິເສດ ນາງ ຫວູຫງວຽດແອັງ ບໍ່ພຽງແຕ່ແມ່ນຂີດໝາຍສ່ວນຕົວ ເທົ່ານັ້ນ ຫາກຍັງສະແດງເຖິງປະເທດຫວຽດນາມ ທີ່ທັນສະໄໝ, ຄວາມກ້າຫານ ແລະມີມະນຸດສະທຳ ເຊິ່ງ ຮູບພາບຂອງນາຍທະຫານຫວຽດນາມ ພ້ອມກັບເພື່ອນຮ່ວມງານສາກົນ ກາຍເປັນຂົວຕໍ່ວັດທະນະທຳ, ຄວາມໄວ້ເນື້ອເຊື່ອໃຈ ແລະສັນຕິພາບ. ຈາກຈຸດເວລາທີ່ລຽບງ່າຍຢູ່ຊູດັງໃຕ້ ເຖິງເວທີສາກົນຢູ່ Osaka, ຮູບພາບດັ່ງກ່າວຄືສາຍເຊື່ອມຕໍ່ບັນດາຫົວໃຈ ແລະຄວາມເຊື່ອໝັ້ນ, ເພີ່ມສີສັນສົດໃສໃຫ້ແກ່ຮູບພາບ 80 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ, ຢືນຢັນວ່າ ຫວຽດນາມ ພວມພັດທະນາຢ່າງແຂງແຮງ, ມີຄວາມໝັ້ນໃຈ ແລະມີຄວາມຮັບຜິດຊອບໃນປະຊາຄົມສາກົນ - ທຸກການກະທຳທີ່ລຽບງ່າຍກໍສາມາດສ້າງຄວາມຫວັງ, ແຜ່ຂະຫຍາຍຄວາມຮັກແພງ ແລະສ້າງໂລກແຫ່ງສັນຕິພາບ, ຍຸດຕິທຳ ແລະມີມະນຸດສະທຳ.
ໂດຍ: ໄຊຊະນະ