ໃນການລາດຕະເວນ, ສອງຝ່າຍໄດ້ປະຕິບັດລະບຽບການເຄົາລົບກັນລະຫວ່າງກໍາປັ່ນທະຫານເຮືອບັນດາປະເທດອາຊຽນ (Hello ອາຊຽນ); ແລກປ່ຽນຂໍ້ມູນຂ່າວສານ; ການຝຶກແອບນໍາໃຊ້ກົດແຫ່ງການປະພຶດໃຫ້ການພົບກັນໂດຍບັງເອີນຢູ່ທະເລຂອງທະຫານເຮືອບັນດາປະເທດທາງທິດຕາເວັນຕົກປາຊິຟິກ (CUES).

leftcenterrightdel
ພະນັກງານ, ນັກຮົບກໍາປັ່ນ 265 ເຄົາລົບກໍາປັ່ນ 1144 ທະຫານເຮືອແຫ່ງລາຊະອານາຈັກກໍາປູເຈຍ. ພາບ: ກວ໊ກເຍິນ-ດັງຮ໊ຽວ

ທ່ານພັນເອກ ບຸ່ຍດຶ໊ກດົງ, ຮອງຫົວໜ້າການທະຫານ ຫົວໜ້າເສນາທິການກອງພົນນ້ອຍ 175, ຜູ້ບັນຊາການກໍາປັ່ນລາດຕະເວນທະຫານເຮືອປະຊາຊົນຫວຽດນາມ ໃຫ້ຮູ້ວ່າ: ນອກຈາກການປະຕິບັດບັນດາເນື້ອໃນຕາມກົດລະບຽບສົມທົບກັນລາດຕະເວນຮ່ວມ, ຜ່ານຊ່ອງທາງສື່ສານ, ພະນັກງານ, ນັກຮົບກໍາປັ່ນ 265 ແລະກໍາປັ່ນ 1144 ໄດ້ຕັ້ງໜ້າໂຄສະນາ, ຂົນຂວາຍຊາວປະມົງສອງປະເທດ ປະຕິບັດກົດໝາຍ ແລະຂໍ້ກຳນົດເມື່ອຂຸດຄົ້ນສິນທະເລຢູ່ທະເລ (IUU) ຢ່າງເຂັ້ມງວດ, ບໍ່ລະເມີດອະທິປະໄຕຂອງປະເທດອື່ນ.

ນອກຈາກນັ້ນ, ທະຫານເຮືອສອງປະເທດ ໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນ ແລະມອບຂອງຂວັນຢູ່ທະເລ. ຜ່ານນັ້ນໄດ້ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ສັນຕິພາບ, ສະຖຽນລະພາບຢູ່ເຂດນ່ານນໍ້າປະຫວັດສາດ ຫວຽດນາມ-ກໍາປູເຈຍ.

ໂດຍ: ເຈິ່ນຮວ່ຽນ