ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດ ຢູ່ອັງກິດ
ກປ.ອອນໄລ - ໂດຍໄດ້ຮັບຄໍາເຊີນຂອງກະຊວງດໍາເນີນທຸລະກິດ ແລະການຄ້າອັງກິດ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຝຸ່ງຊີ໊ເຕິ໋ນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມງານວາງສະແດງສາກົນກ່ຽວກັບອຸປະກອນປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ ປີ 2025 ຢູ່ລາຊະອານາຈັກ ອັງກິດ ໃນລະຫວ່າງວັນທີ 9-11 ກັນຍາ.
    |
 |
ທ່ານພົນໂທ ຝຸ່ງຊີ໊ເຕິ໋ນ ນໍາໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມງານວາງສະແດງສາກົນກ່ຽວກັບອຸປະກອນປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ ປີ 2025 ຢູ່ ອັງກິດ. ພາບ: qdnd.vn |
ສອງປີຈັດຂຶ້ນເທື່ອໜຶ່ງ ໂດຍກະຊວງດໍາເນີນທຸລະກິດ ແລະການຄ້າທີ່ສູນວາງສະແດງ ExCel, ນະຄອນຫຼວງລອນດອນ, ອັງກິດ, ງານວາງສະແດງສາກົນກ່ຽວກັບອຸປະກອນປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ ແມ່ນໜຶ່ງໃນບັນດາງານວາງສະແດງສາກົນທີ່ມີອິດທິພົນຊື່ສຽງໃນໂລກ. ຕາມຂໍ້ມູນຈາກຄະນະຈັດຕັ້ງແລ້ວ, ງານວາງສະແດງປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດປ້ອງກັນຊາດສາກົນປະມານ 1.600 ແຫ່ງ ທີ່ມາຈາກ 50 ປະເທດ ແລະເຂດແຄ້ວນ ກໍຄື ຄະນະຜູ້ແທນຢ້ຽມຊົມ, ຄະນະການຄ້າ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ, ກອງທັບຂອງປະເທດຕ່າງໆຫຼາຍຄະນະ.
    |
 |
ທ່ານພົນໂທ ຝຸ່ງຊີ໊ເຕິ໋ນ ພ້ອມດ້ວຍຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຊົມຮ້ານວາງສະແດງທີ່ງານວາງສະແດງ. ພາບ: qdnd.vn |
    |
 |
ຄະນະຜູ້ແທນໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳອັງກິດ. ພາບ: qdnd.vn |
ໂດຍຜັນຂະຫຍາຍປະຕິບັດແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການກໍ່ສ້າງ ແລະພັດທະນາພື້ນຖານອຸດສາຫະກຳປ້ອງກັນຊາດຫວຽດນາມ ຕາມທິດເປັນເຈົ້າການ, ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນໍາໃຊ້ໃນຂົງເຂດການທະຫານ ແລະພົນລະເຮືອນ, ທັນສະໄໝ, ໃນຊຸມປີຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການຍູ້ແຮງການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ກັບຄູ່ຮ່ວມມືສາກົນຕ່າງໆ; ໄດ້ຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ເປັນ 2 ຄັ້ງຢູ່ນະຄອນຫຼວງຮ່າໂນ້ຍ ປະສົບຜົນສຳເລັດ, ຜ່ານນັ້ນສືບຕໍ່ສ້າງພາບພົດ ແລະທີ່ຕັ້ງຂອງພື້ນຖານອຸດສາຫະກໍາປ້ອງກັນຊາດຫວຽດນາມ ໃນເວທີສາກົນ ແລະພາກພື້ນ.
ໂດຍ: ທູຈາງ