ຊຸກຍູ້ການຮ່ວມມືໃນຂົງເຂດທະເລລະຫວ່າງຫວຽດນາມ - ສະຫະພັນລັດເຊຍ
ກປ.ອອນໄລ - ຕອນບ່າຍວັນທີ 15 ກັນຍາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ດໍາເນີນການພົບປະສອງຝ່າຍກັບທ່ານ Nikolai Patrushev, ຜູ້ຊ່ວຍປະທານາທິບໍດີ, ປະທານສະພາທະເລ ສະຫະພັນລັດເຊຍ.
    |
 |
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທີ່ການພົບປະສອງຝ່າຍ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ແຜນນະໂຍບາຍຂອງຫວຽດນາມ ແມ່ນກາຍເປັນປະເທດທີ່ເຂັ້ມແຂງທາງທະເລ, ຮັ່ງມີຈາກທະເລ, ພັດທະນາແບບຍືນຍົງ, ວັດທະນາຖາວອນ, ຄວາມສະຫງົບ ແລະປອດໄພ; ພັດທະນາເສດຖະກິດທະເລແບບຍືນຍົງຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ, ເພີ່ມທະວີການພົວພັນຕ່າງປະເທດ, ການຮ່ວມມືສາກົນທາງທະເລ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃຫ້ການພັດທະນາ.
    |
 |
ທ່ານ Nikolai Patrushev, ຜູ້ຊ່ວຍປະທານາທິບໍດີ, ປະທານສະພາທະເລ ສະຫະພັນລັດເຊຍ ທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ກ່ຽວກັບບັນຫາທະເລຕາເວັນອອກ, ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍ ວ່າດ້ວຍທະເລປີ 1982 (UNCLOS); ປະຕິບັດຕາມຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC); ຊຸກຍູ້ການສິ້ນສຸດການເຈລະຈາ ແລະລົງນາມກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິພາບ, ປະສິດທິຜົນໂດຍໄວ.
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ສະຫະພັນລັດເຊຍ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ພົ້ນເດັ່ນແມ່ນໃນຂົງເຂດ ຄື: ທະຫານເຮືອ, ການບໍາລຸງກໍ່ສ້າງ, ຄົ້ນຄວ້າວິທະຍາສາດທາງທະເລໃນຂອບເຂດສູນເຂດຮ້ອນຫວຽດນາມ - ລັດເຊຍ; ຮ່ວມມື, ແລກປ່ຽນປະສົບການໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນແຫ່ງຊາດ... ໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ສະເໜີຊຸກຍູ້ການປຶກສາຫາລື, ຜັນຂະຫຍາຍການຮ່ວມມືໃນຂົງເຂດທະເລທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ສ່ວນທ່ານ Nikolai Patrushev ເນັ້ນໜັກວ່າ ການຮ່ວມມືທາງທະເລ ປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ທີ່ເໝາະສົມກັບການກໍານົດທິດໃຫຍ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ ເຊິ່ງການນຳຂັ້ນສູງສອງປະເທດເຫັນດີເປັນເອກະພາບໃນເດືອນພຶດສະພາ ປີ 2025. ທ່ານ Nikolai Patrushev ຢືນຢັນວ່າ ການຮ່ວມມືທາງທະເລລະຫວ່າງສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ; ປາດຖະໜາວ່າສອງຝ່າຍຈະສືບຕໍ່ແລກປ່ຽນຊຸກຍູ້ການຮ່ວມມືໃນຂົງເຂດນີ້, ໃນນັ້ນສຸມໃສ່ການຮ່ວມມືທາງທະເລ; ການສຶກສາ-ບໍາລຸງສ້າງ, ການຄົ້ນຄວ້າວິທະຍາສາດທາງທະເລ...; ພ້ອມທັງ, ຄົ້ນຄວ້າບັນດາຂົງເຂດທະເລທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ.
    |
 |
ທ່ານພົນເອກ ຟານວັນຢາງ ແລະທ່ານ Nikolai Patrushev ຜູ້ຊ່ວຍປະທານາທິບໍດີ, ປະທານສະພາທະເລ ສະຫະພັນລັດເຊຍ ລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການທາບທາມຄໍາເຫັນໃນຂົງເຂດທະເລ. ພາບ: qdnd.vn |
* ສິ້ນສຸດການພົບປະ, ສອງຝ່າຍໄດ້ລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການທາບທາມຄໍາເຫັນໃນຂົງເຂດທະເລລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະສະພາທະເລ ສະຫະພັນລັດເຊຍ.
ໂດຍ: ທູຈາງ