ຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນ ຢ້ຽມຢາມກອງພົນລົດຕັງ 1011 (ກູບາ)
ກປ.ອອນໄລ - ໃນຂອບເຂດການປະຕິບັດງານ ຢູ່ກູບາ, ຕອນເຊົ້າວັນທີ 15 ກັນຍາ (ຕາມເວລາທ້ອງຖິ່ນ), ຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນຫວຽດນາມ ນຳໂດຍ ທ່ານພົນຈັດຕະວາ ດວ່ານຊວນໂບ້, ຫົວໜ້າບັນນາທິການ ໄດ້ໄປຢ້ຽມຢາມກອງພົນລົດຕັງ 1011, ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ.
ນະທີ່ນີ້, ຄະນະ ໄດ້ໄປຢ້ຽມຢາມຄ້າຍທະຫານ, ພື້ນຖານວັດຖຸ, ອາວຸດຍຸດໂທປະກອບເຕັກນິກທີ່ຮັບໃຊ້ວຽກງານຝຶກແອບ, ກຽມພ້ອມສູ້ຮົບຂອງກອງພົນ ແລະແລກປ່ຽນກັບພະນັກງານ, ນັກຮົບກົມກອງ.
    |
 |
ຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນ ຢ້ຽມຢາມຫໍພິພິທະພັນກອງພົນລົດຕັງ 1011. ພາບ: qdnd.vn |
ທີ່ການເຮັດວຽກ, ທ່ານພັນເອກ Robendo Navarro Cabneja, ຫົວໜ້າກອງພົນລົດຕັງ 1011, ໄດ້ແນະນໍາໂດຍຫຍໍ້ກ່ຽວກັບໄລຍະທາງ 60 ປີ (1965-2025) ແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງພົນ. ກອງພົນແມ່ນໜຶ່ງໃນບັນດາກົມກອງສຳຄັນ, ມີຜົນງານຫຼາຍຢ່າງໃນການຝຶກແອບ, ກຽມພ້ອມສູ້ຮົບ ແລະປະຕິບັດໜ້າທີ່ສາກົນຂອງບັນດາກໍາລັງປະກອບອາວຸດປະຕິວັດກູບາ.
ຕາງໜ້າຄະນະປະຕິບັດງານ, ທ່ານພົນຈັດຕະວາ ດວ່ານຊວນໂບ້ ໄດ້ສະແດງຄວາມຂອບໃຈຕໍ່ຄະນະບັນຊາ, ພະນັກງານ, ນັກຮົບກອງພົນລົດຕັງ 1011 ທີ່ໄດ້ສະຫງວນໃຫ້ຄະນະ ການຕ້ອນຮັບຢ່າງສົມກຽດ ແລະອາລົມຈິດຄວາມຮັກແພງທີ່ເຕັມໄປດ້ວຍຖານສະຫາຍອ້າຍນ້ອງອັນສະໜິດສະໜົມ, ໃກ້ຊິດ. ທ່ານພົນຈັດຕະວາ ດວ່ານຊວນໂບ້ ສະແດງຄວາມປະທັບໃຈຕໍ່ມູນເຊື້ອອັນດີງາມ ກໍ່ຄື ການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງທັງດ້ານການຈັດຕັ້ງ, ກໍາລັງຂອງກອງພົນ; ເຊື່ອໝັ້ນວ່າ ກົມກອງຈະສືບຕໍ່ຮັກສາ ແລະເສີມຂະຫຍາຍມູນເຊື້ອປະຕິວັດ, ປະຕິບັດສຳເລັດໜ້າທີ່ ເຊິ່ງ ພັກ, ລັດ, ປະຊາຊົນ ແລະກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ມອບໝາຍໃຫ້, ສົມກັບແມ່ນ “ກໍາປັ້ນເຫຼັກຂອງບັນດາກໍາລັງປະກອບອາວຸດປະຕິວັດກູບາ”, ປະກອບສ່ວນປົກປັກຮັກສາປະເທດຊາດກູບາ ສັງຄົມນິຍົມ ຢ່າງໝັ້ນຄົງ.
    |
 |
ຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນ ໄດ້ຮັບຟັງການແນະນຳກ່ຽວກັບຫຼັກສູດຝຶກແອບຂອງກອງພົນລົດຕັງ 1011. ພາບ: qdnd.vn |
ໃນບັນຍາກາດອັນອົບອຸ່ນເຕັມໄປດ້ວຍນໍ້າໃຈສະຫາຍອ້າຍນ້ອງ, ທ່ານພົນຈັດຕະວາ ດວ່ານຊວນໂບ້ ໄດ້ແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບການສ້າງຕັ້ງ, ພັດທະນາ, ບັນດາຜົນງານພົ້ນເດັ່ນຂອງໜັງສືພິມກອງທັບປະຊາຊົນ ໃນໄລຍະຜ່ານມາ. ພ້ອມກັນນັ້ນ, ຊີ້ແຈ້ງວ່າ, ການຢ້ຽມຢາມກອງພົນລົດຕັງ 1011 ໄດ້ຊ່ວຍໃຫ້ສະມາຊິກໃນຄະນະ ມີຄວາມເຂົ້າໃຈຕື່ມອີກ, ເກັບກຳເອກະສານອັນລໍ້າຄ່າຫຼາຍຢ່າງເພື່ອຮັບໃຊ້ວຽກງານເຮັດຂ່າວໃນອະນາຄົດ.
ໂດຍ: ເຈິ່ນຮວ່ຽນ