ຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບອົດສະຕາລີ ຢ້ຽມຢາມ ແລະພົບປະແລກປ່ຽນ ທີ່ໂຮງໝໍກອງທັບ 175
ກປ.ອອນໄລ - ຕອນບ່າຍວັນທີ 12 ກັນຍາ, ທີ່ນະຄອນໂຮ່ຈີມິນ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເປັນປະທານພິທີຕ້ອນຮັບທ່ານນາງ Sam Mostyn ຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບອົດສະຕາລີ ພ້ອມດ້ວຍສາມີ ໄປຢ້ຽມຢາມ, ພົບປະແລກປ່ຽນກັບກໍາລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ແລະພະນັກງານ, ພາລະກອນ ໂຮງໝໍກອງທັບ 175.
ເມື່ອມາຮອດໂຮງໝໍກອງທັບ 175, ທ່ານນາງ Sam Mostyn ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ ພະແນກປິ່ນປົວພິເສດ ພ້ອມກັບລະບົບພື້ນຖານດ້ານວັດຖຸທີ່ທັນສະໄໝຂອງໂຮງໝໍ. ບັນທຶກໃສ່ປຶ້ມອະນຸສອນທີ່ຫໍມູນເຊື້ອຂອງໂຮງໝໍ, ທ່ານນາງ Sam Mostyn ໄດ້ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ກັບຄວາມເປັນມືອາຊີບ, ທັນສະໄໝ, ກໍຄືການເຮັດວຽກຢ່າງສຸດຈິດສຸດໃຈຂອງກຳລັງການແພດທະຫານຫວຽດນາມ.
    |
 |
ທ່ານນາງ Sam Mostyn ຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບອົດສະຕາລີ ຢ້ຽມຢາມໂຮງໝໍກອງທັບ 175. ພາບ: qdnd.vn |
    |
 |
ທ່ານນາງ Sam Mostyn ຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບອົດສະຕາລີ ກ່າວຄໍາເຫັນທີ່ການພົບປະແລກປ່ຽນກັບພະນັກງານ, ພາລະກອນໂຮງໝໍກອງທັບ 175. ພາບ: qdnd.vn |
ຢ້ຽມຢາມ ແລະໂອ້ລົມກັບກຳລັງຮັກສາສັນຕິພາບຫວຽດນາມ, ທ່ານນາງ Sam Mostyn ຢືນຢັນວ່າ ໃນໄລຍະ 14 ປີຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ ແລະອົດສະຕາລີ ໄດ້ສະໜິດຕິດພັນ, ຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດຮັກສາສັນຕິພາບ, ໃນນັ້ນມີການປະກອບສ່ວນຂອງໂຮງໝໍກອງທັບ 175. ເລື່ອງສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ນັບແຕ່ປີ 2024 ໄດ້ສ້າງກາລະໂອກາດເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດ, ໃນນັ້ນມີການຮັກສາສັນຕິພາບນັບມື້ນັບເປີດກວ້າງ ແລະເຂົ້າສູ່ລວງເລິກ. ທ່ານນາງ Sam Mostyn ຕີລາຄາສູງການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ຢູ່ຊູດັງໃຕ້ ແລະບັນດາຄະນະປະຕິບັດງານຂອງຫວຽດນາມ ທີ່ສະຫະປະຊາຊາດ, ຖືນີ້ແມ່ນພະຍານຫຼັກຖານສະແດງໃຫ້ເຫັນເຖິງຄວາມສາມາດ, ອິດທິພົນຊື່ສຽງຂອງກອງທັບປະຊາຊົນຫວຽດນາມ ໃນເວທີສາກົນ.
    |
 |
ທ່ານນາງ Sam Mostyn ຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບອົດສະຕາລີ ຖ່າຍຮູບເປັນທີ່ລະນຶກກັບການນໍາກະຊວງປ້ອງກັນປະເທດ ແລະກໍາລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ. ພາບ: qdnd.vn |
    |
 |
ທ່ານນາງ Sam Mostyn ຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບອົດສະຕາລີ ແລະສາມີ ພ້ອມດ້ວຍຜູ້ແທນປູກຕົ້ນໄມ້ເປັນທີ່ລະນຶກ ທີ່ໂຮງໝໍກອງທັບ 175. ພາບ: qdnd.vn |
ພິເສດ, ເຫດການທີ່ໜ້າປະຫຼາດໃຈ ແລະອົບອຸ່ນໄດ້ເກີດຂຶ້ນເມື່ອການນຳກະຊວງປ້ອງກັນປະເທດ, ໂຮງໝໍກອງທັບ 175 ແລະ ນະຄອນໂຮ່ຈີມິນ ໄດ້ສະເຫຼີມສະຫຼອງວັນເກີດຂອງທ່ານນາງ Sam Mostyn ຢູ່ໃນຫ້ອງປະຊຸມ. ທ່ານນາງ Sam Mostyn ໄດ້ສະແດງຄວາມສະເທືອນໃຈຕໍ່ກັບອາລົມຈິດທີ່ເປັນມິດສະໜິດສະໜົມຈາກຝ່າຍກະຊວງປ້ອງກັນປະເທດຫວຽດນາມ, ຖືນີ້ແມ່ນອານຸສອນທີ່ເປັນທີ່ໜ້າຈົດຈຳໃນການຢ້ຽມຢາມຄັ້ງນີ້. ຢູ່ບໍລິເວນໂຮງໝໍ, ທ່ານນາງ Sam Mostyn ແລະສາມີ ພ້ອມດ້ວຍການນຳກະຊວງປ້ອງກັນປະເທດ ໄດ້ປູກຕົ້ນໄມ້ທີ່ລະນຶກ, ສົ່ງສານກ່ຽວກັບສັນຕິພາບ, ມິດຕະພາບ ແລະ ການຮ່ວມມືແບບຍືນຍົງລະຫວ່າງສອງປະເທດ.
ໂດຍ: ທູຈາງ