leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ງອັກເຮິນ

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນເອກ ຫງວຽນເຕິນເກືອງ ເນັ້ນໜັກວ່າ ຍິ່ງກວ່າເວລາໃດໝົດ, ອາຊຽນຕ້ອງເສີມຂະຫຍາຍບົດບາດໃຈກາງ ແລະປັບປຸງຄວາມສາມັກຄີພາຍໃນກຸ່ມດ້ວຍການກະທຳລະອຽດ.

ທ່ານພົນເອກ ຫງວຽນເຕິນເກືອງ ຢືນຢັນຄືນໃໝ່ວ່າ ໂດຍແມ່ນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນປະຊາຄົມອາຊຽນ ແລະປະຊາຄົມສາກົນ, ກອງທັບປະຊາຊົນຫວຽດນາມ ໃຫ້ຄໍາໝັ້ນສັນຍາສືບຕໍ່ປະກອບສ່ວນສ້າງອາຊຽນສາມັກຄີ, ເປັນເຈົ້າການ, ປັບຄົວ ແລະພັດທະນາແບບຍືນຍົງ. ພ້ອມທັງສະເໜີ 4 ກຳນົດທິດຢ່າງລະອຽດ: ສືບຕໍ່ປັບປຸງຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ, ເສີມຂະຫຍາຍກົນໄກຮ່ວມມືດ້ານປ້ອງກັນຊາດທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ພິເສດແມ່ນໃນການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່; ເພີ່ມທະວີການແບ່ງປັນຂໍ້ມູນຍຸດທະສາດລະຫວ່າງກຳລັງກອງທັບອາຊຽນ; ເພີ່ມທະວີການຮ່ວມມືຍົກສູງຄວາມສາມາດຮັບມືກັບໄພຂົ່ມຂູ່ດ້ານຄວາມໝັ້ນຄົງແບບໃໝ່, ກ່ອນອື່ນໝົດແມ່ນຄວາມໝັ້ນຄົງທາງໄຊເບີ; ຊຸກຍູ້ການພົບປະແລກປ່ຽນດ້ານປ້ອງກັນຊາດ, ໂດຍຜ່ານບັນດາການເຄື່ອນໄຫວທີ່ມີໄຫວພິບ, ສອດຄ່ອງກັບເງື່ອນໄຂຂອງແຕ່ລະປະເທດ.

* ຕອນບ່າຍວັນດຽວກັນ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ມີການພົບປະສອງຝ່າຍກັບບັນດາຫົວໜ້າຄະນະບາງປະເທດ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ພົບປະກັບຜູ້ບັນຊາການທະຫານສູງສຸດມາເລເຊຍ. ພາບ: ງອັກເຮິນ

ທີ່ການພົບປະກັບຜູ້ບັນຊາການທະຫານສູງສຸດມາເລເຊຍ, ທ່ານພົນເອກ ຫງວຽນເຕິນເກືອງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ສົມທົບກັນປະຕິບັດກົນໄກຮ່ວມມືເປັນຢ່າງດີ, ຄື: ການເຈລະຈານະໂຍບາຍປ້ອງກັນຊາດ; ເພີ່ມທະວີການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ, ພົບປະແລກປ່ຽນນາຍທະຫານໜຸ່ມ; ສືບຕໍ່ປຶກສາຫາລື, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍ ໂດຍ ອາຊຽນຊັກຈູງ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ພົບປະກັບຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ. ພາບ: ງອັກເຮິນ

ທີ່ການພົບປະກັບຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ທ່ານພົນເອກ ຫງວຽນເຕິນເກືອງ ຖືວ່າ ສອງຝ່າຍຕ້ອງຊີ້ນຳບັນດາອົງການ, ກົມກອງ ສົມທົບກັນເປັນເຈົ້າການສ້າງແຜນການຜັນຂະຫຍາຍຢ່າງມີປະສິດທິຜົນ, ໃນນັ້ນກະກຽມເປັນຢ່າງດີ, ຈັດຕັ້ງການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ແລະການຊ້ອມຮົບຮ່ວມລະຫວ່າງກອງທັບ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ຢູ່ລາວ ປະສົບຜົນສໍາເລັດ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ພົບປະກັບຜູ້ບັນຊາການທະຫານສູງສຸດກອງທັບ ແຫ່ງລາຊະອານາຈັກ ກໍາປູເຈຍ. ພາບ: ງອັກເຮິນ

ພົບປະສອງຝ່າຍກັບຜູ້ບັນຊາການທະຫານສູງສຸດກອງທັບແຫ່ງລາຊະອານາຈັກກໍາປູເຈຍ, ທ່ານພົນເອກ ຫງວຽນເຕິນເກືອງ ສະເໜີວ່າໃນໄລຍະຈະມາເຖິງ, ສອງຝ່າຍປະຕິບັດວຽກງານກະກຽມຮັບໃຊ້ການຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ-ກໍາປູເຈຍ ຄັ້ງທີ 2; ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ກໍາປູເຈຍ ຄັ້ງທີ 8 ຢູ່ຫວຽດນາມ ປະສົບຜົນສໍາເລັດ...

ພົບປະສອງຝ່າຍກັບຫົວໜ້າເສນາທິການກໍາລັງປະກອບອາວຸດຟີລິບປິນ, ທ່ານພົນເອກ ຫງວຽນເຕິນເກືອງ ສະເໜີຈຸດສຸມໃນການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ...

ພົບປະ, ແລກປ່ຽນກັບຜູ້ບັນຊາການທະຫານສູງສຸດສິງກະໂປ, ທ່ານພົນເອກ ຫງວຽນເຕິນເກືອງ ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຮອບດ້ານ, ແທດຈິງ, ຈຸດສຸມແມ່ນການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ຮັກສາກົນໄກປຶກສາຫາລື, ການເຈລະຈາທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ; ສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດບຳລຸງສ້າງຊັບພະຍາກອນມະນຸດ...

ໂດຍ: ເຈິ່ນຮວ່ຽນ