ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຕ້ອນຮັບທູດທະຫານກູບາ ຜູ້ເກົ່າ ແລະຜູ້ໃໝ່
ກປ.ອອນໄລ - ວັນທີ 9 ກັນຍາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານພັນເອກ Roman Osvaldo Jimenez Ortega, ທູດທະຫານ, ທະຫານເຮືອ ແລະທະຫານອາກາດກູບາ ປະຈຳ ຫວຽດນາມ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ ແລະຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານພັນເອກ Angel Luis Cruz Garcia ເນື່ອງໃນໂອກາດມາຮັບໜ້າທີ່ເປັນທູດທະຫານ, ທະຫານເຮືອ ແລະທະຫານອາກາດ ກູບາ ປະຈຳ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ອວຍພອນທ່ານພັນເອກ Roman Osvaldo Jimenez Ortega ທີ່ໄດ້ປະຕິບັດສຳເລັດອາຍຸການປະຕິບັດງານຢູ່ຫວຽດນາມ; ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ໃນໄລຍະຜ່ານມາ, ດ້ວຍການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານພັນເອກ Roman Osvaldo Jimenez Ortega, ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ກູບາ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ແມ່ນຈຸດພົ້ນເດັ່ນໃນການພົວພັນຮ່ວມມືລະຫວ່າງສອງປະເທດ.
    |
 |
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ແລກປ່ຽນກັບທ່ານພັນເອກ Roman Osvaldo Jimenez Ortega. ພາບ: ງອັກທື |
ອວຍພອນທ່ານພັນເອກ Angel Luis Cruz Garcia ໄດ້ຮັບການແຕ່ງຕັ້ງດໍາລົງຕໍາແໜ່ງເປັນທູດທະຫານ, ທະຫານເຮືອ ແລະທະຫານອາກາດກູບາ ປະຈຳ ຫວຽດນາມ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ປາດຖະໜາວ່າ, ທ່ານພັນເອກ Angel Luis Cruz Garcia ໃນຖານະຕຳແໜ່ງໃໝ່, ສືບຕໍ່ສົມທົບຢ່າງແໜ້ນແຟ້ນເພື່ອເສີມຂະຫຍາຍບັນດາໝາກຜົນບັນລຸໄດ້, ເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເລິກເຊິ່ງກວ່າອີກ, ສຸມໃສ່ເຂົ້າໃນບາງເນື້ອໃນ, ຄື: ຜັນຂະຫຍາຍໝາກຜົນແຫ່ງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການເມື່ອບໍ່ດົນມານີ້ຂອງທ່ານລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິວັດ ກູບາ ຢ່າງມີປະສິດທິຜົນ; ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ຍູ້ແຮງການຮ່ວມມືວຽກງານພັກ, ວຽກງານການເມືອງ...
    |
 |
ບັນດາຜູ້ແທນຖ່າຍຮູບລວມ. ພາບ: ງອັກທື |
ສ່ວນທ່ານພັນເອກ Roman Osvaldo Jimenez Ortega ຂອບອົກຂອບໃຈການນໍາກະຊວງປ້ອງກັນປະເທດຫວຽດນາມ ແລະອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ເອົາໃຈໃສ່, ໜູນຊ່ວຍ, ສ້າງເງື່ອນໄຂເພື່ອໃຫ້ສະຫາຍປະຕິບັດສໍາເລັດອາຍຸການປະຕິບັດງານຢູ່ຫວຽດນາມ. ພ້ອມທັງ ຢືນຢັນວ່າ ບໍ່ວ່າຈະຢູ່ໃນຕໍາແໜ່ງໃດກໍຕາມ, ທ່ານ ກໍ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ, ສອງກອງທັບ.
ໃນຂະນະນັ້ນ, ທ່ານພັນເອກ Angel Luis Cruz Garcia ຢືນຢັນຈະເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ຂອງຜູ້ເກົ່າ, ສົມທົບຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາເນື້ອໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຢ່າງມີປະສິດທິຜົນ.
ໂດຍ: ເຈິ່ນຮວ່ຽນ