leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ກ່ຽວຈິງ

ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Lee Doo Hee ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ເປັນປະທານຮ່ວມການເຈລະຈາ.

ທີ່ການພົບປະເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ, ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ສ.ເກົາຫຼີ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກສອງຝ່າຍ, ບັນລຸໄດ້ໝາກຜົນແທດຈິງ ແລະພົ້ນເດັ່ນໃນຫຼາຍຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ປະກອບສ່ວນຊຸກຍູ້ບັນດາເນື້ອໃນຮ່ວມມືນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ...

ສ່ວນທ່ານ Lee Doo Hee ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ສ.ເກົາຫຼີ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດ ແມ່ນເສົາຄໍ້າຕົ້ນຕໍດ້ວຍບັນດາຈຸດພົ້ນເດັ່ນໃນການຮ່ວມມືດ້ານການສຶກສາ, ບຳລຸງສ້າງ, ຮັກສາສັນຕິພາບສະຫະປະຊາຊາດ. ສ.ເກົາຫຼີ ຫວັງວ່າ ສອງຝ່າຍຈະຊຸກຍູ້ການຄົ້ນຄວ້າ ແລະເປີດກວ້າງບັນດາຂົງເຂດຮ່ວມມືອື່ນໆ.

leftcenterrightdel
ຫົວໜ້າຄະນະສອງທ່ານ ຖ່າຍຮູບຮ່ວມ. ພາບ: ກ່ຽວຈິງ

ທີ່ການເຈລະຈາ, ສອງຝ່າຍກໍ່ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ຫວຽດນາມ ສະເໝີຕົ້ນສະເໝີປາຍຕໍ່ແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນການທູດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາ; ຍຶດໝັ້ນນະໂຍບາຍປ້ອງກັນຊາດ “ສີ່ບໍ່”; ຫວຽດນາມ ມີແຜນນະໂຍບາຍຕໍ່ສູ້ແກ້ໄຂທຸກການຂັດແຍ້ງ, ຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ຊຸກຍູ້ສິ້ນສຸດການເຈລະຈາ ແລະລົງນາມກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນໂດຍໄວ.

ທ່ານ Lee Doo Hee ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນ ຫວຽດນາມ-ສ.ເກົາຫຼີ ເວົ້າລວມ ແລະການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ເວົ້າສະເພາະ.

ສິ້ນສຸດການເຈລະຈາ, ຫົວໜ້າຄະນະສອງທ່ານ ໄດ້ລົງນາມບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືຮັກສາສັນຕິພາບ ສະຫະປະຊາຊາດ ລະຫວ່າງ ຫວຽດນາມ ແລະສ.ເກົາຫຼີ ສະບັບຕໍ່ກໍານົດເວລາ.

ໂດຍ: ເຈິ່ນຮວ່ຽນ