ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອິນເດຍ ເຂົ້າສູ່ລວງເລິກ
ກປ.ອອນໄລ - ຕອນບ່າຍວັນທີ 8 ກັນຍາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Sandeep Arya ເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຕີລາຄາສູງການປະກອບສ່ວນຂອງທ່ານ Sandeep Arya ໃນໄລຍະຜ່ານມາທີ່ໄດ້ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດນັບມື້ນັບພັດທະນາເຂົ້າສູ່ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ, ໃນນັ້ນມີ ການຮ່ວມມືດ້ານປ້ອງກັນຊາດ.
    |
 |
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Sandeep Arya ເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ ທີ່ການຕ້ອນຮັບ. ພາບ: ງອັກທື |
ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ; ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຫັນປະຈັກຕາການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະອິນເດຍ ໃນໄລຍະຜ່ານມາ ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກສອງຝ່າຍ, ເປີດກວ້າງຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ, ແທດຈິງ. ສອງຝ່າຍຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຢ່າງເປັນປະຈໍາ ແລະມີປະສິດທິຜົນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ, ກົນໄກປຶກສາຫາລື, ເຈລະຈາ; ບໍາລຸງສ້າງຊັບພະຍາກອນມະນຸດ; ການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ; ຮັກສາສັນຕິພາບສະຫະປະຊາຊາດ...
ຂອບໃຈທ່ານເອກອັກຄະລັດຖະທູດ Sandeep Arya ທີ່ໄດ້ໃຫ້ຄວາມເອົາໃຈໃສ່, ສົມທົບກັນຊຸກຍູ້ບັນດາເນື້ອໃນຮ່ວມມືສຳຄັນລະຫວ່າງ ກະຊວງປ້ອງກັນປະເທດສອງປະເທດ ໃນອາຍຸການປະຕິບັດງານຢູ່ຫວຽດນາມ, ທ່ານພົນເອກ ຟານວັນຢາງ ຫວັງວ່າໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດສອງປະເທດ ຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ເຫັນດີເປັນເອກະພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ໃນຖານະຕຳແໜ່ງໃດ, ທ່ານ Sandeep Arya ກໍ່ຈະປະຕິບັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ສືບຕໍ່ສະຫງວນອາລົມຈິດອັນດີງາມໃຫ້ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນສອງປະເທດ ຫວຽດນາມ-ອິນເດຍ.
    |
 |
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ Sandeep Arya ເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ. ພາບ: ງອັກທື |
ທ່ານ Sandeep Arya ຖືວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງ ອິນເດຍ-ຫວຽດນາມ ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າໃນໄລຍະຜ່ານມາ, ພິເສດແມ່ນໃນບັນດາຂົງເຂດ, ຄື: ບໍາລຸງສ້າງ, ແລກປ່ຽນປະສົບການ, ການຮ່ວມມືລະຫວ່າງ ບັນດາເຫຼົ່າທັບ, ເຫຼົ່າຮົບ ກໍ່ຄື ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ສົ່ງກໍາປັ່ນໄປຢ້ຽມຢາມເຊິ່ງກັນ ແລະກັນ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ອິນເດຍ ພ້ອມແລ້ວທີ່ຈະແບ່ງປັນປະສົບການກັບຫວຽດນາມ ໃນການນຳໃຊ້ເຕັກໂນໂລຢີ, ສ້າງໂຄງການຮ່ວມມືດ້ານບໍາລຸງສ້າງ, ຍົກສູງກຳລັງຄວາມສາມາດ ໂດຍອີງໃສ່ບັນດາບຸລິມະສິດ ແລະຄວາມປາດຖະໜາຢາກຂອງຝ່າຍຫວຽດນາມ.
ທ່ານເອກອັກຄະລັດຖະທູດ ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຊຸກຍູ້ບັນດາໂຄງການທີ່ພວມປະຕິບັດ, ພ້ອມທັງຄົ້ນຄວ້າເປີດກວ້າງບັນດາຂົງເຂດໃໝ່ ທີ່ສອງຝ່າຍມີຄວາມຕ້ອງການ ແລະມີຄວາມສາມາດບົ່ມຊ້ອນ.
ໂດຍ: ເຈິ່ນຮວ່ຽນ