leftcenterrightdel
ທ່ານພົນໂທ Álvaro Lopez Miera ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ຢ້ຽມຊົມເຂດວາງສະແດງກາງແຈ້ງຂອງກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn

ທ່ານພົນໂທ Álvaro Lopez Miera ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ໄດ້ໄປຢ້ຽມຊົມເຂດວາງສະແດງກາງແຈ້ງຂອງກະຊວງປ້ອງກັນປະເທດຫວຽດນາມ.

leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ເຂດວາງສະແດງດ້ວຍຫົວຂໍ້ “95 ປີແຫ່ງທຸງພັກເຍືອງທາງ”. ພາບ: qdnd.vn

ທີ່ຫໍວາງສະແດງຢູ່ໃນເຮືອນ ກິມກຸຍ, ຄະນະໄດ້ໄປຢ້ຽມຊົມເຂດວາງສະແດງດ້ວຍຫົວຂໍ້ “95 ປີແຫ່ງທຸງພັກເຍືອງທາງ” ໄດ້ວາດພາບຂີດໝາຍອັນພົ້ນເດັ່ນຂອງພັກກອມມູນິດຫວຽດນາມ ຜ່ານ  95 ປີແຫ່ງການນໍາພາການປະຕິວັດຫວຽດນາມ ຍາດເອົາເອກະລາດ, ອິດສະຫຼະພາບ ແລະສ້າງຂຶ້ນສິ່ງມະຫັດສະຈັນທາງປະຫວັດສາດ. ບັນດາວັດຖຸພັນ, ຮູບພາບ, ວິດີໂອ, ຄລິບ ແລະ ເລື່ອງລາວທີ່ນໍາມາວາງສະແດງຢູ່ງານວາງສະແດງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຄະນະ.

leftcenterrightdel
 
leftcenterrightdel
ຄະນະຜູ້ແທນຮັບຟັງການແນະນໍາກ່ຽວກັບອາວຸດຍຸດໂທປະກອນລຸ້ນໃໝ່, UAV, ຮູບຈໍາລອງລູກສອນໄຟ, ຜະລິດຕະພັນເຕັກໂນໂລຢີສູງ... ຂອງກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ຕໍ່ໄປ, ຄະນະຜູ້ແທນໄດ້ໄປຢ້ຽມຢາມເຂດວາງສະແດງຢູ່ໃນເຮືອນຂອງກະຊວງປ້ອງກັນປະເທດຫວຽດນາມ ທີ່ງານວາງສະແດງ. ເຂດວາງສະແດງຢູ່ໃນເຮືອນໄດ້ແບ່ງອອກເປັນເຂດຫຼັກ 4 ແຫ່ງ  ແລະເຂດຄົ້ນຫາເຕັກໂນໂລຢີ 1 ແຫ່ງ.

leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກ ທີ່ເຂດວາງສະແດງຢູ່ໃນເຮືອນ ຂອງກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn

ພິເສດ, ຄະນະຜູ້ແທນຍັງໄດ້ຮັບຟັງການແນະນໍາກ່ຽວກັບຜະລິດຕະພັນອຸດສາຫະກຳປ້ອງກັນຊາດ, ຜະລິດຕະພັນເສດຖະກິດມີຄຸນປະໂຫຍດສອງຢ່າງ, ພະລາທິການ-ເຕັກນິກ... ກໍຄືບັນດາກຸ່ມຜະລິດຕະພັນອາວຸດຍຸດໂທປະກອນລຸ້ນໃໝ່, UAV, ຮູບຈໍາລອງລູກສອນໄຟ, ຜະລິດຕະພັນເຕັກໂນໂລຢີສູງ, AI, ການສູ້ຮົບທາງເຄືອຂ່າຍອິນເຕີແນດ... ຂອງກອງທັບປະຊາຊົນຫວຽດນາມ.

ໂດຍ: ທູຈາງ