ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ສະແດງຄວາມຂອບອົກຂອບໃຈການນໍາກະຊວງປ້ອງກັນປະເທດ, ກອງທັບບັນດາປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ແລະຖືວ່ານີ້ເປັນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນໍ້າໃຈມິດຕະພາບ, ການຮ່ວມມື ແລະຄວາມສະໜິດຕິດພັນລະຫວ່າງປະເທດ, ປະຊາຊົນ ແລະກອງທັບບັນດາປະເທດກັບປະເທດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ແອັງຫວູ໋

ທ່ານພົນເອກ ຟານວັນຢາງ ກໍ່ສະແດງຄວາມຂອບອົກຂອບໃຈກະຊວງປ້ອງກັນປະເທດບັນດາປະເທດ ຍາມໃດກໍ່ຮ່ວມເດີນທາງ, ສະໜັບສະໜູນ ແລະຮ່ວມມືກັບກະຊວງປ້ອງກັນປະເທດຫວຽດນາມ, ໃນນັ້ນກະຊວງປ້ອງກັນປະເທດບັນດາປະເທດ ຈີນ, ລັດເຊຍ, ລາວ ແລະກໍາປູເຈຍ ໄດ້ສົ່ງກ້ອນກໍາລັງເຂົ້າຮ່ວມການສວນສະໜາມ, ເດີນຂະບວນ, ປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງພິທີສະເຫຼີມສະຫຼອງ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ເຊີດຊູ, ສະແດງຄວາມຮູ້ບຸນຄຸນຕໍ່ເພື່ອນມິດສາກົນທີ່ໄດ້ຮ່ວມເດີນທາງ, ສະໜັບສະໜູນ ແລະຊ່ວຍເຫຼືອຫວຽດນາມ ໃນພາລະກິດປົດປ່ອຍຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ, ພ້ອມທັງເຊີດຊູຄຸນຄ່າລວມກ່ຽວກັບເອກະລາດ, ເສລີພາບ ແລະສັນຕິພາບຂອງໂລກ. ພ້ອມທັງຢັ້ງຢືນວ່າ, ກະຊວງປ້ອງກັນປະເທດຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດກັບບັນດາປະເທດ, ສ້າງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ, ພ້ອມກັນຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະບັນດາຜູ້ແທນ. ພາບ: ແອັງຫວູ໋

ກ່າວຄຳເຫັນຕາງໜ້າໃຫ້ບັນດາຄະນະ, ທ່ານພົນໂທ Álvaro Lopez Miera, ກໍາມະການກົມການເມືອງພັກກອມມູນິດກູບາ, ລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ສະແດງຄວາມເປັນກຽດທີ່ໄດ້ຮັບຄໍາເຊີນເຂົ້າຮ່ວມພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດຫວຽດນາມ ຄົບຮອບ 80 ປີ ແລະເຫັນກັບຕາເຫດການສ່ອງແສງປະຫວັດສາດ, ຄວາມຫວັງ, ອະນາຄົດວັດທະນາຖາວອນຂອງຫວຽດນາມ; ຖືວ່າພິທີສະເຫຼີມສະຫຼອງແມ່ນຄວາມຮັບຮູ້ການເສຍສະຫຼະ ແລະຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາວິລະຊົນ, ຜູ້ສ້າງອິດສະຫຼະພາບ ແລະທ້ອນໂຮມປະເທດຊາດເປັນເອກະພາບຂອງຫວຽດນາມ. ພ້ອມທັງຜ່ານນັ້ນຍັງຢືນຢັນຄຳໝັ້ນສັນຍາກ່ຽວກັບນໍ້າໃຈມິດຕະພາບ, ການຮ່ວມມື ແລະຄວາມເຄົາລົບເຊິ່ງກັນ ແລະກັນລະຫວ່າງຫວຽດນາມ ແລະບັນດາປະເທດ.

ໂດຍ: ເຈິ່ນຮວ່ຽນ