ກ່າວຄຳເຫັນທີ່ງານລ້ຽງ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຫວນຄືນໄລຍະ 80 ປີທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈຂອງຊາດຫວຽດນາມ ແລະຖືວ່າ ໃນແຕ່ລະໄລຍະແຫ່ງການພັດທະນາຂອງຫວຽດນາມ ລ້ວນແຕ່ມີອາລົມຈິດອັນດີງາມ, ການສະໜັບສະໜູນ, ຮ່ວມມືຢ່າງມີປະສິດທິຜົນ, ແທດຈິງ, ອັນລໍ້າຄ່າຂອງເພື່ອນມິດບັນດາປະເທດ, ຄູ່ຮ່ວມມື ແລະປະຊາຄົມສາກົນ; ຢືນຢັນວ່າ ຫວຽດນາມ ເວົ້າລວມ ແລະກອງທັບປະຊາຊົນຫວຽດນາມ ເວົ້າສະເພາະ ຈະແມ່ນເພື່ອນມິດທີ່ຈິງໃຈ, ສັດຊື່ບໍລິສຸດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ຢູ່ສະເໝີ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍຄວາມເຊື່ອໝັ້ນ, ຄວາມຈິງໃຈ ແລະເຈດຕະນາດີໃນການຮ່ວມມື, ກະຊວງປ້ອງກັນປະເທດຫວຽດນາມ, ກະຊວງປ້ອງກັນປະເທດບັນດາປະເທດ ແລະອົງການຈັດຕັ້ງສາກົນ ຈະສືບຕໍ່ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນນຳມາເຊິ່ງບັນດາຜົນງານທີ່ມີຄວາມໝາຍອັນໃຫຍ່ຫຼວງກວ່າອີກບົນເສັ້ນທາງພັດທະນາຂອງແຕ່ລະປະເທດ.

leftcenterrightdel
ບັນດາຜູ້ແທນທີ່ງານລ້ຽງ. ພາບ: ແອັງຫວູ

ໃນບົດກ່າວປາໄສ, ທ່ານພັນເອກ Mick Jansen, ທີ່ປຶກສາທູດປ້ອງກັນຊາດອົດສະຕາລີ, ຫົວໜ້າຄະນະທູດທະຫານບັນດາປະເທດ ປະຈໍາ ຫວຽດນາມ ໄດ້ສົ່ງພອນໄຊອັນປະເສີດມາຍັງລັດຖະບານ, ກໍາລັງປະກອບອາວຸດ ແລະປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ. ທ່ານພັນເອກ Mick Jansen ຖືວ່າ ປະຈຸບັນ, ຫວຽດນາມ ຮັກສາບົດບາດສຳຄັນໃນຄວາມໝັ້ນຄົງພາກພື້ນ ແລະທົ່ວໂລກ; ເນັ້ນໜັກວ່າ, ການປະກອບສ່ວນດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນຄຳໝັ້ນສັນຍາແບບຍືນຍົງຂອງຫວຽດນາມ ສໍາລັບພື້ນຖານເອກະລາດຂອງຕົນເອງເທົ່ານັ້ນ ຫາກຍັງຢືນຢັນຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ປະຊາຄົມສາກົນໃນການຮັບປະກັນພາກພື້ນທີ່ປອດໄພ ແລະສະຖຽນລະພາບ.

ໂດຍ: ເຈິ່ນຮວ່ຽນ