ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມສູນຝຶກແອບປະສົມກ່ຽວກັບການຮັກສາສັນຕິພາບຂອງ ຈີເລ
ກປ.ອອນໄລ - ໂດຍສືບຕໍ່ລາຍການເຮັດວຽກຂອງຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ຢູ່ ຈີເລ, ທ່ານພົນໂທ ຟຸ່ງສີເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ (ສປຊ) ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ສູນຝຶກແອບປະສົມກ່ຽວກັບການຮັກສາສັນຕິພາບຂອງ ຈີເລ (CECOPAC).
ທີ່ການເຮັດວຽກ, ທ່ານພັນເອກ Anando Adrian Pazalacqua, ຫົວໜ້າສູນ ໄດ້ແນະນຳບາງການເຄື່ອນໄຫວ ແລະໝາກຜົນບັນລຸໄດ້ຂອງສູນ, ພ້ອມທັງສະແດງຄວາມປາດຖະໜາວ່າ ຈະໄດ້ໄປຢ້ຽມຢາມກົມຮັກສາສັນຕິພາບຫວຽດນາມ ໂດຍໄວ, ເຮັດວຽກ ແລະແລກປ່ຽນກັບສູນຝຶກແອບຂອງກົມ ກ່ຽວກັບຄວາມສາມາດຫັນການຮ່ວມມືໃນບັນດາເນື້ອໃນຝຶກແອບກ່ຽວກັບການຮັກສາສັນຕິພາບໃນໄລຍະຈະມາເຖິງໃຫ້ປະກົດຜົນເປັນຈິງ.
    |
 |
ທ່ານພົນໂທ ຟຸ່ງສີເຕິ໊ນ ແລະສະມາຊິກໃນຄະນະ ຖ່າຍຮູບເປັນທີ່ລະນຶກກັບຜູ້ບັນຊາການສູນ CECOPAC. ພາບ: qdnd.vn |
ທ່ານພົນໂທ ຟຸ່ງສີເຕິ໊ນ ຢັ້ງຢືນວ່າ ການຮັກສາສັນຕິພາບ ສປຊ ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກການນໍາຂັ້ນສູງສອງປະເທດ. ນີ້ກໍ່ແມ່ນເນື້ອໃນສຳຄັນທີ່ລະບຸໄວ້ໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ລົງນາມໃນປີ 2024. ສອງຝ່າຍມີຄວາມຄ້າຍຄືກັນຫຼາຍດ້ານໃນກໍານົດທິດການພັດທະນາ, ສາມາດແບ່ງປັນ, ເພີ່ມເຕີມບົດຮຽນ ແລະໜູນຊ່ວຍຍົກສູງກໍາລັງຄວາມສາມາດເຊິ່ງກັນ ແລະກັນໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ເນື່ອງໃນໂອກາດນີ້, ທ່ານພົນໂທ ຟຸ່ງສີເຕິ໊ນ ໄດ້ແຈ້ງໃຫ້ຊາບກ່ຽວກັບວິວັດການ, ຜົນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງຫວຽດນາມ.
    |
 |
ທ່ານພົນໂທ ຟຸ່ງສີເຕິ໊ນ ແລະທ່ານພັນເອກ Anando Adrian Pazalacqua. ພາບ: qdnd.vn |
ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງການຮ່ວມມືລະຫວ່າງ ສູນ CECOPAC ແລະສູນຝຶກແອບຂອງກົມຮັກສາສັນຕິພາບຫວຽດນາມ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ແລກປ່ຽນບົດຮຽນໃນການຜັນຂະຫຍາຍນາຍທະຫານ, ກົມກອງ; ແລກປ່ຽນຄູອາຈານ ແລະນັກສໍາມະນາກອນທີ່ເຂົ້າຮ່ວມຊຸດຝຶກແອບ; ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ, ຊຸດຝຶກອົບຮົມສອງຝ່າຍ; ສ້າງກົນໄກເຊື່ອມຕໍ່ໂດຍກົງລະຫວ່າງກົມຮັກສາສັນຕິພາບຫວຽດນາມ ແລະສູນ CECOPAC, ມຸ່ງໄປເຖິງການສ້າງໂຄງການຮ່ວມມືແບບຍືນຍົງ ແລະມີປະສິດທິຜົນ.
ການຢ້ຽມຢາມສູນ CECOPAC ຂອງຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ໄດ້ຢືນຢັນຄວາມຕັດສິນໃຈຂອງສອງຝ່າຍໃນການຊຸກຍູ້ການພົວພັນຮ່ວມມືກ່ຽວກັບການຮັກສາສັນຕິພາບ ສປຊ ຢ່າງແທດຈິງ ແລະມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາຮັກສາສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະໃນໂລກ.
ໂດຍ: ເຈິ່ນຮວ່ຽນ