ທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມການສວນສະໜາມ ຢູ່ Penang
ກປ.ອອນໄລ - ຕອນເຊົ້າວັນທີ 17 ສິງຫາ, ໃນຂອບເຂດການຝຶກຊ້ອມຮ່ວມທະຫານເຮືອບັນດາປະເທດອາຊຽນ ຄັ້ງທີ 3 (AMNEX 3) ໂດຍທະຫານເຮືອລາຊະອານາຈັກ ມາເລເຊຍ ເປັນເຈົ້າພາບຈັດຕັ້ງ, ພະນັກງານ, ນັກຮົບຂອງກຳປັ່ນ 016 - ກວາງຈູງ (ກໍາປັ່ນປົກປ້ອງລູກສອນໄຟ ຂຶ້ນກັບກອງພົນນ້ອຍ 162, ທະຫານເຮືອເຂດ 4) ໄດ້ເຂົ້າຮ່ວມພິທີສວນສະໜາມ ຢູ່ George Town, ລັດ Penang, ປະເທດມາເລເຊຍ.
ເຫດການມີການເຂົ້າຮ່ວມຂອງຜູ້ວ່າການ ແລະການນຳອຳນາດການປົກຄອງລັດ Penang; ຜູ້ບັນຊາການທະຫານເຮືອລາຊະອານາຈັກ ມາເລເຊຍ ແລະຫົວໜ້າຄະນະທະຫານເຮືອບັນດາປະເທດອາຊຽນ.
    |
 |
ພະນັກງານ, ນັກຮົບກຳປັ່ນ 016 - ກວາງຈູງ ເດີນສວນສະໜາມຜ່ານຜາມໄຊ. ພາບ: ງອັກຮືງ |
ຊາວທ້ອງຖິ່ນ ແລະນັກທ່ອງທ່ຽວນັບພັນຄົນໄດ້ມາເບິ່ງຊົມເຫດການພິເສດນີ້. 23 ກ້ອນກໍາລັງ ລວມມີກ້ອນກໍາລັງທຸງ, ລູກເຮືອ, ກອງແກວົງ, ນັກຮຽນທະຫານເຮືອ ແລະນັກຮົບເກົ່າຂອງທະຫານເຮືອມາເລເຊຍ ແລະບັນດາປະເທດເຂົ້າຮ່ວມການສວນສະໜາມ. ກອງດົນຕີຂອງລັດ ແລະໂຮງຮຽນໃນບໍລິເວນກໍ່ເຂົ້າຮ່ວມການສວນສະໜາມ ແລະສະແດງ. ການສວນສະໜາມຍັງໄດ້ເຫັນກັບຕາການສະແດງຂອງເຮືອບຸກໂຈມຕີໄວ ແລະຍົນເຮລີກອບແຕຂອງທະຫານເຮືອລາຊະອານາຈັກ ມາເລເຊຍ.
ການສວນສະໜາມແນໃສ່ຫວນຄືນຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມ, ເຊີດຊູນໍ້າໃຈມິດຕະພາບລະຫວ່າງທະຫານເຮືອບັນດາປະເທດອາຊຽນ, ເພີ່ມທະວີການຮ່ວມມືໃນການເດີນທະເລ ແລະປັບປຸງສັນຕິພາບ, ຄວາມສາມັກຄີລະຫວ່າງບັນດາປະເທດອາຊຽນ.
ຄຽງຂ້າງການເຄື່ອນໄຫວຢູ່ທ່າເຮືອ ແລ້ວ, ວັນທີ 21 ສິງຫາ, ຈະຈັດຕັ້ງພິທີສວນສະໜາມກໍາປັ່ນທະຫານເຮືອອາຊຽນ ແລະໄລຍະການຝຶກຊ້ອມທາງທະເລ AMNEX 3 ຈະດຳເນີນໃນວັນທີ 22 ສິງຫາ.
ໂດຍ: ເຈິ່ນຮວ່ຽນ