leftcenterrightdel
ບັນຍາກາດທີ່ກອງປະຊຸມພົບປະສອງຝ່າຍ. ພາບ: ຮວ່າຍນາມ

ທີ່ການພົບປະ, ສອງຝ່າຍເຫັນດີເປັນເອກະພາບຕີລາຄາວ່າ ໃນໄລຍະຜ່ານມາ, ບັນດາກົມກອງ ໄດ້ຮັກສາການສົມທົບກັນຢ່າງເປັນປົກກະຕິ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຕໍ່ສູ້, ສະກັດກັ້ນອາດຊະຍາກຳປະເພດຕ່າງໆ, ບັນດາການເຄືື່ອນໄຫວລະເມີດສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ, ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢ່າງທັນການໄດ້ເປັນຢ່າງດີ.

leftcenterrightdel
ບັນດາກົມກອງ ເຊັນບົດບັນທຶກກອງປະຊຸມ. ພາບ: ຮວ່າຍນາມ

ແຕ່ເດືອນກໍລະກົດ 2024 ມາຮອດປັດຈຸບັນ, ສອງຝ່າຍໄດ້ສົມທົບກັນລາດຕະເວນສອງຝ່າຍຕອນຊາຍແດນ ແລະຫຼັກໝາຍຊາຍແດນ ແຕ່ຫຼັກໝາຍ 516 ຫາຫຼັກໝາຍ 536 ເປັນ 12 ຄັ້ງ ດ້ວຍພະນັກງານ, ນັກຮົບ 208 ເທື່ອຄົນເຂົ້າຮ່ວມ ຮັບປະກັນຄວາມປອດໄພ; ລະບົບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນຍັງຮັກສາສະພາບເດີມ ໂດຍບໍ່ມີການເປ່ເພ ຫຼື ປ່ຽນແປງ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ຮວ່າຍນາມ

ສິ້ນສຸດກອງປະຊຸມ, ສອງຝ່າຍ ໄດ້ເຊັນເນື້ອໃນກອງປະຊຸມ, ເຫັນດີເປັນເອກະພາບ 11 ເນື້ອໃນ ເພື່ອເພີ່ມທະວີການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ, ຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ-ສັງຄົມ ຜ່ານບັນດາໂຄງການ, ຮູບແບບລົງນາມການແຮກສ່ຽວຂອງບັນດາກົມກອງ ແລະອຳນາດການປົກຄອງທ້ອງຖິ່ນທີ່ຕິດຈອດກັນ; ໂຄສະນາເຜີຍແຜ່ຍົກສູງຄວາມຮັບຮູ້ໃຫ້ປະຊາຊົນສອງຟາກຊາຍແດນກ່ຽວກັບສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນຂອງສອງປະເທດ ກໍຄືມູນເຊື້ອສາມັກຄີສະໜິດຕິດພັນສັດຊື່ບໍລິສຸດລະຫວ່າງສອງພັກ, ສອງປະເທດ ແລະສອງຊາດ...

ສອງຝ່າຍ ໄດ້ເຫັນດີເປັນເອກະສັນຈະດຳເນີນການພົບປະສອງຝ່າຍ ຄັ້ງຕໍ່ໄປ ຢູ່ກົມກອງຂອງເພື່ອນໂດຍການເປັນປະທານຂອງກອງຮ້ອຍທະຫານຊາຍແດນ 311.

ໂດຍ: ໄຊຊະນະ