ຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ເດີນທາງໄປຢ້ຽມຢາມ ແລະເຮັດວຽກ ຢູ່ອິນໂດເນເຊຍ
ກປ.ອອນໄລ - ຕອນເຊົ້າວັນທີ 21 ສິງຫາ, ໂດຍໄດ້ຮັບການມອບສິດຈາກການນຳຕໍາຫຼວດທະເລຫວຽດນາມ, ກອງບັນຊາການຕໍາຫຼວດທະເລເຂດ 3 ໄດ້ຈັດພິທີສົ່ງກໍາປັ່ນຕໍາຫຼວດທະເລ 8001 ຂຶ້ນກັບກອງພັນຕໍາຫຼວດທະເລ 301, ພ້ອມດ້ວຍຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ອອກຈາກທ່າກຳປັ່ນ ເດີນທາງໄປຢ້ຽມຢາມ, ພົບປະແລກປ່ຽນ, ແບ່ງປັນບົດຮຽນປະສົບການ ແລະຈັດຕັ້ງການຝຶກແອບຮ່ວມກັບກໍາລັງຕໍາຫຼວດທະເລອິນໂດເນເຊຍ. ເຂົ້າຮ່ວມພິທີສົ່ງກໍາປັ່ນ ມີທ່ານພົນຈັດຕະວາ ໂງບິ່ງມິງ, ຜູ້ບັນຊາການທະຫານເຮືອເຂດ 3.
ກ່າວຄຳເຫັນທີ່ພິທີສົ່ງກຳປັ່ນ, ທ່ານພົນຈັດຕະວາ ໂງບິ່ງມິງ ເນັ້ນໜັກວ່າ: ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງກຳປັ່ນຕໍາຫຼວດທະເລຫວຽດນາມ ໄປຍັງ ອິນໂດເນເຊຍ ໃນປີ 2025, ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະເຈດຕະນາດີຂອງສອງກໍາລັງໃນການເພີ່ມທະວີການຮ່ວມມື, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຍົກສູງຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ. ການເຄື່ອນໄຫວມີຄວາມໝາຍສຳຄັນ, ປະກອບສ່ວນຫັນຄຳໝັ້ນສັນຍາຂອງຫວຽດນາມ ແລະອິນໂດເນເຊຍ ກ່ຽວກັບການກໍ່ສ້າງເຂດທະເລສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ການຮ່ວມມື ແລະພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ.
    |
 |
ການນໍາຕໍາຫຼວດທະເລເຂດ 3 ມອບຊໍ່ດອກໄມ້ໃຫ້ແກ່ຄະນະປະຕິບັດງານ ແລະຜູ້ບັນຊາການກໍາປັ່ນຕໍາຫຼວດທະເລ 8001. ພາບ: qdnd.vn |
ຕາມທ່ານພົນຈັດຕະວາ ໂງບິ່ງມິງ ແລ້ວ, ໃນໄລຍະຜ່ານມາ, ຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລອິນໂດເນເຊຍ ໄດ້ສົມທົບກັນຜັນຂະຫຍາຍຫຼາຍການເຄື່ອນໄຫວ ຄື: ລາດຕະເວນຮ່ວມຢູ່ເຂດທະເລຕິດຈອດກັນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຈັດຕັ້ງກອງປະຊຸມສອງຝ່າຍຜັດປ່ຽນກັນຢູ່ແຕ່ລະປະເທດ, ສົມທົບກັນຝຶກຊ້ອມຊອກຫາກູ້ໄພກູ້ຊີບ, ຕ້ານ ແລະສະກັດກັ້ນອາດຊະຍາກຳ, ການລະເມີດບົນທະເລ...
    |
 |
ບັນຍາກາດທີ່ພິທີສົ່ງກໍາປັ່ນຕໍາຫຼວດທະເລ 8001 ພ້ອມດ້ວຍຄະນະປະຕິບັດງານ. ພາບ: qdnd.vn |
ຕາມທ່ານພັນເອກພິເສດ ຫງວຽນເຈິ່ນດົງ, ຮອງຜູ້ບັນຊາການຕໍາຫຼວດທະເລເຂດ 3, ຫົວໜ້າຄະນະປະຕິບັດງານ ແລ້ວ, ໃນການຢ້ຽມຢາມ ແລະເຮັດວຽກຢູ່ ອິນໂດເນເຊຍ ຄັ້ງນີ້, ຄະນະ ຈະມີບັນດາການເຄື່ອນໄຫວ ຄື: ເຂົ້າຢ້ຽມຂໍ່ານັບການນໍາອໍານາດການປົກຄອງທ້ອງຖິ່ນ ແລະການນຳຕໍາຫຼວດທະເລອິນໂດເນເຊຍ; ພົບປະສອງຝ່າຍກັບຕໍາຫຼວດທະເລອິນໂດເນເຊຍ; ຢ້ຽມຢາມ ແລະແຂ່ງຂັນກິລາມິດຕະພາບກັບພະນັກງານ, ລູກເຮືອຕໍາຫຼວດທະເລອິນໂດເນເຊຍ; ຢ້ຽມຊົມສະຖານທີ່ວັດທະນະທໍາ ຢູ່ນະຄອນ Jakarta.
    |
 |
ກຳປັ່ນຕໍາຫຼວດທະເລ 8001 ອອກຈາກທ່າກໍາປັ່ນເດີນທາງໄປອິນໂດເນເຊຍ. ພາບ: qdnd.vn |
ພິເສດ, ສອງກໍາລັງຈະສົມທົບກັນຝຶກແອບຮ່ວມແຜນການຢູ່ທະເລ... ການຢ້ຽມຢາມ, ພົບປະແລກປ່ຽນ ແລະແບ່ງປັນບົດຮຽນປະສົບການຂອງກຳປັ່ນຕໍາຫຼວດທະເລ 8001 ຢູ່ ອິນໂດເນເຊຍ ໃນຄັ້ງນີ້ ໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຍົກສູງກໍາລັງຄວາມສາມາດໃນການສົມທົບ, ຮັບມືກັບກໍລະນີເກີດຂຶ້ນຢູ່ທະເລຢ່າງມີປະສິດທິຜົນ; ພ້ອມກັນນັ້ນ, ເປີດທິດທາງການຮ່ວມມືທີ່ນັບມື້ນັບແທດຈິງ ແລະມີປະສິດທິຜົນລະຫວ່າງສອງກໍາລັງໃນໄລຍະຈະມາເຖິງ.
ໂດຍ: ທູຈາງ