ກຳປັ່ນ 016 - ກວາງຈູງ ເຂົ້າຮ່ວມພິທີສວນສະໜາມກຳປັ່ນທະຫານເຮືອອາຊຽນ
ກປ.ອອນໄລ - ຕອນເຊົ້າວັນທີ 21 ສິງຫາ, ຢູ່ນະຄອນ Penang, ປະເທດມາເລເຊຍ, ພິທີສວນສະໜາມກໍາປັ່ນທະຫານເຮືອອາຊຽນ (AFR) ໄດ້ດໍາເນີນຢ່າງສົມກຽດ ໂດຍພາຍໃຕ້ການເປັນປະທານຂອງທ່ານ Ramil bin Ngah Talib ຜູ້ວ່າການລັດ Penang. ທ່ານພົນຕີ ເຈິ່ນແທັງງຽມ ຜູ້ບັນຊາການເຫຼົ່າທັບເຮືອ ໄດ້ເຂົ້າຮ່ວມພິທີ ພ້ອມດ້ວຍຜູ້ບັນຊາການທະຫານເຮືອ ແລະຫົວໜ້າຄະນະບັນດາປະເທດອາຊຽນ ໃນຜາມໄຊ ຢູ່ທ່າກໍາປັ່ນ Swettenham.
    |
 |
ນາຍທະຫານ ແລະລູກເຮືອ ກໍາປັ່ນ 016-ກວາງຈູງ ຂໍ່ານັບເມື່ອກໍາປັ່ນໄປຜ່ານຜາມໄຊ ຢູ່ທ່າກໍາປັ່ນ Swettenham, ລັດ Penang, ມາເລເຊຍ. ພາບ: qdnd.vn |
AFR ຄັ້ງນີ້ມີການເຂົ້າຮ່ວມຂອງກຳປັ່ນສູ້ຮົບ 10 ລໍາ (ບຣູໄນ, ອິນໂດເນເຊຍ, ຟີລິບປິນ, ມຽນມາ, ສິງກະໂປ, ໄທ ແລະ ຫວຽດນາມ - ແຕ່ລະປະເທດຈັດສົ່ງກຳປັ່ນ 1 ລໍາເຂົ້າຮ່ວມ, ປະເທດເຈົ້າພາບມາເລເຊຍ ຈັດສົ່ງກຳປັ່ນ 3 ລໍາເຂົ້າຮ່ວມ). ກຳປັ່ນ 016-ກວາງຈູງ (ກໍາປັ່ນປົກປ້ອງລູກສອນໄຟຂອງກອງພົນນ້ອຍ 162, ທະຫານເຮືອເຂດ 4) ພ້ອມດ້ວຍຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ນໍາໂດຍທ່ານ ພັນເອກພິເສດ ຫງວຽນວິງນາມ, ຮອງຜູ້ບັນຊາການທະຫານເຮືອເຂດ 4 ເຂົ້າຮ່ວມເຫດການດັ່ງກ່າວ.
    |
 |
ຍົນເຮລີກອບແຕ 4 ລໍາ ຂອງທະຫານເຮືອມາເລເຊຍ ບິນໃນການສວນສະໜາມ. ພາບ: qdnd.vn |
ພາຍຫຼັງພິທີເປີດ, ກໍາປັ່ນລໍາຕ່າງໆທີ່ເຂົ້າຮ່ວມໃນ AFR ໄດ້ເຄື່ອນຍ້າຍຕາມແຖວຕັ້ງເມື່ອໄປຜ່ານຜາມໄຊ. ເມື່ອເຄື່ອນຍ້າຍໄປຜ່ານຜາມໄຊ, ນາຍທະຫານ ແລະລູກເຮືອ ຢືນຢູ່ເທິງດາດຟ້າກໍາປັ່ນ, ປະຕິບັດຈັງຫວະຂໍ່ານັບຕາມລະບຽບການ, ຮ້ອງຊົມເຊີຍ ແລະໂບກມືເມື່ອກຳປັ່ນໄປຜ່ານຜາມໄຊ. ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງກຳປັ່ນ 016-ກວາງຈູງ ແລະຄະນະປະຕິບັດງານ ທີ່ AFR ໃນຄັ້ງນີ້ ເປັນການຢັ້ງຢືນການສະໜັບສະໜູນຂອງກະຊວງປ້ອງກັນປະເທດຫວຽດນາມ ແລະທະຫານເຮືອປະຊາຊົນຫວຽດນາມ ຕໍ່ກັບບັນດາເຫດການ ໂດຍທະຫານເຮືອມາເລເຊຍ ເປັນເຈົ້າພາບຈັດຕັ້ງ; ປະກອບສ່ວນເພີ່ມທະວີສາຍພົວພັນ, ການຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ລະຫວ່າງທະຫານເຮືອບັນດາປະເທດເຂົ້າຮ່ວມ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ໂດຍ: ທູຈາງ