ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຈີເລ ໃນຂົງເຂດຮັກສາສັນຕິພາບ
ກປ.ອອນໄລ - ຕອນບ່າຍວັນທີ 18 ສິງຫາ (ຕາມເວລາທ້ອງຖິ່ນ), ທີ່ສໍານັກງານກະຊວງປ້ອງກັນປະເທດຈີເລ, ທ່ານພົນໂທ ຟຸ່ງສີເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ (ສປຊ) ໄດ້ມີການເຮັດວຽກກັບທ່ານ Ricardo Montero Allende ຮອງລັດຖະມົນຕີກະຊວງປ້ອງກັນປະເທດຈີເລ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ ຈີເລ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພົນໂທ ຟຸ່ງສີເຕິ໊ນ ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນບາງຂົງເຂດ ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ແບ່ງປັນບົດຮຽນປະສົບການດ້ານວິຊາສະເພາະ; ບໍາລຸງກໍ່ສ້າງ, ຝຶກອົບຮົມພາສາອັງກິດ ແລະວິຊາການຮັກສາສັນຕິພາບ; ພ້ອມກັນນັ້ນຈັດຕັ້ງກອງປະຊຸມສຳມະນາ ແລະຊຸດຝຶກອົບຮົມວິຊາສະເພາະ... ພ້ອມທັງສະເໜີເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈຳ ຈີເລ ແລະສະຖານທູດຈີເລ ປະຈຳ ຮ່າໂນ້ຍ ໃນການຊຸກຍູ້ການພົວພັນລະຫວ່າງບັນດາອົງການຮັກສາສັນຕິພາບສອງປະເທດ.
    |
 |
ທ່ານພົນໂທ ຟຸ່ງສີເຕິ໊ນ ແລະທ່ານ Ricardo Montero Allende ຮອງລັດຖະມົນຕີກະຊວງປ້ອງກັນປະເທດຈີເລ. ພາບ: qdnd.vn |
ທ່ານ Ricardo Montero Allende ຮອງລັດຖະມົນຕີກະຊວງປ້ອງກັນປະເທດຈີເລ ຢືນຢັນວ່າ, ຈີເລ ຕີລາຄາສູງການເຂົ້າຮ່ວມ ແລະການສະໜັບສະໜູນຂອງຫວຽດນາມ ຕໍ່ກັບການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ພິເສດແມ່ນການເຂົ້າຮ່ວມຂອງຫວຽດນາມ ໃນບໍລິເວນທີ່ພວມປະສົບກັບຄວາມຫຍຸ້ງຍາກ, ຂາດສະຖຽນລະພາບ ຄື: ສ. ອາຟະລິກາກາງ, ຊູດັງໃຕ້, ເຂດ Abyei; ຢືນຢັນວ່າ, ຈີເລ ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບົດຮຽນປະສົບການ ແລະເພີ່ມທະວີການແລກປ່ຽນກັບຫວຽດນາມ ໃນຂົງເຂດຮັກສາສັນຕິພາບ, ບົນຈິດໃຈຄວາມເຂົ້າໃຈ, ມິດຕະພາບ ແລະເພື່ອສັນຕິພາບ, ການພັດທະນາແບບຍືນຍົງ.
    |
 |
ທ່ານພົນໂທ ຟຸ່ງສີເຕິ໊ນ ແລະທ່ານ Ricardo Montero Allende ພ້ອມດ້ວຍສະມາຊິກໃນຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn |
ທ່ານພົນໂທ ຟຸ່ງສີເຕິ໊ນ ຢືນຢັນວ່າ, ຫວຽດນາມ ຢຶດໝັ້ນຕໍ່ການປະຕິບັດແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ; ຍຶດໝັ້ນຕໍ່ນະໂຍບາຍປ້ອງກັນຊາດ “4 ບໍ່”; ພ້ອມແລ້ວທີ່ຈະເຂົ້າຮ່ວມການເຄື່ອນໄຫວມະນຸດສະທຳ ແລະການກູ້ຊ່ວຍໄພພິບັດທົ່ວໂລກ.
ທີ່ການເຮັດວຽກ, ສອງຝ່າຍສະແດງຄວາມເຊື່ອໝັ້ນວ່າ, ດ້ວຍພື້ນຖານອັນໜັກແໜ້ນຈາກການພົວພັນມິດຕະພາບ ແລະໃຫ້ຄໍາໝັ້ນສັນຍາຢ່າງແຂງແຮງຂອງການນຳກະຊວງປ້ອງກັນປະເທດສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຈີເລ, ພິເສດແມ່ນໃນຂົງເຂດຮັກສາສັນຕິພາບ ສປຊ ຈະນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ.
    |
 |
ຄະນະປະຕິບັດງານ ຖະຫວາຍດອກໄມ້ອາໄລຫາປະທານໂຮ່ຈີມິນ. ພາບ: qdnd.vn |
* ຕອນບ່າຍວັນດຽວກັນ, ທ່ານພົນໂທ ຟຸ່ງສີເຕິ໊ນ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຖະຫວາຍດອກໄມ້ອາໄລຫາປະທານໂຮ່ຈີມິນ ຢູ່ອະນຸສາວະລີຂອງເພິ່ນ ຢູ່ໃນບໍລິເວນສວນສາທາລະນະ ໂຮ່ຈີມິນ ຢູ່ນະຄອນຫຼວງ Santiago de Chile.
ວັນທີ 19 ສິງຫາ, ຄະນະປະຕິບັດງານ ຍັງໄປຢ້ຽມຢາມ ແລະເຮັດວຽກຢູ່ສູນປະສົມກ່ຽວກັບການຮັກສາສັນຕິພາບຂອງຈີເລ ເພື່ອປຶກສາຫາລືກ່ຽວກັບເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ.
ໂດຍ: ທູຈາງ