ທະຫານເຮືອບັນດາປະເທດອາຊຽນ ຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງທາງທະເລ
ກປ.ອອນໄລ - ຕອນເຊົ້າວັນທີ 19 ສິງຫາ, ກອງປະຊຸມຜູ້ບັນຊາການທະຫານເຮືອອາຊຽນ ຄັ້ງທີ 19 (ANCM-19) ດ້ວຍຫົວຂໍ້ “ຊຸກຍູ້ຄວາມສາມັກຄີຂອງທະຫານເຮືອບັນດາປະເທດອາຊຽນ - ສົມທົບກັນປະດິດສ້າງ ແລະເຕັກໂນໂລຢີ ເພື່ອເພີ່ມທະວີຄວາມໝັ້ນຄົງທາງທະເລ” ໄດ້ໄຂຂຶ້ນຢູ່ນະຄອນ Penang, ປະເທດມາເລເຊຍ.
ທ່ານພົນຕີ ເຈິ່ນແທັງງຽມ ຜູ້ບັນຊາການທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ກອງປະຊຸມ. ເຂົ້າຮ່ວມກອງປະຊຸມຍັງມີຜູ້ບັນຊາການທະຫານເຮືອ ແລະຫົວໜ້າຄະນະຈາກບັນດາປະເທດອາຊຽນ. ANCM-19 ເປັນຄັ້ງທຳອິດທີ່ ANCM ມີຜູ້ຕາງໜ້າຈາກ ຕີມໍ ແລັດສະເຕ ເຂົ້າຮ່ວມໃນຖານະເປັນຜູ້ສັງເກດການ.
    |
 |
ລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ພ້ອມກັບບັນດາຫົວໜ້າຄະນະ ເຂົ້າຮ່ວມກອງປະຊຸມ ANCM-19. ພາບ: qdnd.vn |
ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Dato' Seri Mohamed Khaled bin Nordin ລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ ເນັ້ນໜັກວ່າ ANCM-19 ບໍ່ພຽງແຕ່ເປັນສັນຍາລັກທີ່ມີລັກສະນະຍຸດທະສາດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ອາຊຽນ ຢືນຢັນຄວາມເປັນເອກະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະປັບປຸງຄໍາໝັ້ນສັນຍາຕໍ່ກັບການຮ່ວມມືດ້ານຄວາມໝັ້ນຄົງທາງທະເລ.
    |
 |
ທ່ານພົນຕີ ເຈິ່ນແທັງງຽມ ຜູ້ບັນຊາການທະຫານເຮືອປະຊາຊົນຫວຽດນາມ ກ່າວຄຳເຫັນທີ່ວາລະຄົບຄະນະຂອງກອງປະຊຸມ ANCM-19. ພາບ: qdnd.vn |
ກ່າວຄຳເຫັນທີ່ວາລະຄົບຄະນະຂອງກອງປະຊຸມ ANCM-19, ທ່ານພົນຕີ ເຈິ່ນແທັງງຽມ ເນັ້ນໜັກວ່າ: ທະຫານເຮືອບັນດາປະເທດອາຊຽນ ຕ້ອງເພີ່ມທະວີບົດບາດໃຈກາງຂອງອາຊຽນ ໃນການສ້າງຄວາມຮັບຮູ້ລວມກ່ຽວກັບໄພຂົ່ມຂູ່ດ້ານຄວາມໝັ້ນຄົງທາງທະເລ, ເພີ່ມທະວີການຮ່ວມມື, ວາງອອກມາດຕະການຕອບໂຕ້ຢ່າງມີປະສິດທິຜົນ ເພື່ອຜົນປະໂຫຍດລວມຂອງບັນດາປະເທດ. ຄຽງຂ້າງນັ້ນ, ຕ້ອງເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນກວ່າອີກ ໂດຍຜ່ານການເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບໃນການເຄື່ອນໄຫວສອງຝ່າຍ ແລະຫຼາຍຝ່າຍ ໃນຂອບເຂດ ANCM ແລະກົນໄກອື່ນໆ ເຊັ່ນ: ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະ ADMM ບວກ (ADMM+).
    |
 |
ບັນດາຜູ້ແທນທີ່ວາລະຄົບຄະນະຂອງກອງປະຊຸມ ANCM-19. ພາບ: qdnd.vn |
ທ່ານພົນຕີ ເຈິ່ນແທັງງຽມ ສະເໜີທະຫານເຮືອບັນດາປະເທດອາຊຽນ ຍົກສູງຄວາມສາມາດໃນການແບ່ງປັນຂໍ້ມູນການເດີນທະເລຢູ່ພາກພື້ນ ແລະຮັບມືກັບບັນດາບັນຫາໃນທະເລ, ອັບເດດ ແລະສ້າງບັນດາລະບຽບການສົມທົບກັນໃຫ້ເປັນມາດຕະຖານ; ສົມທົບກັນແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນຢູ່ທະເລໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະຜົນປະໂຫຍດອັນຊອບທຳຂອງບັນດາປະເທດ; ປະຕິບັດຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS), ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ ແລະສອດຄ່ອງກັບກົດໝາຍສາກົນ.
ທະຫານເຮືອປະຊາຊົນຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບທະຫານເຮືອບັນດາປະເທດອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທາງທະເລ ເພື່ອເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນ.
ໂດຍ: ໄຊຊະນະ