ທີ່ການເຈລະຈາ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົວພັນຮ່ວມມື ແລະຈັດຕັ້ງປະຕິບັດບາງເນື້ອໃນ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ການແພດທະຫານ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ອຸດສາຫະກຳປ້ອງກັນຊາດ, ການຄຸ້ມຄອງຊາຍແດນ; ປະຕິບັດແຜນການຮ່ວມມື 3 ປີ (2025-2027) ກ່ຽວກັບການຜັນຂະຫຍາຍຂໍ້ຕົກລົງຄູ່ຮ່ວມມືຮັກສາສັນຕິພາບທີ່ໄດ້ລົງນາມໃນທ້າຍເດືອນກໍລະກົດ ຢ່າງມີປະສິດທິຜົນ; ສົມທົບໃນບັນດາການເຄື່ອນໄຫວຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດ ADMM+.

leftcenterrightdel
ທ່ານພົນໂທ ຮ່ວາງຊວນຈ໊ຽນ ຕ້ອນຮັບທ່ານ Hugh Jeffrey ຮອງເລຂາທິການໃຫຍ່ດ້ານປ້ອງກັນຊາດຂອງອົດສະຕາລີ. ພາບ: qdnd.vn

ເນັ້ນໜັກວ່າ ການຮ່ວມມືດ້ານການບໍາລຸງສ້າງແມ່ນພື້ນຖານຂອງການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ປາດຖະໜາວ່າ ກະຊວງປ້ອງກັນປະເທດອົດສະຕາລີ ຈະພິຈາລະນາເພີ່ມທຶນການສຶກສາລະດັບປະລິນຍາຕີ, ປະລິນຍາໂທ ໃນບາງລົງເລິກຂະແໜງທີ່ຫວຽດນາມ ມີຄວາມຕ້ອງການ, ຊົມເຊີຍຝ່າຍອົດສະຕາລີ ສືບຕໍ່ຈັດສົ່ງທະຫານໄປຮຽນພາສາຫວຽດ ຢູ່ວິທະຍາຄານວິທະຍາສາດການທະຫານ ແລະຊຸດຮຽນເຈົ້າໜ້າທີ່ປ້ອງກັນຊາດສາກົນທີ່ວິທະຍາຄານປ້ອງກັນຊາດ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn

ທີ່ການເຈລະຈາ, ສອງຝ່າຍຍັງແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ຫວຽດນາມ ສະເໝີຕົ້ນສະເໝີປາຍຕໍ່ແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ; ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນ ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາ; ຢຶດໝັ້ນຕໍ່ນະໂຍບາຍປ້ອງກັນຊາດ “4 ບໍ່”; ຫວຽດາມ ມີແຜນນະໂຍບາຍແກ້ໄຂທຸກການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນ ຢູ່ທະເລຕາເວັນອອກ ໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982); ປະຕິບັດຕາມ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ສົ່ງເສີມສິ້ນສຸດການເຈລະຈາ, ລົງນາມໃນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິພາບ, ປະສິດທິຜົນ ໂດຍໄວ

leftcenterrightdel
ສອງຝ່າຍລົງນາມໃນແຜນການຮ່ວມມື 3 ປີ 2025 - 2027. ພາບ: qdnd.vn

ສ່ວນທ່ານ Hugh Jeffrey ເນັ້ນໜັກວ່າ ຫວຽດນາມ ແລະອົດສະຕາລີ ແບ່ງປັນວິໄສທັດ, ທັດສະນະຮ່ວມໃນຫຼາຍບັນຫາພາກພື້ນ ແລະສາກົນ. ກ່ຽວກັບບັນຫາທະເລຕາເວັນອອກ, ອົດສະຕາລີ ສະໜັບສະໜູນທັດສະນະເຄົາລົບອະທິປະໄຕຂອງບັນດາປະເທດ, ແກ້ໄຂການຂັດແຍ້ງກັນ ໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມໃນແຜນການຮ່ວມມື 3 ປີ 2025-2027.

ໂດຍ: ທູຈາງ