ພາຍຫຼັງການປະຊຸມຫຼາຍມື້ ເພື່ອຕົກລົງກ່ຽວກັບກໍລະນີຕ່າງໆໃນການຝຶກຊ້ອມຢູ່ທ່າກໍາປັ່ນ, ວັນທີ 22 ສິງຫາ, ບັນດາກໍາປັ່ນທີ່ເຂົ້າຮ່ວມ AMNEX 3 ໄດ້ປະຕິບັດບັນດາເນື້ອໃນ, ຄື: ລະດົມກຳລັງພົນ  ແລະລຳລຽງຢູ່ທະເລ, ຮັບມືກັບໄພຂົ່ມຂູ່ດ້ານຄວາມໝັ້ນຄົງຢູ່ທະເລຈາກເຮືອອີໂມ, ຖ່າຍຮູບຮູບຖານກຳລັງພົນຈາກທາງອາກາດ ແລະຂໍ່ານັບກັນຢູ່ທະເລ. ການຝຶກຊ້ອມດ້ວຍກຳລັງພົນທະຫານແມ່ນຫຼາຍກວ່າ 1.200 ຄົນ, ມີການເຂົ້າຮ່ວມຂອງຍົນເຮລີກອບແຕ 3 ລໍາ ແລະເຮືອອີໂມ 1 ລໍາຂອງທະຫານເຮືອແຫ່ງລາຊະອານາຈັກ ມາເລເຊຍ.

leftcenterrightdel
ກໍາປັ່ນຂອງທະຫານເຮືອບັນດາປະເທດອາຊຽນ ເຂົ້າຮ່ວມ AMNEX 3. ພາບ: ຫງອັກຮືງ

ເຄື່ອນທີ່ ແລະສົມທົບກັນຢ່າງຊັດເຈນໃນຮູບຖານກໍາລັງ, ກຳປັ່ນ 016 - ກວາງຈູງ ຂຶ້ນກັບກອງພົນນ້ອຍ 162, ທະຫານເຮືອເຂດ 4 ຂອງຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມເປັນມືອາຊີບຂອງທະຫານເຮືອປະຊາຊົນຫວຽດນາມ. ຄຽງຂ້າງນັ້ນ, ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງກຳປັ່ນ 016 - ກວາງຈູງ ແລະຄະນະປະຕິບັດງານນໍາໂດຍທ່ານພັນເອກພິເສດ ຫງວຽນວິງນາມ, ຮອງຜູ້ບັນຊາການທະຫານເຮືອເຂດ 4 ໄດ້ປະກອບສ່ວນເພີ່ມທະວີການພົວພັນ, ຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອບັນດາປະເທດເຂົ້າຮ່ວມເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

AMNEX 3 ກໍ່ຄືບັນດາເຫດການອື່ນໆທີ່ທະຫານເຮືອບັນດາປະເທດອາຊຽນ ໄດ້ຈັດຕັ້ງຫວ່າງມໍ່ໆມານີ້ໄດ້ຢືນຢັນຄວາມເຫັນດີເປັນເອກະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະປັບປຸງຄໍາໝັ້ນສັນຍາກັບການຮ່ວມມືດ້ານຄວາມໝັ້ນຄົງໃນການເດີນທະເລ. ເຖິງຢ່າງໃດກໍ່ຕາມ, ຕາມຄຳກ່າວປາໄສຂອງທ່ານ Dato’ Seri Mohamed Khaled bin Nordin ລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ ທີ່ກອງປະຊຸມຜູ້ບັນຊາການທະຫານເຮືອອາຊຽນ ຄັ້ງທີ 19 ທີ່ດໍາເນີນຢູ່ນະຄອນ Penang ໃນວັນທີ 19 ສິງຫານີ້, ບັນດາສິ່ງທ້າທາຍທີ່ບັນດາປະເທດອາຊຽນປະສົບໃນຂົງເຂດຄວາມໝັ້ນຄົງໃນການເດີນທະເລຍັງມີຫຼາຍທີ່ສຸດ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ ກ່າວວ່າ "ພວກເຮົາລ້ວນແຕ່ມີຄວາມຮັບຮູ້ຍຸດທະວິທີເຂດສີຂີ້ເທົ່າທີ່ກຳລັງສືບຕໍ່ທົດສອບຄວາມຕັດສິນໃຈຂອງພວກເຮົາ, ຄື: ການແຊກຊຶມຂອງຕ່າງປະເທດ, ການບີບບັງຄັບທາງທະເລ ແລະການທໍາລາຍອະທິປະໄຕ”. ຕໍ່ໜ້າຄວາມເປັນຈິງນັ້ນ, ທ່ານຖືວ່າ ອາຊຽນຕ້ອງສືບຕໍ່ແມ່ນສະໝໍຂອງຄວາມເປັນລະບຽບໃນການເດີນທະເລຢູ່ພາກພື້ນ ແລະກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຕ້ອງແມ່ນພື້ນຖານການຮ່ວມມື.

ໜຶ່ງໃນບັນດາກໍລະນີຝຶກຊ້ອມຄັ້ງນີ້ແມ່ນການຮັບມືກັບການບຸກໂຈມຕີຂອງ ເຮືອອີໂມ - ວິທີການບຸກໂຈມຕີທີ່ບໍ່ແມ່ນແບບໃໝ່ແຕ່ກໍ່ມີທ່າອ່ຽງເພີ່ມຂຶ້ນໃນໄລຍະມໍ່ໆມານີ້ດ້ວຍການໜູນຊ່ວຍຂອງເຕັກໂນໂລຢີໃໝ່.

ແຕ່ວ່າ, ສິ່ງທ້າທາຍຕໍ່ຄວາມໝັ້ນຄົງໃນການເດີນທະເລທີ່ທະຫານເຮືອບັນດາປະເທດອາຊຽນພວມປະເຊີນໜ້າຢູ່ນັ້ນແມ່ນມີຫຼາຍກວ່າ. ການນໍາທະຫານເຮືອບັນດາປະເທດອາຊຽນ ໄດ້ກ່າວເຖິງສິ່ງທີ່ລຳບາກໃຈທີ່ກຳລັງພົ້ນເດັ່ນຂຶ້ນກ່ຽວກັບການປົກປັກຮັກສາພື້ນຖານໂຄງລ່າງທີ່ຈໍາເປັນຢູ່ໃຕ້ນໍ້າ, ຄື: ທໍ່ສົ່ງນ້ຳມັນ, ພື້ນຖານໂຄງລ່າງພະລັງງານນອກຝັ່ງ... ການປົກປັກຮັກສານີ້ສິ່ງເຫຼົ່ານີ້ມີຄວາມຫຍຸ້ງຍາກຫຼາຍຍ້ອນທີ່ຕັ້ງຂອງພື້ນຖານໂຄງລ່າງດັ່ງກ່າວ, ການເຂົ້າຮ່ວມຂອງຫຼາຍປະເທດ ແລະເອກະຊົນກໍ່ຄືຄວາມສັບສົນຂອງກົດໝາຍ.

ຍິ່ງໄປກວ່ານັ້ນ, ປະຈຸບັນຄວາມໝັ້ນຄົງໃນການເດີນທະເລແມ່ນຂຶ້ນກັບການນຳໃຊ້ເຕັກໂນໂລຢີຢ່າງມີປະສິດທິຜົນ. ດາວທຽມ, ອຸປະກອນທີ່ບໍ່ມີຄົນຂັບ ແລະປັນຍາປະດິດ ສາມາດຊ່ວຍເພີ່ມຄວາມສາມາດໃນການຕິດຕາມກວດກາ ແລະຮັບມື. ສະນັ້ນ, ທະຫານເຮືອບັນດາປະເທດອາຊຽນ ສາມາດປະມວນ ແລະແບ່ງປັນບັນດາເຕັກໂນໂລຢີເຫຼົ່ານີ້ເພື່ອຕື່ມໃສ່ຊ່ອງຫວ່າງດ້ານຄວາມໝັ້ນຄົງທີ່ສຳຄັນ. ເຕັກໂນໂລຢີຢ່າງດຽວແມ່ນບໍ່ພຽງພໍ, ມັນຕ້ອງໄດ້ນໍາໃຊ້ຍຸດທະສາດ ແລະການໜູນຊ່ວຍໂດຍຜ່ານການຮ່ວມມືຢ່າງແໜ້ນແຟ້ນ.

ຕາມທ່ານພົນເຮືອໂທ Datuk Zulhelmy Ithnain, ຜູ້ບັນຊາການທະຫານເຮືອແຫ່ງ ລາຊະອານາຈັກ ມາເລເຊຍ ແລ້ວ, ເສັ້ນທາງຂ້າງໜ້າແມ່ນຈະແຈ້ງທີ່ສຸດ: ເຕັກໂນໂລຢີແມ່ນທາດເລັ່ງ, ຄວາມສາມັກຄີແມ່ນກຳລັງແຮງ ແລະມະນຸດແມ່ນກຳລັງໜູນ. ການສົມທົບການປ່ຽນແປງໃໝ່ກັບການຮ່ວມມື, ທະຫານເຮືອບັນດາປະເທດອາຊຽນ ສາມາດສ້າງໂຄງປະກອບຄວາມໝັ້ນຄົງແບບຍືນຍົງ, ມີໄຫວພິບ ແລະກຽມຄວາມພ້ອມໃນອະນາຄົດ.

AMNEX 3  ປິດລົງ, ໄດ້ຢືນຢັນການເພີ່ມທະວີການຮ່ວມມືລະຫວ່າງທະຫານເຮືອບັນດາປະເທດອາຊຽນ. ບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງໃນການເດີນທະເລຢູ່ພາກພື້ນນັບມື້ນັບສັບສົນຂຶ້ນ. ດ້ວຍການຮ່ວມມືຢ່າງແໜ້ນແຟ້ນ ແລະໃຫ້ຄຳໝັ້ນສັນຍາເພື່ອເຂດທະເລສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ການຮ່ວມມືດ້ວຍການກະທໍາລະອຽດຂອງທະຫານເຮືອບັນດາປະເທດອາຊຽນ ຈະຊ່ວຍຮັກສາບົດບາດໃຈກາງຂອງກຸ່ມ, ພ້ອມແລ້ວທີ່ຈະຮັບມືກັບສິ່ງທ້າທາຍໃໝ່.

ໂດຍ: ເຈິ່ນຮວ່ຽນ