ການຝຶກຊ້ອມໃຫຍ່ເທື່ອທີ 2 ດ້ວຍການເຂົ້າຮ່ວມຂອງທະຫານກວ່າ 16.300 ຄົນ. ພິເສດ, ການເຂົ້າຮ່ວມຂອງກອງທັບບັນດາປະເທດ ຄື ລັດເຊຍ, ລາວ ແລະ ກຳປູເຈຍ ກໍ່ໄດ້ປະກອບສ່ວນສະແດງໃຫ້ເຫັນແນວທາງການຕ່າງປະເທດປ້ອງກັນຊາດຂອງຫວຽດນາມ ຢ່າງມີຊີວິດຊີວາ.

ການຝຶກຊ້ອມຮ່ວມ ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນນະຄອນຫຼວງ ຮ່າໂນ້ຍ ແລະແຂກທ່ອງທ່ຽວເປັນພິເສດ.

leftcenterrightdel
ການຝຶກຊ້ອມຮ່ວມເທື່ອທີ 2 ດ້ວຍການເຂົ້າຮ່ວມຂອງທະຫານກວ່າ 16.300 ຄົນ. ພາບ: qdnd.vn

“ນີ້ແມ່ນການເດີນຂະບວນສວນສະໜາມເທື່ອທີ 2 ແລະກໍ່ເປັນເທື່ອທີ 2 ທີ່ນ້ອງມາຊົມ, ນ້ອງໄປແຕ່ເຊົ້າໆເພື່ອມີບ່ອນນັ່ງນີ້, ນ້ອງຮູ້ສຶກຕື້ນຕັນໃຈຫຼາຍ, ບັນດາກ້ອນກຳລັງເດີນຂະບວນສວນສະໜາມ, ກ້ອນລົດຕັງງາມເຄັ່ງຂຶມທີ່ສຸດ”.

“ນ້ອງມາແຫ່ງນີ້ກໍ່ເຫັນວ່າບັນຍາກາດສະຫງ່າອົງອາດ, ບັນດາກ້ອນກຳລັງເດີນສວນສະໜາມງາມທີ່ສຸດ, ນ້ອງຢາກເບິ່ງເປັນຫຼາຍຄັ້ງອີກ, ໂດຍສະເພາະແມ່ນໃນໂອກາດວັນຊາດ ສສ ຫວຽດນາມ ທີ 2 ກັນຍາ”.

ຕາມແຜນການແລ້ວ, ການຝຶກຊ້ອມຮ່ວມເດີນຂະບວນສວນສະໜາມ ຈະສືບຕໍ່ຈັດຂຶ້ນຢູ່ສະໜາງຫຼວງ ບາດິ່ງ ໃນເວລາ 20 ໂມງ, ວັນທີ 27 ສິງຫາ ແລະ ການຝຶກຊ້ອມຄັ້ງໃຫຍ່ເທື່ອສຸດທ້າຍ ຈະຈັດຂຶ້ນໃນເວລາ 6 ໂມງ 30 ນາທີ ຂອງວັນທີ 30 ສິງຫາ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ