ຫວຽດນາມ-ອົດສະຕາລີ ສົມທົບ, ໜູນຊ່ວຍກັນໃນການປະຕິບັດກົດໝາຍຢູ່ທະເລ
ກປ.ອອນໄລ - ວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນຕີ ເລກວາງດ້າວ, ຜູ້ບັນຊາການຕໍາຫຼວດທະເລຫວຽດນາມ ໄດ້ມີການແລກປ່ຽນກັບທ່ານພົນຈັດຕະວາ Brett Sonter, ຜູ້ບັນຊາການຊາຍແດນທາງທະເລ ອົດສະຕາລີ.
ທີ່ການແລກປ່ຽນ, ສອງຝ່າຍໄດ້ປຶກສາຫາລືຢ່າງລະອຽດກ່ຽວກັບວຽກງານສົມທົບ, ໜູນຊ່ວຍເຊິ່ງກັນ ແລະກັນລະຫວ່າງສອງກໍາລັງໃນການປະຕິບັດກົດໝາຍຢູ່ທະເລ. ທ່ານພົນຕີ ເລກວາງດ້າວ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຕໍາຫຼວດທະເລຫວຽດນາມ ໄດ້ຜັນຂະຫຍາຍປະຕິບັດບັນດາມາດຕະການຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ (IUU) ຢ່າງເຂັ້ມງວດ, ປະກອບສ່ວນສະກັດກັ້ນ ແລະຫຼຸດຜ່ອນສະພາບ ເຮືອຫາປາຂອງຫວຽດນາມ ລ່ວງລະເມີດຢູ່ນ່ານທະເລຕ່າງປະເທດ ແລະຮັບປະກັນການພັດທະນາແບບຍືນຍົງຂອງຂະແໜງສິນໃນນໍ້າຂອງຫວຽດນາມ. ຄາດວ່າ, ໃນເດືອນກັນຍາຈະມາເຖິງ, ຄະນະກວດກາຂອງຄະນະກຳມະການເອີລົບ (EC) ຈະມາຢ້ຽມຢາມຫວຽດນາມ ເພື່ອດຳເນີນການກວດກາພູມສາດຕົວຈິງ ແລະພິຈາລະນາຍົກເລີກ “ບັດເຫຼືອງ” IUU ສຳລັບສິນໃນນໍ້າຂອງຫວຽດນາມ. ທ່ານພົນຕີ ເລກວາງດ້າວ ປາດຖະໜາວ່າ ຝ່າຍອົດສະຕາລີ ຈະມີບັນດາທັດສະນະທີ່ຕັ້ງໜ້າ ເພື່ອສະໜັບສະໜູນຫວຽດນາມ ໃນບັນຫານີ້ຕື່ມອີກ.
    |
 |
ບັນຍາກາດທີ່ການແລກປ່ຽນ. ພາບ: qdnd.vn |
ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບການຮ່ວມມືດ້ານບໍາລຸງສ້າງ, ຕ້ານການກໍ່ການຮ້າຍຢູ່ທະເລ, ຕ້ານການສົ່ງມະນຸດຂ້າມຊາຍແດນທາງທະເລຜິດກົດໝາຍ... ສອງຝ່າຍໄດ້ສະແດງຄວາມປາດຖະໜາວ່າ ຕໍາຫຼວດທະເລຫວຽດນາມ ແລະກໍາລັງປະຕິບັດກົດໝາຍຢູ່ທະເລຂອງອົດສະຕາລີ ຈະລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືສອງຝ່າຍໂດຍໄວ, ຜ່ານນັ້ນສ້າງກົນໄກ, ຂອບເຂດເພື່ອເພີ່ມທະວີການແລກປ່ຽນບົດຮຽນປະສົບການ, ແບ່ງປັນຂໍ້ມູນຂ່າວສານ, ການຮ່ວມມືດ້ານບໍາລຸງສ້າງ ກໍ່ຄື ສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະກັນໃນການປະຕິບັດກົດໝາຍຢູ່ທະເລ.
ໂດຍ: ທະນາພອນ