ເຂົ້າຮ່ວມພິທີຕ້ອນຮັບຍັງມີທ່ານພົນໂທ ເລກວາງມິງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.

ການຢ້ຽມຢາມແນໃສ່ຈຸດປະສົງຮັກສາການພົບປະຂັ້ນສູງ, ປະກອບສ່ວນເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງສອງຝ່າຍ; ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົວພັນສາມັກຄີສະໜິດຕິດພັນລະຫວ່າງສອງປະເທດເວົ້າລວມ ແລະກອງທັບສອງປະເທດເວົ້າສະເພາະ.

ໃນໄລຍະຜ່ານມາ, ສອງຝ່າຍບັນລຸໄດ້ຫຼາຍໝາກຜົນສຳຄັນ, ແທດຈິງໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ. ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສ, ກົນໄກຫຼາຍຝ່າຍ ແລະບັນດາເຫດການສາກົນ ໂດຍແຕ່ລະຝ່າຍຈັດຕັ້ງ. ບັນດາຮູບການ, ກົນໄກຮ່ວມມືນັບມື້ນັບອຸດົມສົມບູນ ແລະແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງກວ່າອີກ.

ໜັງສືພິມກອງທັບປະຊາຊົນ ຂໍແນະນຳບາງຮູບພາບທີ່ພິທີຕ້ອນຮັບ:

leftcenterrightdel
 
leftcenterrightdel
ທ່ານພົນເອກ ຈິ້ງວັນກວ໊ຽດ ຕ້ອນຮັບ ແລະມອບຊໍ່ດອກໄມ້ໃຫ້ທ່ານພົນຕີ ວົງສອນ ອິນປານພິມ. ພາບ: ຮ່າເຟືອງ
leftcenterrightdel
ບັນຍາກາດທີ່ພິທີຕ້ອນຮັບ. ພາບ: ຮ່າເຟືອງ
leftcenterrightdel
ທ່ານພົນເອກ ຈິ້ງວັນກວ໊ຽດ ແລະທ່ານພົນຕີ ວົງສອນ ອິນປານພິມ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຮ່າເຟືອງ
leftcenterrightdel
 
leftcenterrightdel
ທ່ານພົນເອກ ຈິ້ງວັນກວ໊ຽດ ແລະທ່ານພົນຕີ ວົງສອນ ອິນປານພິມ ແນະນໍາຄະນະຜູ້ແທນຂັ້ນສູງສອງປະເທດ. ພາບ: ຮ່າເຟືອງ
leftcenterrightdel
ສອງຄະນະຖ່າຍຮູບລວມ. ພາບ: ຮ່າເຟືອງ
leftcenterrightdel
ທ່ານພົນຕີ ວົງສອນ ອິນປານພິມ ຂຽນໃສ່ປຶ້ມອະນຸສອນ. ພາບ: ຮ່າເຟືອງ

ໂດຍ: ເຈິ່ນຮວ່ຽນ