leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຢ້ຽມຢາມສູນຄົ້ນຄວ້າໜອງ Lianqiu ຂອງກຸ່ມບໍລິສັດ Huawei. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມປະທັບໃຈຕໍ່ໄລຍະທາງພັດທະນາທີ່ເຂັ້ມແຂງຂອງກຸ່ມບໍລິສັດ Huawei ແລະກຸ່ມບໍລິສັດ ZTE. ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການພົວພັນ ຫວຽດນາມ-ຈີນ ໄດ້ພັດທະນາຢ່າງແຂງແຮງ, ແທດຈິງ ແລະຮອບດ້ານກວ່າເວລາໃດໝົດ, ພິເສດແມ່ນພາຍຫຼັງການຢ້ຽມຢາມຂັ້ນສູງຂອງການນໍາສອງພັກ, ສອງລັດ. ໃນສະພາບການນັ້ນ, ການພົບປະແລກປ່ຽນ ແລະເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງບັນດາອົງການ, ວິສາຫະກິດ, ກຸ່່ມບໍລິສັດຂອງສອງຝ່າຍນັບມື້ນັບສຳຄັນ ແລະຈໍາເປັນ, ໂດຍສະເພາະແມ່ນໃນຂົງເຂດວິທະຍາສາດ-ເຕັກໂນໂລຊີ. ການນຳກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສະໜັບສະໜູນບັນດາອົງການ, ວິສາຫະກິດ, ກຸ່ມບໍລິສັດຂອງສອງຝ່າຍເພີ່ມທະວີການແລກປ່ຽນ, ຊອກຫາກາລະໂອກາດຮ່ວມມື. ສິ່ງດັ່ງກ່າວບໍ່ພຽງແຕ່ນຳຜົນປະໂຫຍດທີ່ແທດຈິງມາໃຫ້ທັງສອງຝ່າຍເທົ່ານັ້ນ ຫາກຍັງປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ, ຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ-ຈີນ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ ແລະຖືກກໍານົດທິດ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຢ້ຽມຢາມສູນຄົ້ນຄວ້າເຕັກໂນໂລຊີສູງຂອງກຸ່ມບໍລິສັດ ZTE. ພາບ: qdnd.vn

ສະແດງຄວາມປິຕິຊົມຊື່ນຕໍ່ຜົນການຮ່ວມມືລະຫວ່າງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ກັບກຸ່ມບໍລິສັດ Huawei ແລະກຸ່ມບໍລິສັດ ZTE, ທ່ານພົນໂທ ຮວ່າງຊວນຈ໊ຽນ ຖືວ່າ ຄວາມສາມາດບົ່ມຊ້ອນຮ່ວມມືແມ່ນຍັງຫຼາຍຢູ່; ສະເໜີກຸ່ມບໍລິສັດ Huawei ແລະກຸ່ມບໍລິສັດ ZTE ຊຸກຍູ້ການແລກປ່ຽນ, ຄົ້ນຄວ້າບັນດາຮູບແບບການຮ່ວມມືໃໝ່ ແລະມີປະສິດທິຜົນກັບກຸ່ມບໍລິສັດ Viettel, ໃຫ້ສົມກັບຄວາມສາມາດບົ່ມຊ້ອນຂອງການຮ່ວມມື; ເຊື່ອໝັ້ນວ່າ ດ້ວຍເຈດຕະນາດີ, ຄວາມອາດສາມາດ, ການຮ່ວມມືລະຫວ່າງກຸ່ມບໍລິສັດ Viettel ກັບກຸ່ມບໍລິສັດ Huawei ແລະກຸ່ມບໍລິສັດ ZTE ຈະສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງໃນໄລຍະຈະມາເຖິງ, ບົນພື້ນຖານເຄົາລົບເຊິ່ງກັນ ແລະກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະປະກອບສ່ວນໃຫ້ແກ່ເປົ້າໝາຍລວມແມ່ນການພັດທະນາແບບຍືນຍົງທັງຢູ່ຫວຽດນາມ ແລະຈີນ.

ໂດຍ: ໄຊຊະນະ