ງານລ້ຽງສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງກຳລັງປ້ອງກັນຍີ່ປຸ່ນ
ກປ.ອອນໄລ - ຕອນຄ່ຳວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ສະຖານທູດຍີ່ປຸ່ນ ປະຈຳ ຫວຽດນາມ ໄດ້ຈັດຕັ້ງງານລ້ຽງສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງກຳລັງປ້ອງກັນຍີ່ປຸ່ນ (1-7-1954 / 1-7-2025). ທ່ານພົນຕີ ຟ້າມເຈື່ອງເຊີນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ ແລະກ່າວປາໄສ.
ທີ່ງານລ້ຽງ, ທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ ຢືນຢັນວ່າ ການພົວພັນຮ່ວມມື ຍີ່ປຸ່ນ-ຫວຽດນາມ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ. ສອງຝ່າຍໄດ້ສ້າງເສົາຄ້ຳຮ່ວມມືໃໝ່ໃນຂົງເຂດຫັນເປັນດີຈີຕອນ, ຫັນເປັນສີຂຽວ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ໃນນັ້ນສຸມໃສ່ພັດທະນາຊັບພະຍາກອນມະນຸດໃນຂະແໜງເຄິ່ງຊັກນໍາໄຟຟ້າ.
    |
 |
ທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ ແລະທ່ານພົນຕີ ຟ້າມເຈື່ອງເຊີນ ທີ່ເຫດການ. ພາບ: qdnd.vn |
ທ່ານເອກອັກຄະລັດຖະທູດ Ito Naoki ປາດຖະໜາວ່າ ການຮ່ວມມືດ້ານປ້ອງກັນຊາດບົນຈິດໃຈ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” ລະຫວ່າງສອງປະເທດຈະສືບຕໍ່ພັດທະນາ, ພ້ອມທັງການພົວພັນ ຍີ່ປຸ່ນ-ຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງ, ເພື່ອສັນຕິພາບ ແລະຄວາມວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.
ຕາງໜ້າການນໍາກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ທ່ານພົນຕີ ຟ້າມເຈື່ອງເຊີນ ໄດ້ສົ່ງພອນໄຊອັນປະເສີດມາຍັງນາຍ ແລະພົນທະຫານ ແລະນັກຮົບຂອງກໍາລັງປ້ອງກັນຍີ່ປຸ່ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງ.
    |
 |
ພ້ອມກັນຍົກຈອກສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງກຳລັງປ້ອງກັນຍີ່ປຸ່ນ. ພາບ: qdnd.vn |
ທ່ານພົນຕີ ຟ້າມເຈື່ອງເຊີນ ເນັ້ນໜັກວ່າ: ໃນໄລຍະ 71 ປີຜ່ານມາ, ກໍາລັງປ້ອງກັນຍີ່ປຸ່ນ ໄດ້ເຕີບໃຫຍ່ຂະຫຍາຍຕົວ, ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກດ້ານ, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສ້າງສາປະເທດຍີ່ປຸ່ນ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ວັດທະນາຖາວອນ. ຄຽງຄູ່ນັ້ນ, ກໍາລັງປ້ອງກັນຍີ່ປຸ່ນ ຍັງເປີດກວ້າງການຮ່ວມມືກັບສາກົນຢ່າງບໍ່ຢຸດຢັ້ງ, ໃນນັ້ນມີຫຼາຍເນື້ອໃນຮ່ວມມືແທດຈິງ ແລະມີປະສິດທິຜົນກັບຫວຽດນາມ.
ທ່ານພົນຕີ ຟ້າມເຈື່ອງເຊີນ ເຊື່ອໝັ້ນວ່າ ບົນພື້ນຖານການພົວພັນ “ຈິງໃຈ, ອາລົມຈິດ, ໄວ້ເນື້ອເຊື່ອໃຈ” ແລະບົນພື້ນຖານຄວາມຕ້ອງການ, ຄວາມສາມາດຂອງສອງຝ່າຍ, ການຮ່ວມມືມິດຕະພາບລະຫວ່າງສອງປະເທດເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຍີ່ປຸ່ນ ເວົ້າສະເພາະຈະສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາວັດທະນາຖາວອນຂອງແຕ່ລະປະເທດ ກໍຄືຂອງທ່ົວພາກພື້ນ.
ໂດຍ: ທູຈາງ