ໂອ້ລົມກັບພວກຂ້າພະເຈົ້າພາຍຫຼັງເກືອບ 2 ເດືອນທີ່ເຂົ້າຮ່ວມການສວນສະໜາມ, ບຸ່ຍກວາງລິງ ໃຫ້ຮູ້ວ່າ: “ພາຍຫຼັງສຳເລັດໜ້າທີ່ເຂົ້າຮ່ວມການສວນສະໜາມຢູ່ສະຫະພັນລັດເຊຍ ແລະກັບຄືນມາ, ພວກຂ້າພະເຈົ້າໄດ້ແຂ່ງກັບເວລາ ເພື່ອໃຫ້ຮຽນທັນເພື່ອນຮ່ວມກົມກອງໂດຍໄວ. ເມື່ອພວກຂ້າພະເຈົ້າປະຕິບັດໜ້າທີ່ສວນສະໜາມ, ບັນດາເພື່ອນຮ່ວມກົມກອງໄດ້ຮຽນຈົບວິຊາຕາມແຜນການຂອງໂຮງຮຽນ. ສະນັ້ນ, ພວກຂ້າພະເຈົ້າ ຕ້ອງມານະພະຍາຍາມຮຽນຄືນໃຫ້ໝົດທຸກວິຊາເພື່ອຮັບປະກັນທາງດ້ານເວລາ.”

ເມື່ອຖືກຖາມກ່ຽວກັບຄວາມຊົງຈໍາຂອງວັນເວລາທີ່ໄປປະຕິບັດງານຢູ່ສະຫະພັນລັດເຊຍ, ລິງ ແລະເພື່ອນຮ່ວມກົມກອງມີຄວາມຕື່ນເຕັ້ນຄືກັບວ່າພວກເຂົາໄດ້ກັບຄືນສູ່ຄວາມຊົງຈໍາທີ່ສວຍງາມໃນໄລຍະເວລາສັ້ນໆ. ສໍາລັບ ລິງ ແລະສະມາຊິກ, ນີ້ແມ່ນເວລາທີ່ສວຍງາມທີ່ສຸດ. ໃນຕອນຄ່ຳ, ພາຍຫຼັງການຝຶກແອບຢ່າງໜັກໜ່ວງ, ລິງ ແລະເພື່ອນຮ່ວມກົມກອງໄດ້ພົບປະໂອ້ລົມ, ແລກປ່ຽນການເຄື່ອນໄຫວວັດທະນະທຳກັບປະເທດ ລາວ, ມຽນມາ, ຈີນ... ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ປະເທດເຈົ້າພາບຈັດຕັ້ງ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ຄວາມສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດ.

leftcenterrightdel
ສະມາຊິກຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ ພົບປະແລກປ່ຽນກັບຄະນະຜູ້ແທນເພື່ອນ. ພາບ: ຮ່າເຟືອງ.

ນັ່ງຢູ່ຂ້າງ ລິງ, ແມ່ນ ຫງວຽນຮືວກວນ ຮູ້ສຶກຕື່ນເຕັ້ນຢາກເລົ່າໃຫ້ຟັງຕື່ມອີກວ່າ: “ພວກຂ້າພະເຈົ້າ ມີຄວາມປະທັບໃຈທີ່ສຸດກັບການພົບປະແລກປ່ຽນສິລະປະ, ພົບປະແລກປ່ຽນກັບຄະນະກອງທັບລາວ. ພວກຂ້າພະເຈົ້າ ຮ້ອງເພງຫຼາຍເພງກ່ຽວກັບນ້ຳໃຈມິດຕະພາບແບບພິເສດລະຫວ່າງສອງປະເທດ, ພ້ອມກັນເຂົ້າຮ່ວມການຟ້ອນ, ຫົດນ້ຳ, ບາສີສູ່ຂວັນ, ຮ້ອງເພງ ຮ່າໂນ້ຍ - ວຽງຈັນ... ຍ້ອນມີນັກສຶກສາກອງທັບປະຊາຊົນລາວ ຫຼາຍຄົນທີ່ພວມຮໍ່າຮຽນ, ຝຶກແອບຢູ່ໂຮງຮຽນນາຍທະຫານບົກ ເລກ 1, ສະນັ້ນ ພວກຂ້າພະເຈົ້າ ຈຶ່ງຮູ້ວັດທະນະທໍາຂອງປະເທດລາວ. ສະນັ້ນ, ລາຍການພົບປະແລກປ່ຽນສິລະປະຂອງຄະນະຜູ້ແທນຫວຽດນາມ - ລາວ ຢູ່ສະຫະພັນລັດເຊຍ ແມ່ນເຂົ້າແກັບເຂົ້າເກຍກັນເປັນຢ່າງດີ, ໄດ້ຮັບຄວາມຊົມເຊີຍ ແລະຕີລາຄາສູງຈາກຄະນະຜູ້ແທນເພື່ອນ”.

ໄດ້ຮູ້ວ່າ ເມື່ອພົບປະແລກປ່ຽນກັບຄະນະຜູ້ແທນຈີນ, ສະມາຊິກຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ ໄດ້ຊອກຮູ້ຢ່າງເລິກເຊິ່ງກ່ຽວກັບວັດທະນະທຳຂອງປະເທດບ້ານໃກ້ເຮືອນຄຽງ. ສະນັ້ນ, ເມື່ອຄະນະຜູ້ແທນຈີນ ເຊີນເຂົາເຈົ້າໄປພົບປະແລກປ່ຽນບົດເພງເປັນພາສາຈີນ, ດ້ວຍຄວາມກະຕືລືລົ້ນ ແລະສະໜັບສະໜູນຂອງເພື່ອນຮ່ວມກົມກອງ, ບຸ່ຍກວາງລິງ ໄດ້ສະແດງປະສົບຜົນສໍາເລດ, ໄດ້ຮັບການຕອບສະໜອງຢ່າງສຸດໃຈຈາກບັນດາສະມາຊິກຂອງປະເທດເພື່ອນ.

ລິງ ໄດ້ແບ່ງປັນຄວາມຕື່ນເຕັ້ນວ່າ: “ນັບແຕ່ຕອນຮຽນມັດທະຍົມປາຍ, ຂ້້າພະເຈົ້າ ມັກຟັງເພງພາສາຈີນ. ໃນເວລາຫວ່າງ, ຂ້າພະເຈົ້າມັກເບິ່ງຮູບເງົາຈີນ, ຟັງເພງ ແລະຮ້ອງຕາມ. ຢູ່ກົມກອງ, ນອກຈາກເວລາຮຽນ ແລະຝຶກແອບແລ້ວ, ໃນມື້ພັກ, ຂ້າພະເຈົ້າມັກເປີດເພງຈີນທີ່ຕົນເອງມັກ, ຮູ້ສຶກແປກໃຈຫຼາຍເມື່ອໄດ້ໄປລັດເຊຍ ແລະໄດ້ມີກາລະໂອກາດພົບປະແລກປ່ຽນບົດຮຽນກັບບັນດາຄະນະຜູ້ແທນປະເທດເພື່ອນ ແລະຖືກເຊີນໃຫ້ໄປຮ້ອງເພງຈີນ. ໃນຂະນະນັ້ນ, ຂ້າພະເຈົ້າໄດ້ສະແດງຄວາມຮູ້ສຶກຂອງຕົນອອກມາໝົດດ້ວຍຄວາມຮັບຜິດຊອບ”. ບຸ່ຍກວາງລິງ ໃຫ້ຮູ້ວ່າ ທີ່ການພົບປະແລກປ່ຽນວັດທະນະທຳ, ພະນັກງານ, ນັກສຶກສາໂຮງຮຽນນາຍທະຫານບົກ ເລກ 1 ຍັງໄດ້ນຳເອົາເຄື່ອງທີ່ລະນຶກ, ນັ້ນແມ່ນຮູບວັດ ເສົາດຽວ (ໂມດໂກດ), ປະທານ ໂຮ່ຈີມິນ, ທັດສະນີຍະພາບຂອງສຸສານປະທານ ໂຮ່ຈີມິນ… ໄປມອບໃຫ້ບັນດາຄະນະເພື່ອນ ແລະໄດ້ຮັບການຕ້ອນຮັບຢ່າງກະຕືລືລົ້ນຈາກບັນດາຜູ້ແທນ.

ການປະຕິບັດງານໜ້າທີ່ທີ່ມີກຽດ, ພິເສດຂອງຄະນະຜູ້ແທນໂຮງຮຽນນາຍທະຫານບົກ ເລກ 1 ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ຂອງສະຫະພັນລັດເຊຍ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ເພື່ອນມິດໃນໂລກ. ສະມາຊິກຄະນະຜູ້ແທນແຕ່ລະຄົນ, ດ້ວຍຄວາມຮັກແພງ ແລະຄວາມຮັບຜິດຊອບຂອງຕົນ, ຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເຮັດສໍາເລັດໜ້າທີ່ເຂົ້າຮ່ວມການສວນສະໜາມຢ່າງຈົບງາມ. ບໍ່ພຽງແຕ່ເຮັດສຳເລັດວຽກງານການເມືອງຕົ້ນຕໍເປັນຢ່າງດີເທົ່ານັ້ນ, ບັນດາສະມາຊິກຄະນະຜູ້ແທນຍັງເປັນທູດທີ່ສົ່ງສານຂອງປະຊາຊົນຫວຽດນາມ ທີ່ຍາມໃດກໍ່ຮັກຫອມສັນຕິພາບ, ມິດຕະພາບ, ຮ່ວມມືກັບເພື່ອນມິດຂອງປະເທດຕ່າງໆອີກດ້ວຍ. ເຂົາເຈົ້າເປັນທູດ ແລະເປັນຂົວຕໍ່ຢ່າງແທ້ຈິງເພື່ອແຜ່ຂະຫຍາຍ ແລະນຳເອົາຄວາມງາມວັດທະນະທຳບັນດາເຜົ່າຂອງຫວຽດນາມ ໄປສູ່ເພື່ອນມິດໃນທົ່ວໂລກ.

ໂດຍ: ຈາງຫງວຽນ