ທ່ານພົນເອກ ຫງວຽນເຕິນເກືອງ ເຂົ້າຢ້ຽມຂໍ່ານັບເລຂາຜູ້ທີໜຶ່ງ, ປະທານປະເທດກູບາ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມກູບາ ຢ່າງເປັນທາງການ, ທ່ານພົນເອກ ຫງວຽນເຕິນເກືອງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ມາເຂົ້າຢ້ຽມຂໍ່ານັບສະຫາຍ Miguel Mario Díaz-Canel Bermúdez, ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງ ສາທາລະນະລັດກູບາ.
    |
 |
ສະຫາຍ Miguel Mario Díaz-Canel Bermúdez ຕ້ອນຮັບທ່ານພົນເອກ ຫງວຽນເຕິນເກືອງ. ພາບ: qdnd.vn |
ທີ່ການພົບປະ, ສະຫາຍ Miguel Mario Díaz-Canel ປາດຖະໜາຢາກກອງທັບສອງປະເທດ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ ເຊິ່ງປະທານ Fidel Castro, ປະທານໂຮ່ຈີມິນ ແລະການນຳພັກ, ລັດ ແລະປະຊາຊົນສອງປະເທດລຸ້ນຕ່າງໆ ໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ, ນັບມື້ນັບດີຂື້ນ ແລະແໜ້ນແຟ້ນກວ່າອີກ. ໃນຖານະຕໍາແໜ່ງຂອງຕົນ, ສະຫາຍຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂ ເພື່ອຊຸກຍູ້ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຈະມາເຖິງ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ ແລະຍາວນານ.
ທ່ານພົນເອກ ຫງວຽນເຕິນເກືອງ ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ແນໃສ່ຫັນຊີ້ນຳຂອງການນໍາສອງປະເທດ, ສອງກອງທັບ ກ່ຽວກັບການຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ປະກົດຜົນເປັນຈິງ; ເຊິ່ງດຳເນີນກົງກັບໂອກາດທີ່ມີຄວາມໝາຍພິເສດເມື່ອຫວຽດນາມ ແລະກູບາ ພວມມຸ່ງໄປເຖິງການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (2-12-1960 / 2-12-2025), ປີມິດຕະພາບ ຫວຽດນາມ-ກູບາ.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ເຂົ້າຢ້ຽມຂໍ່ານັບສະຫາຍ Miguel Mario Díaz-Canel Bermúdez, ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງ ສາທາລະນະລັດກູບາ. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ ຊົມເຊີຍ ກູບາ ບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກກອມມູນິດກູບາ ໃນໄລຍະຜ່ານມາ ແລະສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາຂອງພັກກອມມູນິດກູບາ, ເຊິ່ງນໍາໂດຍສະຫາຍ ເລຂາຜູ້ທີໜຶ່ງ, ປະທານປະເທດກູບາ, ປະຊາຊົນກູບາ ຈະຜ່ານຜ່າຄວາມຫຍຸ້ງຍາກ, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງໃນກິດຈະການສ້າງສາ ແລະພັກທະນາປະເທດຊາດ.
ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ແຈ້ງໃຫ້ສະຫາຍ ເລຂາຜູ້ທີໜຶ່ງ, ປະທານປະເທດກູບາ ຮັບຊາບໝາກຜົນຂອງການພົບປະສອງຝ່າຍກັບສະຫາຍລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ທີ່ຜ່ານມາ. ໃນນັ້ນສອງຝ່າຍໄດ້ເຫັນດີເປັນເອກະພາບຫຼາຍມາດຕະການແນໃສ່ຊຸກຍູ້ການຮ່ວມມື, ເປັນຕົ້ນແມ່ນໃນດ້ານຕ່າງໆ, ຄື: ແລກປ່ຽນຄະນະຜູ້ແທນ, ພົບປະແລກປ່ຽນ, ແຮກສ່ຽວ; ບໍາລຸງສ້າງ, ຝຶກອົບຮົມ; ການຮ່ວມມືດ້ານອຸດສາຫະກໍາປ້ອງກັນຊາດ, ເຕັກນິກການທະຫານ; ວຽກງານພັກ, ວຽກງານການເມືອງໃນກອງທັບ... ເໝາະສົມກັບຄວາມຕ້ອງການ ແລະທ່າແຮງຂອງແຕ່ລະຝ່າຍ.
    |
 |
ບັນຍາກາດທີ່ການເຂົ້າຢ້ຽມຂໍ່ານັບ. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ ສະແດງຄວາມປາດຖະໜາຢາກສະຫາຍ ເລຂາຜູ້ທີໜຶ່ງ, ປະທານປະເທດກູບາ ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ກອງທັບສອງປະເທດຜັນຂະຫຍາຍເນື້ອໃນທີ່ໄດ້ເຫັນດີໃນຂອບເຂດການຢ້ຽມຢາມຢ່າງມີປະສິດທິຜົນ; ເສີມຂະຫຍາຍ ແລະແຜ່ຂະຫຍາຍທ່າແຮງກ່ຽວກັບເສົາຄໍ້າຮ່ວມມືດ້ານປ້ອງກັນຊາດໄປຍັງຂົງເຂດອື່ນໆ, ເພີ່ມເຕີມຜົນປະໂຫຍດຂອງແຕ່ລະປະເທດຕິດພັນກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສະໜັບສະໜູນກ່ຽວກັບກົນໄກ, ນະໂຍບາຍໃຫ້ບັນດາວິສາຫະກິດຫວຽດນາມ, ໃນນັ້ນມີວິສາຫະກິດກອງທັບ ມາລົງທຶນ ແລະທຳມາຫາກິນຢູ່ ກູບາ...
ໂດຍ: ທູຈາງ