ທ່ານພົນເອກ ຫງວຽນເຕິນເກືອງ ສິ້ນສຸດການຢ້ຽມຢາມ ກູບາ ຢ່າງຈົບງາມ
ກປ.ອອນໄລ - ຕອນບ່າຍວັນທີ 19 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານພົນເອກ ຫງວຽນເຕິນເກືອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ອອກຈາກນະຄອນຫຼວງ La Habana, ສິ້ນສຸດການຢ້ຽມຢາມກູບາ ຢ່າງຈົບງາມ ຕາມຄໍາເຊີນຂອງກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ.