leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ໝີແຮ້ງ

ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານພັນເອກພິເສດ ມາກດຶ໊ກຈ້ອງ ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ໄດ້ ແລະພວມກຳນົດຢ່າງຈະແຈ້ງເຖິງບົດບາດສຳຄັນຂອງແມ່ຍິງໃນກຳລັງຮັກສາສັນຕິພາບ ສປຊ. ກວ່າໜຶ່ງທົດສະວັດຜ່ານມາ, ນັບແຕ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢ່າງເປັນທາງການໃນປີ 2014, ຫວຽດນາມ ໄດ້ສົ່ງກຳລັງທະຫານເກືອບ 1.100 ເທື່ອຄົນໄປຍັງ 3 ຄະນະປະຕິບັດງານ, ຄື: ຢູ່ສາທາລະນະລັດ ອາຟະລິກາກາງ; ຊູດັງໃຕ້ ແລະພາກພື້ນ Abyei, ສຳນັກງານ ສປຊ. ໃນນັ້ນ, ທະຫານຍິງແມ່ນຫຼາຍກວ່າ 16%.

leftcenterrightdel
ຜູ້ແທນພາຍໃນ ແລະຕ່າງປະເທດເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: ໝີແຮ້ງ

ທ່ານ Patrick Haverman ຮອງຫົວໜ້າຄະນະຜູ້ຕາງໜ້າປະຈໍາຂອງ UNDP ປະຈໍາ ຫວຽດນາມ ເນັ້ນໜັກເຖິງບົດບາດສຳຄັນຂອງກຳລັງຮັກສາສັນຕິພາບ ສປຊ ໃນການປົກປ້ອງພົນລະເຮືອນ, ເປັນຕົ້ນແມ່ນບົດບາດຂອງທະຫານຍິງ. ເມື່ອແມ່ຍິງເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບ, ການປ້ອງກັນມີປະສິດທິຜົນກວ່າ. ທ່ານນາງ Leigh McCumber, ອຸປະທູດຊົ່ວຄາວ, ສະຖານທູດການາດາ ປະຈໍາ ຫວຽດນາມ ເຊື່ອໝັ້ນວ່າ ຜ່ານກອງປະຊຸມສໍາມະນາ, ບັນດາຜູ້ແທນ ແລະນັກຊ່ຽວຊານຮັກສາສັນຕິພາບຈາກບັນດາປະເທດຈະພ້ອມກັນສ້າງພື້ນຖານ ເພື່ອແບ່ງປັນຄວາມຮູ້, ປະກອບສ່ວນຍົກສູງບົດບາດຂອງແມ່ຍິງໃນຂະບວນການສັນຕິພາບ ກໍ່ຄືເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດ ແລະລະຫວ່າງຂະແໜງການເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ.

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ແບ່ງປັນຖອດຖອນບົດຮຽນພຶດຕິກຳຕົວຈິງ ແລະສະເໜີມາດຕະການແທດຈິງ, ອາດຈະເປັນໄປໄດ້ແນໃສ່ຊຸກຍູ້ການເຂົ້າຮ່ວມຂອງທະຫານຍິງຢູ່ບັນດາຄະນະປະຕິບັດງານນັບມື້ນັບຄົບຖ້ວນ, ສະເໝີພາບ ແລະມີຄວາມໝາຍ, ພິເສດແມ່ນໃນໜ້າທີ່ປົກປ້ອງພົນລະເຮືອນ - ໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງການເຄື່ອນໄຫວຮັກສາສັນຕິພາບ ສປຊ ໃນປະຈຸບັນ.

ໂດຍ: ເຈິ່ນຮວ່ຽນ