ທ່ານພົນໂທ Álvaro Lopez Miera ຍິນດີຕ້ອນຮັບທ່ານພົນເອກ ຫງວຽນເຕີນເກືອງ ແລະຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ກູບາ ຢ່າງເປັນທາງການ. ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງ ກູບາ ປະເຊີນໜ້າໃນໄລຍະປະຈຸບັນ, ທ່ານພົນໂທ Álvaro Lopez Miera ສະແດງຄວາມຂອບອົກຂອບໃຈ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ ກູບາ ແລະປາດຖະໜາຢາກກອງທັບສອງປະເທດສືບຕໍ່ຮັກສາ ແລະຍູ້ແຮງການຮ່ວມມືໃນຂົງເຂດ ເຊິ່ງສອງຝ່າຍມີຄວາມສາມາດ ແລະມີຄວາມຕ້ອງການ, ຜ່ານນັ້ນປະກອບສ່ວນປັບປຸງການພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ, ສອງກອງທັບ.
ໃນບັນຍາກາດໄມຕີຈິດມິດຕະພາບ, ສະຫາຍອ້າຍນ້ອງອົບອຸ່ນ, ທ່ານພົນເອກ ຫງວຽນເຕີນເກືອງ ແລະທ່ານພົນໂທ Álvaro Lopez Miera ໄດ້ພ້ອມກັນຕີລາຄາໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ກູບາ ໃນໄລຍະຜ່ານມາ ແລະກຳນົດທິດທາງຮ່ວມມືໃນໄລຍະຈະມາເຖິງ.
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ງອກເຮີນ |
ເພື່ອສືບຕໍ່ນຳການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະເຂົ້າສູ່ລວງເລິກ, ສອງຝ່າຍເຫັນດີເປັນເອກະພາບໃນໄລຍະຈະມາເຖິງຈະເພີ່ມທະວີການພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຄະນະຂັ້ນສູງ; ຮັກສາການຮ່ວມມື ແລະແລກປ່ຽນບົດຮຽນປະສົບການດ້ານວິຊາການລະຫວ່າງບັນດາອົງການ, ກົມກອງ; ພົບປະແລກປ່ຽນ, ແລກປ່ຽນບົດຮຽນລະຫວ່າງນາຍທະຫານໜຸ່ມສອງປະເທດ; ເພີ່ມທະວີການຮ່ວມມືວຽກງານພັກ, ວຽກງານການເມືອງ; ຜັນຂະຫຍາຍປະສິດທິຜົນການຮ່ວມມືເຕັກນິກການທະຫານ, ອຸດສາຫະກຳປ້ອງກັນຊາດ; ສືບຕໍ່ຖືເປັນສຳຄັນການຮ່ວມມືບຳລຸງສ້າງຊັບພະຍາ ກອນມະນຸດ.
ສອງຝ່າຍກໍ່ເຫັນດີຊຸກຍູ້ການຮ່ວມມືໃນທຸກຂົງເຂດທີ່ໄດ້ ແລະພວມສົ່ງເສີມ, ຄວນສືບຕໍ່ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ຄື: ແລກປ່ຽນຂໍ້ມູນຂ່າວສານ, ເສນາຮັກ, ຄວາມປອດໄພດ້ານໄຊເບີ, ການຮ່ວມມືເສດຖະກິດ-ການຄ້າ-ການລົງທຶນລະຫວ່າງບັນດາວິສາຫະກິດກອງທັບ, ຈັດຕັ້ງການແຮກສ່ຽວລະຫວ່າງບັນດາກົມກອງຂອງສອງກອງທັບ...
ທ່ານພົນເອກ ຫງວຽນເຕີນເກືອງ ແລະທ່ານພົນໂທ Álvaro Lopez Miera ຖືວ່າ ໃນສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປໂດຍໄວ, ສັບສົນ, ຄາດເດົາໄດ້ຍາກຄືໃນປະຈຸບັນ, ສອງປະເທດ ແລະສອງກອງທັບ ຄວນສືບຕໍ່ປັບປຸງ ແລະເສີມຂະຫຍາຍນ້ຳໃຈສາມັກຄີ, ສະໜັບສະໜູນ, ໜູນຊ່ວຍກັນ. ດ້ວຍບັນດາໝາກຜົນທີ່ບັນລຸໄດ້ ແລະຄວາມເອົາໃຈໃສ່, ຊີ້ນຳຢ່າງໃກ້ຊິດຕິດແທດຂອງການນຳສອງກະຊວງປ້ອງກັນປະເທດ, ເຊື່ອໝັ້ນວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ກູບາ ຈະສືບຕໍ່ພັດທະນາຂຶ້ນລະດັບສູງໃໝ່.
* ຕອນຄ່ຳວັນດຽວກັນ, ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ຈັດຕັ້ງພິທີມອບ-ຮັບດາບ (ສຳເນົາ) ຂອງນັກວິລະຊົນກູບາ Antonio Maceo ໃຫ້ແກ່ທ່ານພົນເອກ ຫງວຽນເຕີນເກືອງ. ນີ້ແມ່ນລາງວັນອັນສູງສົ່ງສະແດງໃຫ້ເຫັນການເຄົາລົບນັບຖື ແລະຮັບຮູ້ຜົນງານຂອງທ່ານຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໃນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ, ການຮ່ວມມືລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະກອງທັບສອງປະເທດຫວຽດນາມ-ກູບາ.
    |
 |
ການນຳກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ ຕ້ອນຮັບທ່ານພົນເອກ ຫງວຽນເຕີນເກືອງ ທີ່ພິທີມອບ-ຮັບດາບ (ສຳເນົາ) ຂອງນັກວິລະຊົນກູບາ Antonio Maceo. ພາບ: ງອກເຮີນ |
ສະແດງຄວາມຕື້ນຕັນໃຈເມື່ອໄດ້ຮັບດາບ (ສຳເນົາ) ຂອງນັກວິລະຊົນ ກູບາ Antonio Maceo ກໍ່ຄືຶອາລົມຈິດສະໜິດສະໜົມ ເຊິ່ງບັນດາສະຫາຍກູບາ ສະຫງວນໃຫ້ແກ່ກອງທັບປະຊາຊົນຫວຽດນາມ ແລະສ່ວນຕົວ, ທ່ານພົນເອກ ຫງວຽນເຕີນເກືອງ ເຊື່ອໝັ້ນວ່າ ດ້ວຍການພົວພັນສະໜິດຕິດພັນ, ມິດຕະພາບ, ຄວາມສາມັກຄີແບບພິເສດທີ່ໄດ້ເພີ່ມພູນຄູນສ້າງ, ປັບປຸງຢ່າງໝັ້ນແກ່ນໃນປະຫວັດສາດຂອງສອງປະເທດ, ການພົວພັນ ຫວຽດນາມ-ກູບາ ເວົ້າລວມ, ການພົວພັນດ້ານປ້ອງກັນຊາດສອງປະເທດເວົ້າສະເພາະ ຈະສືບຕໍ່ມີຄວາມສາມາດບົ່ມຊ້ອນເພື່ອພັດທະນາຮອບດ້ານ, ແຂງແຮງກວ່າ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຢູ່ແຕ່ລະປະ ເທດ, ກໍ່ຄືປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
* ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 17 ມິຖຸນາ, ທ່ານພົນເອກ ຫງວຽນເຕີນເກືອງ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມກອງພົນນ້ອຍດັກກົງເຄື່ອນທີ່, ກະຊວງບັນດາກຳລັງປະກອບອາວຸດກູບາ. ເຂົ້າຮ່ວມນຳຄະນະມີທ່ານພົນໂທ Roberto Legrá Sotolongo, ກໍາມະການສູນກາງພັກກອມມູນິດກູບາ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ.
    |
 |
ທ່ານພົນເອກ ຫງວຽນເຕີນເກືອງ ກ່າວຄຳເຫັນທີ່ກອງພົນນ້ອຍດັກກົງເຄື່ອນທີ່. ພາບ: ງອກເຮີນ |
ທີ່ກອງພົນນ້ອຍດັກກົງເຄື່ອນທີ່, ທ່ານພົນເອກ ຫງວຽນເຕີນເກືອງ ພ້ອມດ້ວຍຄະນະຜູ້ແທນໄດ້ຮັບຟັງການແນະນຳກ່ຽວກັບວິວັດທະນາການແຫ່ງການສ້າງສາ, ສູ້ຮົບ, ເຕີບໃຫຍ່ຂະຫຍາຍຕົວຂອງກົມກອງ ແລະຊົມການສະແດງທັກສະ, ຍຸດທະວິທີດັກກົງ ທີ່ມີການເຂົ້າຮ່ວມຂອງພະນັກງານ, ນັກຮົບຫຼາຍຮ້ອຍຄົນຂອງກອງພົນນ້ອຍ.
    |
 |
ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍພະນັກງານ, ນັກຮົບກອງພົນນ້ອຍດັກກົງເຄື່ອນທີ່. ພາບ: ງອກເຮີນ |
ທ່ານຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ສະແດງຄວາມປະທັບໃຈກ່ຽວກັບມູນເຊື້ອ ກໍ່ຄືການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງກອງພົນນ້ອຍ ທັງດ້ານການຈັດຕັ້ງ, ກຳລັງໃນວິວັດທະນາການແຫ່ງການສ້າງສາ, ສູ້ຮົບ, ເຕີບໃຫຍ່ຂະຫຍາຍຕົວ, ກາຍເປັນໜຶ່ງໃນບັນດາກົມກອງສຳຄັນ, ດີເດັ່ນໃນບັນດາກຳລັງປະກອບອາວຸດປະຕິວັດກູບາ, ບັນລຸໄດ້ລາງວັນອັນສູງສົ່ງຫຼາຍຢ່າງ ເຊິ່ງພັກ, ລັດ ແລະກອງທັບມອບໃຫ້.
ສະຫາຍພົນເອກ ຫງວຽນເຕີນເກືອງ ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ກົມກອງຈະສືບຕໍ່ຮັກສາ ແລະເສີມຂະຫຍາຍມູນເຊື້ອສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກ; ຍົກສູງຄຸນນະພາບການຫັດແອບ, ກຽມພ້ອມສູ້ຮົບ, ສຳເລັດທຸກໜ້າທີ່ທີ່ໄດ້ມອບໝາຍໃຫ້.
ໂດຍ: ແສງເດືອນ