ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ, ປະຊາຄົມວິສາຫະກິດຂອງຊາວຫວຽດນາມ ທີ່ອາໄສຢູ່ລາວ ນັບມື້ນັບຢັ້ງຢືນບົດບາດສຳຄັນໃນການພັດທະນາເສດຖະກິດ, ພ້ອມທັງປະກອບສ່ວນຮັກສາຄວາມສະໜິດຕິດພັນຂອງປະຊາຄົມ ແລະເພີ່ມພູນຄູນສ້າງການພົວພັນແບບພິເສດລະຫວ່າງສອງປະເທດ.
ໃນການຢ້ຽມຢາມ ແລະເຮັດວຽກກັບວິສາຫະກິດຫວຽດນາມ ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຕີລາຄາສູງການປະກອບສ່ວນຢ່າງແທດຈິງຂອງວິສາຫະກິດຂອງຊາວຫວຽດນາມ ອາໄສຢູ່ລາວ ໃນການຊຸກຍູ້ການຜະລິດຢູ່ພາຍໃນ, ຫຼຸດຜ່ອນການນຳເຂົ້າ, ຈາກນັ້ນ ແມ່ນປະກອບສ່ວນຮັກສາຄວາມໝັ້ນຄົງດ້ານເສດຖະກິດ ແລະຮັບປະກັນຊີວິດສັງຄົມຢູ່ປະເທດເພື່ອນມິດ.
    |
 |
ປະຊາຄົມວິສາຫະກິດຂອງຊາວຫວຽດນາມ ອາໄສຢູ່ລາວ ນັບມື້ນັບຢັ້ງຢືນບົດບາດສຳຄັນໃນການພັດທະນາເສດຖະກິດ. ພາບ: ສຳນັກຂ່າວສານຫວຽດນາມ |
ບໍລິສັດດີເດັ່ນສອງແຫ່ງແມ່ນບໍລິສັດ ເຫຼັກ ຄຳຮຸ່ງ ໄຊຈະເລີນ ແລະບໍລິສັດຂາເຂົ້າ-ຂາອອກ ສາຍຂອງ ຈຳກັດ. ການເຄື່ອນໄຫວໃນຂົງເຂດວັດສະດຸກໍ່ສ້າງ ແລະປຸງແຕ່ງສະບຽງ ອາຫານ. ເລື່ອງລົງທຶນຕ່ອງໂສ້ການຜະລິດທັນສະໄໝຢູ່ລາວ ຊ່ວຍເພີ່ມອັດຕາສ່ວນຜະລິດຕະພັນຢູ່ພາຍໃນປະເທດ ແລະແທນໃຫ້ສິນຄ້ານຳເຂົ້າ ແລະຕອບສະໜອງຄວາມຕ້ອງການຢູ່ພາຍໃນປະເທດເທື່ອລະກ້າວ.
ບໍລິສັດເຫຼັກ ຄຳຮຸ່ງ ໄຊຈະເລີນ ສະໜອງວັດສະດຸກໍ່ສ້າງໃຫ້ແກ່ຫຼາຍໂຄງການກໍ່ສ້າງຈຸດສຸມໃນທົ່ວແຂວງ, ນະຄອນຂອງປະເທດລາວ, ປະກອບສ່ວນເປັນເຈົ້າການແຫຼ່ງສະໜອງ ແລະຊຸກຍູ້ການພັດທະນາຂະແໜງອຸດສາຫະກຳວັດສະດຸຢູ່ພາຍໃນປະເທດ. ໃນຂະນະນັ້ນ, ໂຮງງານເຂົ້າໜົມຂອງບໍລິສັດສາຍຂອງດ້ວຍຄວາມສາມາດຜະລິດຂະໜາດໃຫຍ່ໄດ້ຫັນແຫຼ່ງສະບຽງອາຫານທີ່ຈຳເປັນເປັນຫຼາຍຮູບແບບ, ຮັບໃຊ້ບັນດາທ້ອງຖິ່ນຢ່າງທົ່ວເຖິງ, ໃນນັ້ນມີບັນດາເຂດຫ່າງໄກສອກຫຼີກ.
ຄຽງຄູ່ກັບການເຄື່ອນໄຫວດຳເນີນທຸລະກິດ, ວິສາຫະກິດຂອງຊາວຫວຽດນາມ ທີ່ອາໄສຢູ່ລາວ ຍັງຕັ້ງໜ້າເຂົ້າຮ່ວມບັນດາໂຄງການຮັບປະກັນຊີວິດສັງຄົມ, ການກຸສົນ, ກູ້ຊ່ວຍໄພພິບັດທຳມະຊາດ, ໜູນຊ່ວຍຄົນທຸກຍາກ ແລະເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງຜູ້ອອກແຮງງານກໍ່ຄືປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ.
ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ເນັ້ນໜັກວ່າ “ການລົງທຶນຜະລິດຢູ່ປະເທດລາວ ບໍ່ພຽງແຕ່ນໍາມາເຊິ່ງຜົນປະໂຫຍດດ້ານເສດຖະກິດເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງທາງສັງຄົມ, ສ້າງວຽກເຮັດງານທຳ ແລະປັບປຸງສາຍພົວພັນຢ່າງໝັ້ນແກ່ນລະຫວ່າງສອງປະເທດອີກດ້ວຍ”.
    |
 |
ປະຊາຄົມວິສາຫະກິດຂອງຊາວຫວຽດນາມ ອາໄສຢູ່ລາວ ປະກອບສ່ວນຮັກສາຄວາມສະໜິດຕິດພັນຂອງປະຊາຄົມ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດລະຫວ່າງສອງປະເທດ. ພາບ: ສຳນັກຂ່າວສານຫວຽດນາມ |
ທ່ານກໍ່ຢັ້ງຢືນວ່າ ສະຖານທູດຫວຽດນາມ ປະຈຳ ລາວ ຈະຮ່ວມເດີນທາງ, ໜູນຊ່ວຍປະຊາຄົມວິສາຫະກິດຂອງຊາວຫວຽດນາມ ທີ່ອາໄສຢູ່ລາວ ໃຫ້ມີການພັດທະນາແບບຍືນຍົງ, ລົງຕົວລະຫວ່າງເປົ້າໝາຍດຳເນີນທຸລະກິດ ແລະຄວາມຮັບຜິດຊອບທາງສັງຄົມ.
ປະຈຸບັນ, ວິສາຫະກິດທີ່ຊາວຫວຽດນາມ ກໍ່ຕັ້ງ ແລະບໍລິຫານຢູ່ລາວ ແມ່ນມີຫຼາຍໃນຂົງເຂດຜະລິດ, ການຄ້າ, ກໍ່ສ້າງ ແລະບໍລິການ, ສ້າງຫຼາຍພັນວຽກເຮັດງານທຳ ແລະປະກອບສ່ວນເຂົ້າງົບປະມານທ້ອງຖິ່ນຫຼາຍພໍສົມຄວນ. ເຂົາເຈົ້າ ຍັງຮັກສາບົດບາດເປັນຂົວຕໍ່ສຳຄັນໃນການຊຸກຍູ້ການຮ່ວມມືເສດຖະກິດ-ວັດທະນະທຳລະຫວ່າງສອງປະເທດ.
ນອກຈາກນັ້ນ, ນັກທຸລະກິດຫຼາຍຄົນຍັງໄດ້ເຂົ້າຮ່ວມວຽກງານຂອງສະມາຄົມ, ອົງການຈັດຕັ້ງຂອງຊາວຫວຽດນາມ ອາໄສຢູ່ລາວ ຢ່າງຕັ້ງໜ້າ, ຮັກສາສີສັນວັດທະນະທຳ ແລະພາສາຫວຽດ, ພ້ອມທັງມຸ່ງໜ້າໄປຫາບ້ານເກີດເມືອງນອນ.
ບັນດາການເຄື່ອນໄຫວຢ້ຽມຢາມຖາມຂ່າວ, ການພົບປະຂອງສະຖານທູດຫວຽດນາມ ປະຈຳ ລາວ ກັບວິສາຫະກິດຂອງຊາວຫວຽດນາມ ອາໄສຢູ່ລາວ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່, ການຮ່ວມເດີນທາງຂອງປະເທດຕໍ່ກັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະຢູ່ລາວ ເວົ້າສະເພາະ, ພ້ອມທັງຮັບຮູ້ການປະກອບສ່ວນຫຼາຍຢ່າງຂອງວິສາຫະກິດຊາວຫວຽດນາມ ອາໄສຢູ່ລາວ ຕໍ່ກັບການພັດທະນາແບບຍືນຍົງຂອງ ລາວ ແລະການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.
ໃນສະພາບການເຊື່ອມໂຍງ ແລະພັດທະນາໃໝ່, ວິສາຫະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ຮັກສາບົດບາດແມ່ນຂົວຕໍ່ເສດຖະກິດ-ວັດທະນະທຳສຳຄັນ, ປະກອບສ່ວນຮັດແໜ້ນນ້ຳໃຈບໍລິສຸດຜຸດຜ່ອງ, ຄວາມສະໜິດຕິດພັນລະຫວ່າງສອງຊາດຫວຽດນາມ-ລາວ, ຖືກຕາມເນື້ອໃນຈິດໃຈ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.
ໂດຍ: ແສງເດືອນ