ກໍາລັງຮັກສາສັນຕິພາບ ແລກປ່ຽນກ່ຽວກັບຄວາມຮຸນແຮງທາງເພດ
ກປ.ອອນໄລ - ແຕ່ວັນທີ 23 ມິຖຸນາ ຫາວັນທີ 3 ກໍລະກົດ, ກົມຮັກສາສັນຕິພາບຫວຽດນາມ ສົມທົບກັບສະຖານທູດອັງກິດ ແລະໄອແລນເໜືອ ປະຈຳ ຫວຽດນາມ ຈັດຕັ້ງການແລກປ່ຽນວິຊາສະເພາະກ່ຽວກັບຄວາມຮຸນແຮງທາງເພດທີ່ກ່ຽວຂ້ອງເຖິງການປະທະກັນ (CRSV) ແລະການສວຍໃຊ້, ຂູດຮີດທາງເພດ (SEA) ໃຫ້ແກ່ກໍາລັງຮັກສາສັນຕິພາບກ່ອນທີ່ຈະໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ (ສປຊ).
    |
 |
ເປີດພິທີແລກປ່ຽນວິຊາສະເພາະກ່ຽວກັບ CRSV ແລະ SEA ໃຫ້ແກ່ກໍາລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ. ພາບ: qdnd.vn |
    |
 |
ບັນຍາກາດທີ່ພິທີເປີດ. ພາບ: qdnd.vn |
ໃນຂອບເຂດການເຄື່ອນໄຫວ, ບັນດາຊ່ຽວຊານຈາກອັງກິດ ຈະແລກປ່ຽນ, ແບ່ງປັນຄວາມຮູ້ ແລະປະສົບການຕົວຈິງກ່ຽວກັບການປະທະກັນທີ່ກ່ຽວຂ້ອງເຖິງຄວາມຮຸນແຮງທາງເພດໃຫ້ແກ່ໂຮງໝໍສະໜາມຂັ້ນ 2 ເລກ 7 ແລະກອງຊ່າງແສງເລກ 4 ກ່ອນທີ່ຈະໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ.
    |
 |
ຊ່ຽວຊານອັງກິດ ແລກປ່ຽນວິຊາສະເພາະ, ບົດຮຽນກັບພະນັກງານ, ລັດຖະກອນໂຮງໝໍສະໜາມ ຂັ້ນ 2 ເລກ 7. ພາບ: qdnd.vn |
    |
 |
ນາຍທະຫານຍິງຂອງໂຮງໝໍສະໜາມຂັ້ນ 2 ເລກ 7 ແບ່ງປັນທີ່ການແລກປ່ຽນວິຊາສະເພາະ. ພາບ: qdnd.vn |
ຜ່ານນັ້ນ, ຊ່ວຍຍົກສູງຄວາມຮັບຮູ້ກ່ຽວກັບ CRSV ແລະ SEA ໃຫ້ແກ່ພະນັກງານ, ລັດຖະກອນ, ຮັບປະກັນວ່າ ໃນວິວັດການປະຕິບັດໜ້າທີ່ຢູ່ບໍລິເວນ, ບັນດາກົມກອງຈະປະຕິບັດຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະກົດໝາຍສາກົນວ່າດ້ວຍສິດທິມະນຸດ, ມະຕິຂອງສະພາຄວາມໝັ້ນຄົງ ສປຊ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ສປຊ ກ່ອນຈະປະຕິບັດໜ້າທີ່.
    |
 |
ບັນຍາກາດທີ່ການແລກປ່ຽນວິຊາສະເພາະ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີເປີດທີ່ຈັດຂຶ້ນຢູ່ໂຮງໝໍກອງທັບ 175 ໃນວັນທີ 25 ມິຖຸນາ, ທ່ານພັນເອກ, ປອ, ແພດໝໍ ດ່າວດຶກຕ໊ຽນ, ຮອງອຳນວຍການໂຮງໝໍກອງທັບ 175 ໃຫ້ຮູ້ວ່າ ຊຸດຝຶກອົບຮົມໄດ້ຜັນຂະຫຍາຍ ເພື່ອແນໃສ່ປະກອບຄວາມຮູ້ ແລະຄວາມສາມາດປະຕິບັດຕົວຈິງໃຫ້ແກ່ພະນັກງານ, ລັດຖະກອນໂຮງໝໍສະໜາມຂັ້ນ 2 ເລກ 7 ເພື່ອກະກຽມຜັນຂະຫຍາຍປະຕິບັດໜ້າທີ່ຢູ່ຊູດັງໃຕ້.
CRSV ແລະ SEA ແມ່ນສອງໃນບັນດາສິ່ງທ້າທາຍທີ່ຮ້າຍແຮງທີ່ສຸດ ແລະສະດຸ້ງໄວທີ່ສຸດທີ່ບັນດາຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຕ້ອງປະເຊີນໜ້າໃນປັດຈຸບັນ. ບັນດາການກະທຳລະເມີດເຫຼົ່ານີ້ບໍ່ພຽງແຕ່ສ້າງຄວາມເສຍຫາຍທາງດ້ານຮ່າງກາຍ, ຈິດໃຈ ແລະສັງຄົມຢ່າງເລິກເຊິ່ງໃຫ້ແກ່ຜູ້ປະສົບເຄາະຮ້າຍເທົ່ານັ້ນ, ຫາກຍັງເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມຕໍ່ກຳລັງຮັກສາສັນຕິພາບຫຼຸດລົງ.
    |
 |
ພະນັກງານ, ການນໍາໂຮງໝໍກອງທັບ 175 ແລະຊ່ຽວຊານອັງກິດ ຖ່າຍຮູບລວມກັບພະນັກງານ, ລັດຖະກອນໂຮງໝໍສະໜາມຂັ້ນ 2 ເລກ 7. ພາບ: qdnd.vn |
ສະນັ້ນ, ການຝຶກອົບຮົມລົງເລິກ ແລະຈັດຕັ້ງລາຍການແລກປ່ຽນວິຊາສະເພາະກ່ຽວກັບ CRSV ແລະ SEA ໃຫ້ແກ່ກຳລັງຮັກສາສັນຕິພາບແມ່ນຄວາມຮຽກຮ້ອງຕ້ອງການແບບບັງຄັບ, ມີລັກສະນະຍຸດທະສາດ. ຜ່ານບັນດາຊຸດຝຶກອົບຮົມນີ້, ນາຍທະຫານຈະຮັບຮູ້ຖືກຕ້ອງທາດແທ້, ຮູບແບບ ແລະລະດັບອັນຕະລາຍຂອງ CRSV ແລະ SEA, ກໍາແໜ້ນຂັ້ນຕອນລາຍງານ, ປົກປ້ອງຜູ້ຖືກເຄາະຮ້າຍ ແລະປະສານສົມທົບລະຫວ່າງຂະແໜງ (ພົນລະເຮືອນ-ທະຫານ-ການແພດ-ນິຕິກໍາ). ນອກຈາກນັ້ນ, ນາຍທະຫານຍັງຈະໄດ້ຮັບການຍົກສູງຄວາມຮັບຮູ້ດ້ານຈັນຍາບັນ ແລະທັກສະໃນການຮັບມືກັບສະພາບການ, ປະກອບສ່ວນປົກປັກຮັກສາກຽດສັກສີຂອງຕົນເອງ ແລະຊື່ສຽງຂອງຊາດ.
ໂດຍ: ໄຊຊະນະ