ສະເຫຼີມສະຫຼອງວັນຊາດ ແຫ່ງ ສ. ເບລາຣຸດ ຄົບຮອບ 34 ປີ
ກປ.ອອນໄລ - ຕອນຄໍ່າວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ແລະທີ່ປຶກສາທູດປ້ອງກັນຊາດ ແຫ່ງ ສ. ເບລາຣຸດ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງງານລ້ຽງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສ. ເບລາຣຸດ ຄົບຮອບ 34 ປີ (3-7-1991 / 3-7-2025). ທ່ານພົນໂທ ຟຸ່ງສີເຕິ໊ນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ຕາງໜ້າການນໍາກະຊວງປ້ອງກັນປະເທດ ເຂົ້າຮ່ວມ.