ຊຸກຍູ້ການຮ່ວມມືສາກົນ, ຍົກສູງກໍາລັງຄວາມສາມາດໃຫ້ແກ່ກຳລັງ ຫວຽດນາມ

ໃນສະພາບການທີ່ຫວຽດນາມ ພວມຍູ້ແຮງການເຊື່ອມໂຍງ ແລະການຮ່ວມມືສາກົນທັງສອງຝ່າຍ ແລະຫຼາຍຝ່າຍ, ເປັນຕົ້ນແມ່ນກັບ ສປຊ, ມະຕິເລກທີ 130/2020/QH14 ຂອງສະພາແຫ່ງຊາດຫວຽດນາມ ກໍ່ຍັງບໍ່ທັນມີຂໍ້ກຳນົດກ່ຽວກັບການຮ່ວມມືສາກົນໃນຂົງເຂດນີ້. ສະພາບການຕົວຈິງໃນໄລຍະຜ່ານມາ, ໃນເມື່ອຍັງບໍ່ທັນໄດ້ກຳນົດຢູ່ໃນກົດໝາຍ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ກໍ່ໄດ້ປະຕິບັດບາງການເຄື່ອນໄຫວຮ່ວມມືສາກົນໃນຂົງເຂດຮັກສາສັນຕິພາບ ສປຊ ບົນພື້ນຖານຂໍ້ກຳນົດຂອງກົດໝາຍທີ່ກ່ຽວຂ້ອງ. ລະອຽດແມ່ນການລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືກ່ຽວກັບການຮັກສາສັນຕິພາບຂອງ ສປຊ; ການໜູນຊ່ວຍຈາກບັນດາຄູ່ຮ່ວມມືສາກົນໃນຂົງເຂດພື້ນຖານໂຄງລ່າງ, ວັດຖຸອຸປະກອນ ແລະ ພາຫະນະການຝຶກແອບ, ບຳລຸງສ້າງພາສາຕ່າງປະເທດ, ອຸປະຖຳຊຸດຝຶກອົບຮົມວິຊາສະເພາະກ່ຽວກັບການຮັກສາສັນຕິພາບ... ປະກອບສ່ວນຍົກສູງກຳລັງຄວາມສາມາດຂອງກຳລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ນາຍທະຫານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ (ວັນທີ 2 ມັງກອນ 2025). ພາບ: ມາຍຫງວຽນ

ການເພີ່ມຕື່ມເນື້ອໃນການຮ່ວມມືສາກົນເຂົ້າໃນຮ່າງກົດໝາຍ ຈະປະກອບສ່ວນເພີ່ມທະວີຄວາມຮັບຜິດຊອບຄຸ້ມຄອງລັດ, ພ້ອມທັງກໍ່ສ້າງກົນໄກ, ນະໂຍບາຍທີ່ລະອຽດໃນຂະບວນການຈັດຕັ້ງປະຕິບັດ; ຍົກສູງປະສິດທິຜົນຂອງວຽກງານລົງນາມ ແລະປະຕິບັດບັນດາຂໍ້ຕົກລົງສາກົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຜັນຂະຫຍາຍການເຊື່ອມໂຍງເຂົ້າກັບສາກົນ, ການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສ້າງພື້ນຖານນິຕິກຳຢ່າງຈະແຈ້ງກວ່າ, ກຳນົດຄວາມສຳຄັນຂອງການຮ່ວມມືສາກົນໃນຂົງເຂດຮັກສາສັນຕິພາບ ສປຊ ໃຫ້ຈະແຈ້ງ, ຜ່ານນັ້ນເປີດຊ່ອງທາງໃຫ້ແກ່ການຮ່ວມມືກັບຕ່າງປະເທດຫຼາຍຝ່າຍ, ສອງຝ່າຍ; ຍາດແຍ່ງເອົາແຫຼ່ງອຸປະຖຳ, ການໜູນຊ່ວຍຈາກບັນດາປະເທດຄູ່ຮ່ວມມື, ອົງການຈັດຕັ້ງສາກົນ, ສປຊ, ຊ່ວຍປະຢັດແຫຼ່ງງົບປະມານເພື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ; ສ້າງຄວາມໄວ້ເນື້ອເຊື່ອໃຈໃນການຮ່ວມມືໃນໄລຍະຍາວ ແລະຍືນຍົງຂອງບັນດາຄູ່ຮ່ວມມືສາກົນ ກໍ່ຄືເງື່ອນໄຂສະດວກໃນການຮັບເອົາການຊ່ວຍເຫຼືອ, ການໜູນຊ່ວຍດ້ານເຕັກນິກ...

ຮ່າງກົດໝາຍສ້າງກອບນິຕິກໍາໃຫ້ແກ່ການເປີດກວ້າງການຮ່ວມມືການຝຶກອົບຮົມກ່ຽວກັບການຮັກສາສັນຕິພາບຂອງ ສປຊ ກັບບັນດາປະເທດທີ່ມີກຳລັງຮັກສາສັນຕິພາບຂອງ ສປຊ ທີ່ເຂັ້ມແຂງ ແລະມີຫຼາຍບົດຮຽນ, ປະສົບການຫຼາຍຢ່າງ, ຄື: ອາເມລິກາ, ອົດສະຕາລີ, ຈີນ, ອິນເດຍ... ພ້ອມດຽວກັນນັ້ນ ຫວຽດນາມ ກໍ່ໄດ້ສົ່ງພະນັກງານໄປຝຶກອົບຮົມ, ບຳລຸງສ້າງຢູ່ຕ່າງປະເທດ ຫຼື ເຊີນບັນດານັກຊ່ຽວຊານຂອງ ສປຊ ມາຝຶກອົບຮົມໃຫ້ຢູ່ພາຍໃນປະເທດ, ປະກອບສ່ວນຍົກສູງຄຸນນະພາບມາດຕະຖານຂອງກຳລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ.

ເພີ່ມເຕີມກຳລັງພົນລະເຮືອນ, ຍົກສູງຄຸນນະພາບ, ປະສິດທິຜົນຂອງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ

ກ່ຽວກັບຂອບເຂດ, ເປົ້າໝາຍເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ກໍ່ຄວນມີຂໍ້ກຳນົດກ່ຽວກັບການເພີ່ມເຕີມເປົ້າໝາຍພົນລະເຮືອນເຂົ້າຮ່ວມເພື່ອຮັບປະກັນລັກສະນະຮອບດ້ານ ແລະຢືນຢັນທີ່ຕັ້ງ, ບົດບາດຂອງຫວຽດນາມ ໃນເວທີສາກົນຫຼາຍກວ່າອີກ. ການເພີ່ມເຕີມເປົ້າໝາຍພົນລະເຮືອນເຂົ້າຮ່ວມໃນກຳລັງຮັກສາສັນຕິພາບຂອງ ສປຊ ເຂົ້າໃນກົດໝາຍແມ່ນມີພື້ນຖານພຶດຕິກໍາຕົວຈິງ, ມີບ່ອນອີງດ້ານການເມືອງ, ມີນິຕິກໍາຢ່າງຈະແຈ້ງ ແລະພິເສດແມ່ນສອດຄ່ອງກັບທ່າອ່ຽງລວມຂອງ ສປຊ.

ໃນສະພາບຕົວຈິງ, ບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດບໍ່ພຽງແຕ່ຕ້ອງການກຳລັງທາງການທະຫານເທົ່ານັ້ນ, ຫາກຍັງຕ້ອງມີນັກຊ່ຽວຊານພົນລະເຮືອນໃນຂົງເຂດສາທາລະນະສຸກ, ກົດໝາຍ, ການສຶກສາ, ພະລາທິການ ແລະອື່ນໆອີກດ້ວຍ, ການລະດົມກຳລັງພົນລະເຮືອນທີ່ມີວິຊາສະເພາະຈະຊ່ວຍຍົກສູງປະສິດທິຜົນຂອງພາລະກິດ ແລະເປີດກວ້າງຂອບເຂດການປະກອບສ່ວນຂອງຫວຽດນາມ.

leftcenterrightdel
ພົນທະຫານຍິງໂຮງໝໍສະໜາມຂັ້ນ 2 ເລກ 6 ຖ່າຍຮູບຮ່ວມກັບ ທ່ານນາງ Sireh Jabang, ຮັກສາການຜູ້ບັນຊາການເຂດ Unity, ຄະນະປະຕິບັດງານຊູດັງໃຕ້. ພາບ: ສີກົງ

ປະຈຸບັນ, ຫຼາຍປະເທດໄດ້ສົ່ງເຈົ້າໜ້າທີ່ລັດຖະບານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງອົງການສະຫະປະຊາຊາດຢູ່ຄະນະປະຕິບັດງານພື້ນທີ່ຕົວຈິງ ແລະ ຢູ່ບັນດາອົງການວາງແຜນນະໂຍບາຍ,   ສຳນັກງານໃຫຍ່ ສປຊ. ຈີນ, ອາເມລິກາ, ການາດາ, ຍີ່ປຸ່ນ, ອັງກິດ, ເຢຍລະມັນ, ບັງກະລາເທດ, ຟີລິບປິນ ... ໄດ້ສົ່ງເຈົ້າໜ້າທີ່ຂອງລັດຖະບານເຂົ້າຮ່ວມໃນຕໍາແຫນ່ງຜູ້ຊ່ຽວຊານດ້ານສາທາລະນະສຸກ, ກົດຫມາຍ, ການເງິນ, ຫ້ອງການ ...

ການນຳ ສປຊ ກໍ່ໄດ້ສະເໜີໃຫ້ ຫວຽດນາມ ຫຼາຍຄັ້ງແລ້ວເພື່ອຊັ່ງຊາການຂະຫຍາຍກຳລັງ, ຂອບເຂດ, ບໍລິເວນ, ເປົ້າໝາຍເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ລວມມີບັນດາຕຳແໜ່ງການນຳພົນລະເຮືອນ, ນັກຊ່ຽວຊານພົນລະເຮືອນຢູ່ຄະນະປະຕິບັດງານພື້ນທີ່ຕົວຈິງ ແລະບັນດາຕຳແໜ່ງພົນລະເຮືອນຢູ່ຄະນະເລຂາທິການ ສປຊ.

ເລື່ອງຫວຽດນາມ ສົ່ງພະນັກງານ, ລັດຖະກອນ, ພາລະກອນຂອງລັດເຂົ້າຮ່ວມໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງຢ່າງແຂງແຮງໃນການປະກອບສ່ວນເຂົ້າໃນຫຼາຍຂົງເຂດຂອງການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ບໍ່ຈຳກັດຢູ່ດ້ານການທະຫານ ຫຼື ການປ້ອງກັນຄວາມໝັ້ນຄົງ. ສິ່ງດັ່ງກ່າວແມ່ນສອດຄ່ອງກັບທ່າອ່ຽງການພັດທະນາຂອງການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໃນປະຈຸບັນ, ໃນນັ້ນກຳລັງພົນລະເຮືອນໄດ້ສວມບົດບາດນັບມື້ນັບໃຫຍ່ຫຼວງໃນຂົງເຂດການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ເຊັ່ນ: ສາທາລະນະສຸກ, ການສຶກສາ ແລະການພັດທະນາຊຸມຊົນ.

ພ້ອມກັບກຳລັງປະກອບອາວຸດ, ການປະກົດຕົວຂອງກຳລັງພົນລະເຮືອນຢູ່ຄະນະປະຕິບັດງານ ຈະຍົກສູງທີ່ຕັ້ງຂອງຫວຽດນາມກວ່າອີກ, ສະແດງໃຫ້ເຫັນປະເທດທີ່ມີຄວາມຮັບຜິດຊອບ, ມີກໍາລັງຄວາມສາມາດ ແລະພ້ອມແລ້ວທີ່ຈະແບ່ງປັນກັບປະຊາຄົມສາກົນ. ພ້ອມດຽວກັນນັ້ນນີ້ກໍ່ແມ່ນກາລະໂອກາດເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳ, ຈິດໃຈຮ່ວມມື ກໍ່ຄືຍົກສູງທັກສະການທູດ ແລະການເຂົ້າເຖິງທົ່ວໂລກຂອງຖັນແຖວລັດຖະກອນຫວຽດນາມ. ດ້ວຍການຫັນເນື້ອໃນນີ້ໃຫ້ເປັນກົດໝາຍ, ລັດຈະປັບປຸງກົນໄກການຄັດເລືອກ, ບຳລຸງສ້າງ, ຕີລາຄາ ແລະເກື້ອກູນຊັບພະຍາກອນມະນຸດຕາມມາດຕະຖານສາກົນ.

ເກື້ອກູນ, ຍ້ອງຍໍໃຫ້ເໝາະສົມ ແລະດຶງດູດຜູ້ມີຄວາມຮູ້ຄວາມສາມາດເຂົ້າຮ່ວມ

ເປັນໜ້າໃສ່ໃຈ, ຮ່າງກົດໝາຍ, ດ້ວຍຂໍ້ກຳນົດເພີ່ມເຕີມໃຫ້ເໝາະສົມກັບພຶດຕິກໍາຕົວຈິງໃນການເຂົ້າຮ່ວມການເຄື່ອນໄຫວ ແລະຄວາມຮຽກຮ້ອງຕ້ອງການໜ້າທີ່ຂອງການຮັກສາສັນຕິພາບຂອງ ສປຊ, ຄາດວ່າຈະປະກອບສ່ວນຊຸກຍູ້ເປົ້າໝາຍສ້າງຖັນແຖວພະນັກງານ, ພາລະກອນທີ່ມີຄຸນນະພາບ, ກໍາລັງຄວາມສາມາດ, ລະດັບຄວາມຮູ້ຢ່າງພຽງພໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໃນສະພາບແວດລ້ອມສາກົນ.

ໄປຄຽງຄູ່ກັບການບຳລຸງສ້າງ ແລະການຄັດເລືອກ ແມ່ນການດຶງດູດ, ການເກື້ອກູນ, ການຍ້ອງຍໍໃຫ້ເໝາະສົມ. ອົງການສ້າງຮ່າງກົດໝາຍໄດ້ສະເໜີນະໂຍບາຍເກື້ອກູນດີເດັ່ນຈຳນວນໜຶ່ງ, ໃນນັ້ນມີທັງເງິນເດືອນ, ເງິນອຸດໜູນ, ເງິນຍ້ອງຍໍ, ຄ່າປະກັນໄພ ແລະລະບອບແນວຫຼັງອື່ນໆໃຫ້ແກ່ຜູ້ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ເພື່ອດຶງດູດຜູ້ມີຄວາມຮູ້ຄວາມສາມາດ ແລະຮັກສາພະນັກງານທີ່ເກັ່ງໄວ້, ພ້ອມທັງສ້າງກຳລັງໜູນຮັບໃຊ້ໃນກອງທັບ ແລະໃນຂົງເຂດຮັກສາສັນຕິພາບຂອງ ສປຊ ໃນໄລຍະຍາວ.

ປະຈຸບັນ, ຫຼາຍປະເທດມີກົດໝາຍລົງເລິກຂະແໜງການກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ. ເລື່ອງ ຫວຽດນາມ ປະກາດໃຊ້ກົດໝາຍສະເພາະວ່າດ້ວຍການຮັກສາສັນຕິພາບຂອງ ສປຊ ຈະເປັນການຢືນຢັນຕໍ່ໂລກກ່ຽວກັບຄຳໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມ ໃນການປະກອບສ່ວນເຂົ້າໃນພາລະກິດລວມ, ຜ່ານນັ້ນປະກອບສ່ວນສ້າງອິດທິພົນຊື່ສຽງ ແລະຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນໃຫ້ແກ່ຫວຽດນາມ.

ໂດຍ: ຈາງຫງວຽນ