ທ່ານພົນໂທ Roberto Legra Sotolongo, ກໍາມະການສູນກາງພັກກອມມູນິດກູບາ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງບັນດາກໍາລັງປະກອບອາວຸດປະຕິວັດ ກູບາ ພ້ອມກັນເຂົ້າຮ່ວມ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ແລະຄະນະຜູ້ແທນຢູ່ສວນສາທາລະນະ ໂຮ່ຈີມິນ, ນະຄອນຫຼວງ La Habana. ພາບ: qdnd.vn

ທ່ານພົນເອກ ຫງວຽນເຕິນເກືອງ ເຊື່ອໝັ້ນວ່າ ສາຍພົວພັນແບບພິເສດຫວຽດນາມ - ກູບາ ໄດ້ປະທານ ໂຮ່ຈີມິນ ແລະປະທານ Fidel Castro ສ້າງພື້ນຖານ ແລະທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງຍາມໃດກໍ່ໄດ້ຮັບການເຄົາລົບ, ສືບທອດ, ເພີ່ມພູນຄູນສ້າງໃຫ້ນັບມື້ນັບພັດທະນາຈາກການນຳລຸ້ນຕ່າງໆຂອງພັກ, ລັດ, ກອງທັບ, ປະຊາຊົນສອງປະເທດ.

* ຕໍ່ຈາກນັ້ນ, ທ່ານພົນເອກ ຫງວຽນເຕິນເກືອງ ແລະຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມວິທະຍາຄານການທະຫານຂັ້ນສູງ “ນາຍພົນ Maximo Gomez” ແລະເຂົ້າຮ່ວມພິທີສາຍ ແລະມອບຮູບເງົາເອກະສານຕອນທີ 4 ແລະ 5 ຂອງຮູບເງົາເອກະສານ “ສອງຫົວໃຈຮ່ວມຈັງຫວະເຕັ້ນ” ສ້າງໂດຍກະຊວງປ້ອງກັນປະເທດຫວຽດນາມ ສົມທົບກັບກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ. ທ່ານພົນໂທ Roberto Legra Sotolongo ພ້ອມກັນເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ໂອ້ລົມກັບຊາວ ກູບາ ຢູ່ສວນສາທາລະນະໂຮ່ຈີມິນ, ນະຄອນຫຼວງ La Habana. ພາບ: qdnd.vn

ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນເອກ ຫງວຽນເຕິນເກືອງ ຢືນຢັນວ່າ ກອງທັບປະຊາຊົນຫວຽດນາມ ຊົມເຊີຍການຊຸກຍູ້ການຮ່ວມມືລະຫວ່າງວິທະຍາຄານກັບບັນດາອົງການ, ກົມກອງຂອງກອງທັບປະຊາຊົນຫວຽດນາມ; ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ສອງຝ່າຍຮ່ວມມື, ແບ່ງປັນບົດຮຽນປະສົບການ ເພື່ອຍົກສູງຄຸນນະພາບການບໍາລຸງສ້າງ, ຄົ້ນຄວ້າວິທະຍາສາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ຂອງກອງທັບແຕ່ລະປະເທດໃນສະພາບການໃໝ່.

ທີ່ສະໂມສອນວິທະຍາຄານການທະຫານຂັ້ນສູງ “ນາຍພົນ Maximo Gomez”, ບັນດາຜູ້ແທນໄດ້ເບິ່ງຕອນທີ 4 ແລະ 5 ຂອງຮູບເງົາເອກະສານ “ສອງຫົວໃຈຮ່ວມຈັງຫວະເຕັ້ນ”.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ມອບຮູບ​ເງົາ 2 ຕອນ​ໃຫ້​ກະຊວງບັນດາກໍາລັງປະກອບອາວຸດປະຕິວັດ ກູບາ. ພາບ: qdnd.vn

ທ່ານພົນເອກ ຫງວຽນເຕິນເກືອງ ເນັ້ນໜັກວ່າ: ຮູບເງົາບໍ່ພຽງແຕ່ແມ່ນຜົນງານສິລະປະເທົ່ານັ້ນ, ຫາກຍັງແມ່ນພະຍານຫຼັກຖານ ໃຫ້ຄວາມສະໜິດຕິດພັນ ແລະນໍ້າໃຈສາມັກຄີ, ມິດຕະພາບທີ່ຫາຍາກລະຫວ່າງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ແລະກູບາ.

ທ່ານພົນເອກ ຫງວຽນເຕິນເກືອງ ຫວັງວ່າ ຮູບເງົາຈະໄດ້ສາຍ ແລະໂຄສະນາຢ່າງກວ້າງຂວາງ ເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມເຂົ້າໃຈກ່ຽວກັບການພົວພັນແບບພິເສດລະຫວ່າງສອງປະເທດ ແລະກອງທັບຢ່າງຈະແຈ້ງກວ່າອີກ.

ຄາດວ່າ ໃນປີ 2026, ຄະນະສ້າງຮູບເງົາຂອງກະຊວງປ້ອງກັນປະເທດຫວຽດນາມ ຈະສົມທົບກັບບັນດາອົງການເຈົ້າໜ້າທີ່ຂອງກະຊວງບັນດາກໍາລັງປະກອບອາວຸດປະຕິວັດ ກູບາ ກັນຢ່າງແໜ້ນແຟ້ນ ເພື່ອສືບຕໍ່ສ້າງຕອນທີ 6 ຂອງຮູບເງົາ, ສູ້ຊົນສ້າງສຳເລັດກົງກັບໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນເກີດຂອງການນໍາ Fidel Castro.

ໂດຍ: ທະນາພອນ