ພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບຮອງເລຂາທິການໃຫຍ່ ສປຊ
ກປ.ອອນໄລ - ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ສະຫະປະຊາຊາດ (ສປຊ).
ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງການປະກອບສ່ວນສຳຄັນຂອງທ່ານ Jean-Pierre Lacroix ໃນບົດບາດຮັບຜິດຊອບການເຄື່ອນໄຫວຮັກສາສັນຕິພາບ, ພິເສດແມ່ນຄວາມມານະພະຍາຍາມຂອງສ່ວນຕົວຮອງເລຂາທິການໃຫຍ່ ແລະຄະນະເລຂາທິການ ໃນການຊຸກຍູ້ຂໍ້ລິເລີ່ມການກະທໍາ ເພື່ອຮັກສາສັນຕິພາບ (A4P) ແລະຂໍ້ລິເລີ່ມບຸລິມະສິດໃນການກະທໍາເພື່ອຮັກສາສັນຕິພາບ ໄລຍະ 2021-2023 (A4P+).
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ ສະຫະປະຊາຊາດ. ພາບ: ຫງອັກທື |
ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ຮັກສາ, ເພີ່ມທະວີອັດຕາສ່ວນແມ່ຍິງ, ມຸ່ງໄປເຖິງມາດຕະຖານແມ່ນກວ່າ 20% ສຳລັບຮູບການບຸກຄົນ ແລະກວ່າ 15% ສຳລັບຮູບການກົມກອງໃນໄລຍະ 2025-2030.
ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ໃຫ້ຄຳໝັ້ນສັນຍາເປີດກວ້າງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ດ້ວຍການຜັນຂະຫຍາຍບັນດາປະເພດກົມກອງ, ຄື: ກົມກອງທະຫານບົກປະກອບຍານຍົນ, ສື່ສານ, ໜູນຊ່ວຍສະໜາມບິນກັບບາງກົມກອງອື່ນ ແລະຈະຂຶ້ນທະບຽນໃນລະບົບຄວາມພ້ອມຄວາມສາມາດຮັກສາສັນຕິພາບຂອງ ສປຊ (PCRS) ຕາມຂັ້ນຕອນເພື່ອກຽມພ້ອມຜັນຂະຫຍາຍມາຄະນະປະຕິບັດງານ.
    |
 |
ຜູ້ແທນຖ່າຍຮູບລວມ. ພາບ: ຫງອັກທື |
ສ່ວນທ່ານ Jean-Pierre Lacroix ຢືນຢັນວ່າ ການຮັກສາສັນຕິພາບແມ່ນເສົາຄໍ້າສຳຄັນໃນການພົວພັນຄູ່ຮ່ວມມືລະຫວ່າງ ສປຊ ແລະຫວຽດນາມ. ທ່ານ Jean-Pierre Lacroix ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າ ແລະມີປະສິດທິຜົນຂອງຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ຢືນຢັນວ່າ ຍາມໃດກໍ່ສະໜັບສະໜູນຫວຽດນາມ ແລະມານະພະຍາຍາມເພີ່ມທະວີ, ເປີດກວ້າງການຮ່ວມມືລະຫວ່າງຫວຽດນາມ ແລະ ສປຊ ໃນຂົງເຂດນີ້.
ໂດຍ: ເຈິ່ນຮວ່ຽນ