ທ່ານພົນໂທ Roberto Legrá Sotolongo, ກໍາມະການສູນກາງພັກ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ໄດ້ເປັນປະທານພິທີຕ້ອນຮັບ. ພິທີໄດ້ດຳເນີນໄປຢ່າງສະຫງ່າຜ່າເຜີຍ, ເຕັມໄປດ້ວຍນໍ້າໃຈສາມັກຄີ ແລະມິດຕະພາບ.
    |
 |
ພິທີຕ້ອນຮັບທ່ານພົນເອກ ຫງວຽນເຕິນເກືອງ ແລະຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ຢ້ຽມຢາມກູບາ ຢ່າງເປັນທາງການ. ພາບ: ຫງອັກເຮິນ |
ທ່ານພົນເອກ ຫງວຽນເຕິນເກືອງ ຂອບໃຈກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ທີ່ໄດ້ສະຫງວນໃຫ້ຄະນະອາລົມຈິດມິດຕະພາບອັນເລິກເຊິ່ງ ແລະໃຫ້ການຕ້ອນຮັບຢ່າງສົມກຽດ; ຮອບຄອບຖີ່ຖ້ວນ; ສະແດງຄວາມປິຕິຊົມຊື່ນທີ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ຫວຽດນາມ-ກູບາ ໄດ້ທ່ານປະທານໂຮ່ຈີມິນ, ປະທານ Fidel Castro ພ້ອມດ້ວຍການນຳພັກ, ລັດ ແລະປະຊາຊົນສອງປະເທດລຸ້ນຕ່າງໆໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງໃນຕະຫຼອດ 65 ປີຜ່ານມາ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.
ທ່ານພົນໂທ Roberto Legrá Sotolongo ສະແດງຄວາມເຊື່ອໝັ້ນວ່າ ຜ່ານການເຄື່ອນໄຫວຂອງຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ຢູ່ກູບາ ຈະສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບປະເທດຊາດ, ຊາວກູບາ, ປະກອບສ່ວນປັບປຸງສາຍພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະສອງກອງທັບ.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ແລະຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ວາງພວງມາລາ, ອາໄລຫານາຍພົນ Antonio Maceo. ພາບ: ຫງອັກເຮິນ |
ທີ່ສຸສານ El Cacahual, ທ່ານພົນເອກ ຫງວຽນເຕິນເກືອງ ແລະຄະນະຜູ້ແທນໄດ້ວາງພວງມາລາ, ອາໄລຫານາຍພົນ Antonio Maceo, ນັກວິລະຊົນໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ຍາດເອົາເອກະລາດຂອງກູບາ ແລະມີອິດທິພົນອັນໃຫຍ່ຫຼວງສໍາລັບຂະບວນການປົດປ່ອຍຊາດຂອງບັນດາປະເທດອາເມລິກາລາຕິນ.
* ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານພົນເອກ ຫງວຽນເຕິນເກືອງ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມກອງພົນລົດຕັງ 1011, ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ກ່າວຄຳເຫັນທີ່ກອງພົນລົດຕັງ 1011. ພາບ: ຫງອັກເຮິນ |
ກ່າວຄຳເຫັນຕໍ່ພະນັກງານ, ນັກຮົບຂອງກົມກອງ, ທ່ານພົນເອກ ຫງວຽນເຕິນເກືອງ ຖືວ່າ ກວ່າເວລາໃດໝົດ, ສອງລັດ, ສອງກອງທັບຄວນສືບຕໍ່ເພີ່ມທະວີການພົວພັນ ແລະສົມທົບກັນຢ່າງແໜ້ນແຟ້ນກວ່າອີກເພື່ອປົກປັກຮັກສາຜົນງານການປະຕິວັດ, ກ້າວເດີນຢ່າງໝັ້ນຄົງບົນເສັ້ນທາງ ເຊິ່ງສອງປະເທດໄດ້ເລືອກເຟັ້ນ. ໃນນັ້ນ, ກອງພົນລົດຕັງ 1011 ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມືກັບບັນດາກົມກອງຂອງກອງທັບປະຊາຊົນຫວຽດນາມ.
* ກ່ອນໜ້ານັ້ນ, ຕອນບ່າຍວັນທີ 15 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານພົນເອກ ຫງວຽນເຕິນເກືອງ ແລະຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈໍາ ກູບາ ແລະຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາ ກູບາ.
ໂດຍ: ເຈິ່ນຮວ່ຽນ