ຫວຽດນາມ ເຂົ້າຮ່ວມການຊ້ອມຮົບສັນຕິພາບນາໆຊາດ Khaan Quest 2025 ຢູ່ມົງໂກນ
ກປ.ອອນໄລ - ແຕ່ວັນທີ 14 ຫາວັນທີ 28 ມິຖຸນາ, ຢູ່ສູນຝຶກແອບຮັກສາສັນຕິພາບທີ່ນະຄອນຫຼວງ Ulaanbaatar (ມົງໂກນ) ດໍາເນີນການຊ້ອມຮົບສັນຕິພາບນາໆຊາດ Khaan Quest 2025, ດ້ວຍການເຂົ້າຮ່ວມຂອງ 24 ປະເທດ ແລະທະຫານກວ່າ 1.000 ຄົນ, ໃນນັ້ນມີຫວຽດນາມ.
ພິທີເປີດການຊ້ອມຮົບດັ່ງກ່າວໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 14 ມິຖຸນາ ໂດຍການເປັນປະທານຂອງທ່ານ Purevdori B, ຮອງປະທານສະພາແຫ່ງຊາດມົງໂກນ. ການນຳກະຊວງປ້ອງກັນປະເທດ ແລະຫົວໜ້າກົມໃຫຍ່ເສນາທິການກອງທັບມົງໂກນ ພ້ອມກັບບັນດາຜູ້ແທນເປັນຜູ້ຕາງໜ້າໃຫ້ 24 ປະເທດຈັດສົ່ງທະຫານເຂົ້າຮ່ວມການຊ້ອມຮົບ.
    |
 |
ບັນຍາກາດທີ່ພິທີເປີດການຊ້ອມຮົບ. ພາບ: qdnd.vn |
ທ່ານ ຫງວຽນຕ໊ວນແທງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ມົງໂກນ; ທ່ານພັນເອກພິເສດ ຫງວຽນຍືແກ໊ງ, ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ເຂົ້າຮ່ວມ.
ກ່າວຄຳເຫັນທີ່ພິທີເປີດ, ທ່ານ Purevdori B ເນັ້ນໜັກວ່າ ເຖິງວ່າບັນດາປະເທດໃນໂລກພວມມານະພະຍາຍາມແກ້ໄຂການປະທະກັນ ແລະຮັກສາສັນຕິພາບຜ່ານບັນດາມາດຕະການທາງດ້ານການເມືອງ ແລະການທູດກໍ່ຕາມ, ແຕ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງທົ່ວໂລກໃນປະຈຸບັນນັບມື້ນັບສັບສົນ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຍິ່ງກວ່າເວລາໃດໝົດ. ໃນສະພາບການນັ້ນ, ຈິດໃຈສາມັກຄີ, ແບ່ງປັນຄວາມຮັບຜິດຊອບຮ່ວມ ແລະຄໍາໝັ້ນສັນຍາ ເພື່ອສັນຕິພາບລະຫວ່າງບັນດາປະເທດກາຍເປັນສຳຄັນທີ່ສຸດ.
    |
 |
ຜູ້ແທນຂອງບັນດາປະເທດທີ່ຈັດສົ່ງກຳລັງເຂົ້າຮ່ວມການຊ້ອມຮົບເຂົ້າຮ່ວມພິທີເປີດ. ພາບ: qdnd.vn |
ການຊ້ອມຮົບ “Khaan Quest” ໄດ້ຮັບການຕີລາຄາວ່າ ເປັນຂົວຕໍ່ຢ່າງແທດຈິງເພື່ອຊ່ວຍເພີ່ມທະວີການຮ່ວມມືສາກົນໃນການເຄື່ອນໄຫວໜູນຊ່ວຍສັນຕິພາບ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງບັນດາປະເທດ. ດ້ວຍຂອບຂະໜາດ, ເນື້ອໃນ ແລະຈຳນວນປະເທດເຂົ້າຮ່ວມນັບມື້ນັບຂະຫຍາຍຕົວຜ່ານແຕ່ລະປີ, ການຊ້ອມຮົບໄດ້ກາຍເປັນການປະກອບສ່ວນຢ່າງລະອຽດໃຫ້ແກ່ບັນດາຄວາມມານະພະຍາຍາມ ເພື່ອສັນຕິພາບທົ່ວໂລກ.
ເນື່ອງໃນໂອກາດນີ້, ທ່ານພັນເອກພິເສດ ຫງວຽນຍືແກ໊ງ ພ້ອມກັບຄະນະພະນັກງານກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຮັດວຽກກັບບັນດາອົງການເຈົ້າໜ້າທີ່ຂອງມົງໂກນ, ຄື: ຫົວໜ້າກົມຮ່ວມມືສາກົນ; ຫົວໜ້າກົມໜູນຊ່ວຍການເຄື່ອນໄຫວຮັກສາສັນຕິພາບ ແລະການຮ່ວມມືດ້ານການທະຫານສາກົນ; ...
ພະນັກງານ, ນາຍທະຫານຫວຽດນາມ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດການຊ້ອມຮົບຢ່າງຕັ້ງໜ້າ. ທ່ານພັນເອກ ເຈີ່ນວັນຢາງ, ຮອງຜູ້ບັນຊາການສູນຝຶກແອບ ເຂົ້າຮ່ວມການຊ້ອມຮົບບັນຊາເສນາ ແລະທ່ານຮ້ອຍເອກພິເສດ ຊາມິງຫງອກ, ຜູ້ຊ່ວຍວຽກຫ້ອງວຽກງານຖິ່ນຖານ ໄດ້ເຂົ້າຮ່ວມການຊ້ອມຮົບຍົກສູງກໍາຄວາມສາມາດກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ.
ໂດຍ: ທະນາພອນ